leftcenterrightdel
ພາບປະກອບຄັດຈາກ: chinhphu.vn.

ບັນດາກິດຈະກໍານີ້ໂດຍຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນນະຄອນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ ຈັດຕັ້ງ; ບັນດາພະແນກ, ຂະແໜງການ, ຄະນະກໍາມະການປະຊາຊົນບັນດາເມືອງ, ເທດສະບານ ແລະບັນດາກົມກອງທີ່ກ່ຽວຂ້ອງອື່ນປະຕິບັດ.

ຕາມນັ້ນແລ້ວ, ຈຸດສຸມຂອງກິດຈະກໍາສະເຫຼີມສະຫຼອງ ທັງລອງ-ຮ່າໂນ້ຍ  ຄົບຮອບ 1.010 ປີ ແມ່ນພິທີສະເຫຼີມສະຫຼອງພາຍໃຕ້ຫົວຂໍ້ວ່າ “ທັງລອງ-ຮ່າໂນ້ຍ, ພະລັງຊີວິດທີ່ຍືນຍົງຄົງຕົວ” ເຊິ່ງຄາດຄະເນວ່າຈະດໍາເນີນໃນວັນທີ 10 ຕຸລາຈະມາເຖິງ. ພ້ອມກັບເຫດການດັ່ງກ່າວແມ່ນກິດຈະກໍາໃນລະຫວ່າງວັນທີ 1-15 ຕຸລາ, ຄື: ງານວາງສະແດງຫົວເລື່ອງສະເພາະ “1.010 ປີແຫ່ງເຈົ້າຊີວິດ ຫຼີທ໊າຍໂຕ໋ ຍ້າຍນະຄອນຫຼວງມາທັງລອງ”; ເປີດຕົວຟີມຮູບເງົາ “1.010 ປີ ທັງລອງ-ຮ່າໂນ້ຍ”… ແລະກໍ່ເນື່ອງໃນໂອກາດນີ້, ຢູ່ສະຖານທີ່ມໍລະດົກວັດທະນະທໍາຮ່າໂນ້ຍ ຫຼາຍແຫ່ງກໍ່ຈະດໍາເນີນບັນດາກອງປະຊຸມສໍາມະນາ, ສຶກສາມູນເຊື້ອດ້ວຍຫົວຂໍ້ “ທັງລອງ-ຮ່າໂນ້ຍ ສະຫວ່າງສະໄຫວໄປດ້ວຍມູນເຊື້ອອະລິຍະທຳ, ວິລະຊົນ”.

ໂດຍ: ຈາງຫງວຽນ