leftcenterrightdel
ພິທີສະເຫຼີມສະຫຼອງ 1.979 ປີແຫ່ງວັນສອງພະນາງຈືງລຸກຮື້ຂຶ້ນ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມນັ້ນ, ຢູ່ຕາແສງເມລິງ, ເມືອງເມລິງ ຈະດໍາເນີນພິທີສະເຫຼີມສະຫຼອງ 1.980 ປີແຫ່ງວັນສອງພະນາງຈືງລຸກຮື້ຂຶ້ນ ແລະງານບຸນວິຫານສອງພະນາງຈືງ ໃນວັນທີ 30 ມັງກອນ, ຖະຫວາຍທູບທຽນອາໄລຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດວິຫານສອງພະນາງຈືງ; ຈັດຕັ້ງພິທີໄຫວ້ບູຊາ ແລະບັນດາການເຄື່ອນໄຫວວັດທະນະທໍາ, ສິລະປະ, ຄວາມເຊື່ອຖືຕາມພິທີທີ່ເປັນມູນເຊື້ອຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດວິຫານສອງພະນາງຈືງ, ສາລາຫ້າໂລຍ ແລະບັນດາປູຊະນີຍະສະຖານທີ່ກ່ຽວຂ້ອງ… ຢູ່ເມືອງສອງພະນາງຈືງຈະມີພິທີສະເຫຼີມສະຫຼອງ 1.980 ປີແຫ່ງວັນສອງພະນາງຈືງລຸກຮື້ຂຶ້ນ ແລະຮັບເອົາໃບຢັ້ງຢືນກຸ່ມປູຊະນີຍະສະຖານວິຫານສອງພະນາງຈືງ (ຕາແສງດົ່ງເຍິນ) ເປັນປູຊະນີຍະສະຖານລະດັບຊາດພິເສດໃນວັນທີ 28 ກຸມພາ. ທີ່ເມືອງຟຸກທໍ້ ຈະຈັດຕັ້ງງານບຸນທີ່ເປັນມູນເຊື້ອວິຫານຮາດມົນ ແລະສະເຫຼີມສະຫຼອງ 1.980 ປີແຫ່ງວັນສອງພະນາງຈືງລຸກຮື້ຂຶ້ນ ໃນວັນທີ 29 ມີນາ.

ໂດຍ: ກວຽດເຕິມ