leftcenterrightdel
 
leftcenterrightdel
ໃນເດືອນພຶດສະພາ ທີ່ຜ່ານມາ, ບ້ານ ກ໊າດກ໊າດ (ຊາປາ, ລາວກາຍ, ຫວຽດນາມ) ໄດ້ຮັບການຄັດເລືອກຢູ່ໃນບັນຊີລາຍຊື່ 7 ບ້ານງາມທີ່ສຸດໃນໂລກຈາກ SCMP ເຊິ່ງແຂກທ່ອງທ່ຽວຄວນໄປຢ້ຽມຢາມພາຍຫຼັງພະຍາດໂຄວິດ-19. ພາບ: Linhnguyen1504, puiilladaa.
leftcenterrightdel
 
leftcenterrightdel
ແຕ່ດົນມາແລ້ວແຂວງຮ່າຢາງ ແມ່ນສະຖານທີ່ທ່ອງທ່ຽວດຶງດູດແຂກທ່ອງທ່ຽວທີ່ນິຍົມການຄົ້ນຫາ. ຫວ່າງມໍ່ໆມານີ້, ແຂວງຮ່າຢາງໄດ້ຮັບການຄັດເລືອກໃຫ້ເປັນໜຶ່ງໃນ 20 ສະຖານທີ່ທ່ອງທ່ຽວດີທີ່ສຸດໃນໂລກປີ 2020 ຈາກເວັບໄຊທ່ອງທ່ຽວ Hostelworld. ພາບ: Daisyvoyages, nguyenn.anhtuan.
leftcenterrightdel
 
leftcenterrightdel

ໃນກາງເດືອນມິຖຸນາຜ່ານມາ, ອ່າວຮະລອງ (ກວ໋າງນີງ) ໄດ້ນອນໃນບັນຊີລາຍຊື່ 20 ສະຖານທີ່ທ່ອງທ່ຽວດີທີ່ສຸດໃນໂລກປີ 2020 ໂດຍເວັບໄຊທ່ອງທ່ຽວ Hostelworld ສະເໜີ. ພາບ: Vanessalino, viajaentusofa.

leftcenterrightdel
 
leftcenterrightdel
ຢືນຢູ່ອັນດັບທີ 10 ໃນບັນຊີລາຍຊື່ 20 ສະຖານທີ່ແຖວໜ້າໃນໂລກທີ່ Hostelworld ຄັດເລືອກ, ແຂວງນີງບີ່ງພົ້ນເດັ່ນດ້ວຍພູຫີນປູນ, ຖໍ້າ, ແມ່ນໍ້າ, ຫ້ວຍທີ່ໃຫຍ່ໂຕມະຫາຖານ... ພາບ: Sinohasviajado, monicaspassport.
leftcenterrightdel
 
leftcenterrightdel
ໃນຕົ້ນເດືອນມິຖຸນາຜ່ານມາ, ຖ້ໍາເຊີນດອງ (ກວ໋າງບິ່ງ) ກໍ່ໄດ້ຄັດເລືອກຢູ່ໃນບັນຊີລາຍຊື່ 20 ສະຖານທີ່ທ່ອງທ່ຽວທົ່ວໂລກຈາກເວັບໄຊ Insider (ອາເມລິກາ). ພາບ: Oxaliadventure, gengxu.
leftcenterrightdel
 
leftcenterrightdel
ນອນໃນ top 20 ສະຖານທີ່ທ່ອງທ່ຽວແຖວໜ້າໂລກໂດຍໄດ້ຮັບການຄັດເລືອກຈາກເວັບໄຊທ່ອງທ່ຽວ Hostelworld, ກຸຍເຍີນ ແມ່ນບ່ອນທີ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດຫຼາຍຄົນຄັດເລືອກເປັນບ່ອນໄປທ່ຽວ. ພາບ: Tommieznguyen, thaophuong.
leftcenterrightdel
 
leftcenterrightdel
ໜຶ່ງໃນບັນດາສະຖານທີ່ສີບົວງາມທີ່ສຸດໃນໂລກ, ໂບດເຕິນດິ້ງ (ນະຄອນໂຮ່ຈີມິນ) ໄດ້ຮັບການຍ້ອງຍໍໃນຕົ້ນເດືອນມິຖຸນາ ຈາກວາລະສານ CN Traveler. ໂບດມີສະຖາປັດຕະຍະກໍາ Gothic ເກົ່າແກ່, ມີເອກະລັກສະເພາະຂອງຝ່າຍຕາເວັນຕົກ. ພາບ: Nataliekwan, killian.tran.

ໂດຍ: ເກື່ອງດັ້ງ