leftcenterrightdel
ທ່ານນາງ ດັ້ງທິຫງອັກທິ້ງ ຮອງປະທານປະເທດຫວຽດນາມ ມອບທຶນການສຶກສາ “ຮຽນບໍ່ມີເວລາສິ້ນສຸດ”. ພາບ: ຫງວຽນຮ໊ຽວ.

144 ບຸກຄົນທີ່ມາຈາກ 20 ແຂວງ, ນະຄອນພາກເໜືອ ໄດ້ຮັບການຄັດເລືອກຕາມມາດຕະຖານທີ່ໄດ້ກໍານົດ. ບົດລາຍງານຂອງສະມາຄົມສົ່ງເສີມການສຶກສາຫວຽດນາມ ໃຫ້ຮູ້ວ່າ: ໃນຈໍານວນ 144 ຄົນທີ່ໄດ້ຮັບການຄັດເລືອກໃນຄັ້ງນີ້, ມີນັກຮຽນ 98 ຄົນ ແລະຜູ້ໃຫຍ່ 46 ຄົນ. ໃນຈໍານວນນັກຮຽນ 98 ຄົນ ມີນັກຮຽນພິການ 10 ຄົນ. ແຕ່ລະຄົນທີ່ໄດ້ຮັບທຶນການສຶກສາໃນຄັ້ງນີ້ລ້ວນແຕ່ເປັນບັນດາແບບຢ່າງທີ່ຜ່ານຜ່າຄວາມຫຍຸ້ງຍາກໃນຊີວິດການເປັນຢູ່, ຄອບຄົວ, ການເຈັບເປັນ, ມານະພະຍາຍາມບືນຕົວຂຶ້ນໃນການຮໍ່າຮຽນ ແລະບັນລຸຜົນດີ, ປະຕິບັດຕາມຄໍາສັ່ງສອນຂອງລຸງໂຮ່ ທີ່ວ່າ: “ຮຽນບໍ່ມີເວລາສິ້ນສຸດ. ຮຽນຕະຫຼອດເພື່ອກ້າວໜ້າ. ຍິ່ງກ້າວໜ້າ, ຍິ່ງຮ່ຳຮຽນຕື່ມອີກ”.

ໂດຍ: ໄຊຊະນະ