ນັກຂ່າວ: ການປະກອບສ່ວນເຂົ້າໃນວິວັດການກໍ່ສ້າງ, ພັດທະນາຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ ໃນ 95 ປີຜ່ານມາ, ຂະແໜງສື່ມວນຊົນໄດ້ມີການປະກອບສ່ວນຫຍັງແດ່, ຂໍຮຽນທ່ານນາງ?

ຮສຈ.ປອ ໂດ້ທິທູຮັ່ງ: ມາຮອດປະຈຸບັນ, ຂະແໜງສື່ມວນຊົນ ກໍ່ສ້າງນັກສຶກສາຂັ້ນມະຫາວິທະຍາໄລໃນລະບົບປົກກະຕິໄດ້ 39 ຊຸດ, ສຳລັບຜູ້ທີ່ທັງເຮັດວຽກ, ທັງຮຽນໃນຂັ້ນມະຫາວິທະຍາໄລແມ່ນຫຼາຍກວ່າ 50 ຊັ້ນ ດ້ວຍນັກຄົ້ນຄວ້າ, ນັກສຶກສາທີ່ໄດ້ຮຽນຈົບແມ່ນປະມານ 15.000 ຄົນ. ໂດຍແມ່ນຮາກຖານກໍ່ສ້າງໃນລະດັບປະລິນຍາໂທດ້ານສື່ມວນຊົນ ແລະປະລິນຍາເອກດ້ານສື່ມວນຊົນແຫ່ງທໍາອິດໃນທົ່ວປະເທດ, ຂະແໜງສື່ມວນຊົນໄດ້ກໍ່ສ້າງໃນລະດັບປະລິນຍາໂທຂະແໜງສື່ມວນຊົນໄດ້ 25 ຊຸດດ້ວຍນັກຄົ້ນຄວ້າທີ່ໄດ້ຮຽນຈົບແມ່ນເກືອບ 1.000 ຄົນ ແລະໄດ້ຄັດເລືອກ, ກໍ່ສ້າງປະລິນຍາເອກດ້ານສື່ມວນຊົນປະມານ 50 ຄົນ. ໃນປະຈຸບັນຂະແໜງສື່ມວນຊົນໄດ້ມີລະບົບ 16 ລາຍການບໍາລຸງກໍ່ສ້າງຕາມຕໍາແໜ່ງນໍາພາ, ຄຸ້ມຄອງສື່ມວນຊົນ ແລະວິຊາສະເພາະສື່ມວນຊົນ-ໂຄສະນາ ໄດ້ມາດຕະຖານ, ໄດ້ຜັນຂະຫຍາຍການສິດສອນໃນທົ່ວປະເທດ ແລະບັນດາລາຍການ, ໂຄງການຮ່ວມມືສາກົນຈຳນວນໜຶ່ງ.

leftcenterrightdel
ວັນສອບເສັງຄັດເລືອກນັກສຶກສາຂະແໜງສື່ມວນຊົນ-ໂຄສະນາຢູ່ສະຖາບັນສື່ມວນຊົນ ແລະໂຄສະນາໃນປີ 2019. ພາບ: ນາມທື.

ນັກຂ່າວ: ໃນທ່າອ່ຽງພັດທະນາສື່ມວນຊົນ-ໂຄສະນາໃນປະຈຸບັນ, ຂະແໜງສື່ມວນຊົນໄດ້ສຸມໃສ່ກໍ່ສ້າງບັນດາຂະແໜງການໃດແດ່ ເພື່ອປະກອບສ່ວນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດດ້ານສື່ມວນຊົນ-ໂຄສະນາໃຫ້ແກ່ປະເທດຊາດ?

ຮສຈ.ປອ ໂດ້ທິທູຮັ່ງ: ໃນຊຸມປີມໍ່ໆມານີ້, ຂະແໜງສື່ມວນຊົນໄດ້ປ່ຽນໃໝ່ລາຍການຕາມທິດກໍ່ສ້າງສື່ມວນຊົນຮ່ວມກັນຫຼາຍປະເພດ. ດ້ວຍທິດນໍາທີ່ວ່າ “ທິດສະດີເປັນແກ່ນສານ, ທັນສະໄໝ; ປະຕິບັດຕົວຈິງແມ່ນເງື່ອນໄຂຕັດສິນຊີ້ຂາດ”, ໃນປະຈຸບັນ, ຂະແໜງສື່ມວນຊົນໄດ້ສຸມໃສ່ກໍ່ສ້າງ 3 ຂະແໜງການ, ຄື: ສື່ມວນຊົນ, ການສື່ສານມະຫາຊົນ, ການສື່ສານດ້ວຍພາຫະນະຫຼາຍປະເພດ. ພວກຂ້າພະເຈົ້າໄດ້ສຸມໃສ່ປ່ຽນແປງໃໝ່ການກໍ່ສ້າງຂະແໜງການໜັງສືພິມ ແລະຂ່າວພາບຕາມທິດກໍ່ສ້າງພື້ນຖານສື່ມວນຊົນຫຼາຍປະເພດ, ເພີ່ມທະວີໃນລາຍການກໍ່ສ້າງບັນດາວິຊາຮຽນກ່ຽວກັບການປະດິດຄິດສ້າງເນື້ອໃນ, ຈັດຕ້ັງການຜະລິດຜະລິດຕະພັນສື່ມວນຊົນ-ໂຄສະນາດ້ວຍພາຫະນະຫຼາຍປະເພດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຫຼ່ງຊັບພະຍາກອນມະນຸດດ້ານສື່ມວນຊົນຮັບໃຊ້ໜ້າທີ່ວາງແຜນກໍານົດພັດທະນາ ແລະຄຸ້ມຄອງສື່ມວນຊົນໃນທົ່ວປະເທດຮອດປີ 2025.

ຄຽງຂ້າງນັ້ນ, ສອງຂະແໜງການໃໝ່ຂອງສະຖາບັນທີ່ເປີດມາແຕ່ປີ 2017 ແມ່ນຂະແໜງສື່ສານມະຫາຊົນ ແລະການສື່ສານດ້ວຍພາຫະນະຫຼາຍປະເພດເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການແຫຼ່ງຊັບພະຍາກອນມະນຸດດ້ານສື່ມວນຊົນ-ໂຄສະນາ ໃຫ້ແກ່ການຫັນປ່ຽນດີຈີຕອນແຫ່ງຊາດ, ລວມມີ: ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະສັງຄົມດີຈີຕອນ.

ນັກຂ່າວ: ໃນແຕ່ລະຄັ້ງສອບເສັງຄັດເລືອກນັກສຶກສາມະຫາວິທະຍາໄລ, ມີໝູ່ເພື່ອນໜຸ່ມຫຼາຍຄົນທີ່ມີຄວາມໃຝ່ຝັນຢາກເສັງເຂົ້າ ແລະຮຽນຂະແໜງສື່ມວນຊົນ-ໂຄສະນາຢູ່ສະຖາບັນສື່ມວນຊົນ ແລະໂຄສະນາ. ສິ່ງເຫຼົ່ານັ້ນໄດ້ສະແດງໃຫ້ເຫັນກຳລັງດຶງດູດຂອງຂະແໜງການກໍ່ສ້າງນີ້ຢູ່ສະຖາບັນ, ແຕ່ກໍ່ແມ່ນກໍາລັງດັນຕໍ່ກັບບັນດາຜູ້ທີ່ເຮັດວຽກງານສິດສອນ. ສະນັ້ນ, ຂະແໜງສື່ມວນຊົນຈະເອົາໃຈໃສ່ເຖິງບັນດາບັນຫາອັນໃດແດ່ເພື່ອປະກອບສ່ວນຮັກສາ, ເສີມຂະຫຍາຍເຄື່ອງໝາຍການຄ້າທີ່ວ່າແມ່ນຮາກຖານກໍ່ສ້າງທີ່ມີຊື່ສຽງທີ່ສຸດກ່ຽວກັບຂົງເຂດສື່ມວນຊົນ-ໂຄສະນາ?

ຮສຈ.ປອ ໂດ້ທິທູຮັ່ງ: ພວກຂ້າພະເຈົ້າຍາມໃດກໍ່ມີສະຕິຕໍ່ພາລະກໍາຂອງຂະແໜງສື່ມວນຊົນ ແລະມີຄວາມເອກອ້າງທະນົງໃຈເມື່ອໄດ້ເຮັດວຽກຢູ່ກົມກອງທີ່ມີເຄື່ອງໝາຍການຄ້າໃຫຍ່, ມີຫຼາຍກາລະໂອກາດເພື່ອຢັ້ງຢືນ ແລະພັດທະນາ, ແຕ່ກໍ່ຮັບຮູ້ສິ່ງທ້າທາຍໄດ້ຢ່າງຈະແຈ້ງຍິ່ງໄປກວ່ານັ້ນແມ່ນມີຄວາມກົດດັນສູງໃນວຽກງານ. ສະນັ້ນ, ພວກຂ້າພະເຈົ້າໄດ້ກໍ່ສ້າງຍຸດທະສາດ ແລະຜັນຂະຫຍາຍສ້າງຖັນແຖວພະນັກງານຄົ້ນຄວ້າ, ສິດສອນຢູ່ກັບທີ່, ພ້ອມກັບການເປີດກວ້າງ, ເຊື່ອມຕໍ່ເພື່ອອາດຈະລະດົມແຫຼ່ງຊັບພະຍາກອນມະນຸດຂອງຂະແໜງສື່ມວນຊົນ-ໂຄສະນາ ເວົ້າສະເພາະ ແລະແຫຼ່ງຊັບພະຍາກອນໃນສັງຄົມເວົ້າລວມເພື່ອແນໃສ່ຍົກສູງກໍາລັງຄວາມສາມາດຂອງຖັນແຖວກໍ່ຄືຍົກສູງຄຸນນະພາບໃນການກໍ່ສ້າງ ແລະຄົ້ນຄວ້າວິທະຍາສາດ. ຂະແໜງສື່ມວນຊົນມີຍຸດທະສາດກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໜຸ່ມ, ສຸມໃສ່ກໍ່ສ້າງ ແລະບໍາລຸງຊ່ຽວຊານແຖວໜ້າ.

ການສ້າງຕັ້ງ ແລະຮັກສາການເຄື່ອນໄຫວຂອງສະພາໃຫ້ຄໍາປຶກສາຂະແໜງການ ແລະສະພາຂະແໜງພ້ອມກັບເຄືອຂ່າຍນັກຊ່ຽວຊານ, ຄູອາຈານທີ່ເຊີນຈາກຮາກຖານອື່ນມາສິດສອນໄດ້ປະກອບສ່ວນເພີ່ມກໍາລັງແຮງດ້ານພູມປັນຍາ, ລະດັບຍຸດທະສາດຂອງຂະແໜງ. ຂະແໜງສື່ມວນຊົນຈະສືບຕໍ່ເພີ່ມທະວີພັດທະນາບັນດາພື້ນຖານປະຕິບັດຕົວຈິງ ແລະຮ່ວມສໍາພັນໃນຕົວຈິງ ແລະຄົ້ນຄວ້າໄປຝຶກງານໃຫ້ນັກສຶກສາ. ໃນປີ 2020, ຂະແໜງສື່ມວນຊົນໄດ້ຜັນຂະຫຍາຍພັດທະນາເວັບໄຊສື່ມວນຊົນໜຸ່ມ ເພື່ອນໍາໃຊ້ຄືແມ່ນພື້ນຖານປະຕິບັດສື່ມວນຊົນຢ່າງມີຫົວຄິດປະດິດສ້າງ ແລະການສື່ສານດ້ວຍພາຫະນະຫຼາຍປະເພດ; ຮ່ວມສໍາພັນກັບບັນດາອົງການສື່ມວນຊົນ, ເປັນເຈົ້າການກໍ່ສ້າງ ແລະປະຕິບັດບັນດາແຜນຮ່າງສື່ມວນຊົນ-ໂຄສະນາ ໃຫ້ແກ່ບັນດາສະມາຊິກສະໂມສອນສື່ມວນຊົນ-ໂຄສະນາ CJC ກໍ່ຄືສ້າງກາລະໂອກາດຝຶກຜົນຫຼໍ່ຫຼອມໃຫ້ແກ່ນັກສຶກສາໃນແຕ່ລະຊັ້ນ, ຊຸດ, ຂະແໜງການຕ່າງໆທີ່ທາງສະຖາບັນໄດ້ກໍ່ສ້າງທັງໝົດ.

ນັກຂ່າວ: ຂໍຂອບໃຈ ທ່ານນາງ ຮສຈ.ປອ ໂດ້ທິທູຮັ່ງ.

ໂດຍ: ຈາງຫງວຽນ