leftcenterrightdel
ຮູບເງົາເອກະສານເລື່ອງ “ອອກທະເລທີ່ກວ້າງໃຫຍ່”. ພາບ: hcmcpv.org.vn.

ຊົມເຊີຍສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2020), ສໍານັກຮູບເງົາໂທລະພາບນະຄອນໂຮ່ຈີມິນ ໄດ້ສ້າງຮູບເງົາເອກະສານສິລະປະເລື່ອງ “ອອກທະເລທີ່ກວ້າງໃຫຍ່” ເຊິ່ງໄດ້ອອກອາກາດໄປໃນເວລາ 20 ໂມງ 45 ນາທີ ໃນວັນທີ 26 ເມສາ ແລະຈະອອກອາກາດຄືນໃໝ່ໃນເວລາ 13 ໂມງ 45 ນາທີ ໃນວັນທີ 30 ເມສາ. ຮູບເງົາຍາວ 90 ນາທີ ເຊິ່ງໄດ້ວາດພາບບັນດາຂີດໝາຍທີ່ມີລັກສະນະປະຫວັດສາດກ່ຽວກັບເສດຖະກິດ ແລະວັດທະນະທໍາຂອງດິນແດນໄຊງ່ອນ - ນະຄອນໂຮ່ຈີມິນ. ພ້ອມກັນນັ້ນແມ່ນບັນດາເລື່ອງລາວທີ່ເປັນສັນຍາລັກໃຫ້ແກ່ເຈດຈໍານົງ, ມານະຈິດ, ໃຫ້ຄວາມຄາດຫວັງຂອງປະເທດຫວຽດນາມ ຢາກບືນຕົວອອກໄປໄກ. ຮູບເງົາໄດ້ນໍາໃຊ້ຈຸດດີຂອງເຕັກໂນໂລຢີຜະລິດຮູບເງົາທັນສະໄໝ ຄື ກຣາຟິກ 3D ເພື່ອແນໃສ່ສ້າງສະພາບແວດລ້ອມທີ່ສໍາຄັນຈໍາເປັນ, ນໍາເອົາການຄົ້ນຫາທີ່ເປັນເອກະລັກສະເພາະ, ໃໝ່ອ່ຽມມາໃຫ້ຜູ້ຊົມ.

ໂດຍ: ກວຽດເຕິມ