leftcenterrightdel
 
leftcenterrightdel
ລາຍການສະແດງຍິງບັ້ງໄຟດອກທີ່ເປັນເອກະລັກສະເພາະຂອງທີມຫວຽດນາມ. ພາບ:  qdnd.vn.

ດ້ວຍຫົວຂໍ້ “ກົກເຄົ້າເຫງົ້າກໍ” ຂອງຄໍ່າຄືນໄຂງານບຸນ, ທີມບັ້ງໄຟດອກຫວຽດນາມ ໄດ້ເລົ່າເລື່ອງລາວກ່ຽວກັບແມ່ນໍ້າລຳເຊແຫ່ງບ້ານເກີດເມືອງນອນ, ບ່ອນທີ່ຫຼໍ່ລ້ຽງຈິດໃຈ ແລະສ້າງຄວາມໃຝ່ຝັນທີ່ສວຍງາມຂອງແຕ່ລະຄົນ. ທີມບ້ັງໄຟດອກ Fireworks Center Khan (ລັດເຊຍ) ໄດ້ນຳເອົາບັ້ງໄຟດອກຫຼາຍຊະນິດທີ່ໃໝ່ອ່ຽມ ເພື່ອເລົ່າເລື່ອງລາວກ່ຽວກັບແມ່ນໍ້າລຳເຊແຫ່ງບ້ານເກີດເມືອງນອນເມື່ອຍາມອິ່ນອ້ອຍ, ເມື່ອຍາມເຂັ້ມແຂງແຮງກ້າ. ການປະສົມປະສານກັນຢ່າງຄ່ອງແຄ່ວລະຫວ່າງສຽງດົນຕີ, ສຽງກະທົບພ້ອມກັບການແຕກບານອອກຂອງບັນດາບັ້ງໄຟດອກທີ່ສວຍງາມຢູ່ເທິງແມ່ນໍ້າຮ່ານ ຂອງທັງສອງທີມໄດ້ນຳມາໃຫ້ປະຊາຊົນ ແລະແຂກທ່ອງທ່ຽວ “ງານລ້ຽງ” ບັ້ງໄຟດອກທີ່ເຕັມໄປດ້ວຍຄວາມປະທັບໃຈ. ການແຂ່ງຂັນໃນຄໍ່າຄືນທີສອງຂອງ DIFF 2019 ດ້ວຍຫົວຂໍ້ “ໜໍ່ແໜງຊີວິດ” ຈະແມ່ນການແຂ່ງຂັນຂອງທີມບຣາຊິນ ແລະແບນຊິກ.

ໂດຍ: ໄຊນີດາ