leftcenterrightdel
ບັນດາຜູ້ແທນຢ້ຽມຊົມງານວາງສະແດງ “ເສື້ອຍາວຫວຽດນາມ ສະໄໝກ່ອນ ແລະປະຈຸບັນ” ໃນຂອບເຂດກອງປະຊຸມສໍາມະນາ. ພາບ: ເຈົາຊວຽນ.

ກອງປະຊຸມສໍາມະນາສຸມໃສ່ເຮັດແຈ້ງວິວັດການພັດທະນາ, ຄຸນຄ່າປະຫວັດສາດ, ສິລະປະ, ວັດທະນະທໍາ, ສັງຄົມຂອງເສື້ອຍາວຫວຽດນາມ; ສີສັນວັດທະນະທໍາ, ສັນຍາລັກ ແລະປະເພນີທີ່ກ່ຽວຂ້ອງເຖິງເສື້ອຍາວຫວຽດນາມ; ຄວາມເປັນຫຼາຍຮູບຫຼາຍແບບ, ການປ່ຽນແປງຮູບແບບ, ການອອກແບບ; ປະຊາຄົມຂອງເສື້ອຍາວ: ໝູ່ບ້ານອາຊີບຫຍິບ, ສິລະປະກອນ, ນັກອອກແບບອາພອນສະໄໝ; ປົກປັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທໍາເສື້ອຍາວຫວຽດນາມ. ທ່ານນາງ ຈິ້ງທິທຸ້ຍ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ຕີລາຄາວ່າ ບັນດາຄຳເຫັນທີ່ກອງປະຊຸມສໍາມະນາແມ່ນຫຼັກຖານສໍາຄັນໃຫ້ວິວັດການສ້າງສໍາເນົາເສື້ອຍາວຫວຽດນາມ ເພື່ອນໍາເຂົ້າບັນຊີລາຍຊື່ມໍລະດົກວັດທະນະທໍາບໍ່ເປັນວັດຖຸແຫ່ງຊາດ ແລະກ້າວເຖິງຍື່ນສະເໜີເພື່ອໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທໍາບໍ່ເປັນວັດຖຸທີ່ເປັນຕົວແທນຂອງມວນມະນຸດຕາມມາດຖານຂອງ UNESCO.

ໂດຍ: ຈາງຫງວຽນ