leftcenterrightdel
ພາບແຕ້ມ "ດ໊າມເຣື໋ອກ" ຂອງນັກແຕ້ມຢວານຮວ່າງເລີມ. ພາບ: ຮ່າທຸ.

ງານວາງສະແດງແນະນໍາເຖິງມະຫາຊົນຜູ້ນິຍົມວິຈິດສິນສອງປະເທດບັນດາແງ່ມູມທີ່ຫຼາຍຮູບຫຼາຍແບບກ່ຽວກັບພາບແຕ້ມສີດຽວໂດຍນັກແຕ້ມທີ່ມີຄວາມເກັ່ງກ້າສາມາດຫວຽດນາມ, ສ.ເກົາຫຼີ 12 ຄົນປະດິດແຕ່ງ; ໃນນັ້ນ, ພາບແຕ້ມຂອງບັນດານັກແຕ້ມຫວຽດນາມ ໄດ້ຂຸດຄົ້ນລັກສະນະທີ່ເປັນເອກະລັກສະເພາະຂອງສິລະປະພື້ນເມືອງເພື່ອສ້າງສີສັນສະເພາະໃຫ້ຈິດຕະກຳສີດຽວຫວຽດນາມ. ກ່າວຄໍາເຫັນທີ່ງານວາງສະແດງ, ທ່ານ Park Noh-wan ເອກອັກຄະລັດຖະທູດ ສ. ເກົາຫຼີ ໄດ້ເນັ້ນໜັກວ່າ: “ໃນສະພາບການບັນດາໝາກຜົນຕັ້ງໜ້າທີ່ຫາກໍ່ບັນລຸໄດ້ຢູ່ກອງປະຊຸມສຸດຍອດ ສ.ເກົາຫຼີ-ອາຊຽນ (ດໍາເນີນໃນລະຫວ່າງວັນທີ 25-26 ພະຈິກ ຜ່ານມາຢູ່ ສ.ເກົາຫຼີ) ລະຫວ່າງ ສ.ເກົາຫຼີ ແລະຫວຽດນາມ, ງານວາງສະແດງຈະເປີດໜ້າປະຫວັດສາດໃໝ່ໃນບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ ແລະວິຈິດສິນລະຫວ່າງປະຊາຊົນສອງປະເທດໃນໄລຍະຈະມາເຖິງ.

ໂດຍ: ເກື່ອງດັ້ງ