leftcenterrightdel
U22 ຫວຽດນາມ ໄດ້ຮັບໄຊຊະນະດ້ວຍຄວາມປະທັບໃຈ. ພາບ: vietnamnet.vn

ໃນນາທີທີ 18, ນັກເຕະ ຕຽນລິນ ໄດ້ຍິງປະຕູທໍາອິດ ແລະຮອດນາທີ 58 ກໍ່ສືບຕໍ່ຍິງປະຕູທີ 2. ພາໃຫ້ U22 ຈີນ ຈົນຕາແຈ, ຍາກທີ່ຈະເຂົ້າໃກ້ປະຕູຂອງທີມຊາດ U22 ຫວຽດນາມ ໄດ້. ໃນບັນດານາທີທີ່ຍັງເຫຼືອ, U22 ຫວຽດນາມ ເປັນເຈົ້າການເຕະບານຢ່າງຊັກຊ້າ ແລະໝັ້ນແໜ້ນ, ປ່ຽນນັກເຕະຫຼາຍຄົນເພື່ອທົດລອງຮູບແຖວ. ກົງກັນຂ້າມ, ເຖິງວ່າ U22 ຈີນ ມີນັກເຕະສູງໃຫຍ່ຫຼາຍຄົນແຕ່ແຂ່ງຂັນບໍ່ໄດ້ດີປານໃດ, ສະນັ້ນຕ້ອງຍອມເສຍໄຊດ້ວຍ 0-2 ປະຕູ.

ໂດຍ: ຈາງຫງວຽນ