ກ່າວຄໍາເຫັນທີ່ພິທີໄຂ, ນັກສິລະປິນປະຊາຊົນ ຫງວຽນກວາງວີງ ຫົວໜ້າຄະນະຈັດຕັ້ງໃຫ້ຮູ້ວ່າ, ງານມະໂຫລານກໍ່ແມ່ນໂອກາດເພື່ອຜູ້ຊົມໜຸ່ມທີ່ໄດ້ເກີດມາ ແລະເຕີບໃຫຍ່ໃນສະພາບແວດລ້ອມສັນຕິພາບໄດ້ຫວນຄືນອະດີດທີ່ອົງອາດກ້າຫານຂອງປະເທດຊາດຜ່ານບັນດາຜະລິດຕະພັນສິລະປະ, ສ້າງຄວາມເອກອ້າງທະນົງໃຈຕໍ່ອະດີດຂອງຮຸ້ນພໍ່ຮຸ້ນອ້າຍ ຕື່ມອີກ, ຈາກນັ້ນຮ່ວມແຮງຮ່ວມໃຈ, ອຸທິດໃຫ້ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃຫ້ຫຼາຍກວ່າອີກ.

leftcenterrightdel
 
leftcenterrightdel
ລາຍການສະແດງທີ່ງານມະໂຫລານ. ພາບ: baodansinh.vn.

ຕາງໜ້າການນໍາແຂວງ, ທ່ານ ຮວ່າງນາມ ຮອງປະທານຄະນະກໍາມະການປະຊາຊົນແຂວງກວາງຈິ ໄດ້ເນັ້ນໜັກເຖິງຄວາມໝາຍຂອງງານມະໂຫລານວ່າ: “ການເຂົ້າຮ່ວມຂອງບັນດາຄະນະສິລະປະມາຈາກສາກົນ ແລະພາຍໃນປະເທດໃນມື້ນີ້ແມ່ນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງຕໍ່ແຂວງກວາງຈິ ທີ່ຮັກແພງບົນເສັ້ນທາງພັດທະນາ ແລະເຊື່ອມໂຍງ”.

leftcenterrightdel
ບັນດາລາຍການເຂົ້າຮ່ວມງານມະໂຫລານ. ພາບ: baodansinh.vn.

ພາຍຫຼັງພິທີໄຂແມ່ນລາຍການສະແດງສິລະປະຂອງໂຮງລະຄອນຟ້ອນລໍາທຳເພງກອງທັບດ້ວຍຫົວຂໍ້ “ບົດເພງໄຊຮັກສາປະເທດຊາດ”. ຖັດມາແມ່ນການສະແດງສິລະປະຂອງບັນດາຫົວໜ່ວຍຄື: ຄະນະສິລະປະບັນດາເຜົ່າແຂວງຮວ່າບິ່ງ, ໂຮງລະຄອນສິລະປະແຂວງຫວິງຟຸກ, ຄະນະສິລະປະແຂວງຮ່າຢາງ... ໃນຕອນເຊົ້າ ແລະຕອນຄໍ່າແຕ່ວັນທີ 21 ກໍລະກົດ ຈົນຮອດວັນອັດງານມະໂຫລານໃນວັນທີ 25 ກໍລະກົດ.

ພິທີອັດງານມະໂຫລານຈະມີການເຂົ້າຮ່ວມພົບປະແລກປ່ຽນດ້ວຍຖານະແມ່ນແຂກຖືກເຊີນຂອງບັນດາຄະນະສິລະປະທີ່ມາຈາກປະເທດ ສປປ ລາວ ແລະລາຊະອານາຈັກກໍາປູເຈຍ.

ໂດຍ: ທະນາພອນ