ນີ້ໄດ້ຖືວ່າແມ່ນໜຶ່ງໃນບັນດາການເຄື່ອນໄຫວເປີດສາກໃຫ້ແກ່ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ ປີກຸນ 2019. ມີນັກສິລະປິນຂັບຊວານ ແລະນັກຮຽນຢູ່ໂຮງຮຽນປະຖົມ ຢາເກິ໋ມ, ໂຮງຮຽນຕອນປາຍ ຫວຽດຈີ່, ຜູ້ຕາງໜ້າໃຫ້ 3 ລຸ່ນຄົນໄດ້ເຂົ້າຮ່ວມການສະແດງ.

leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ.

ການຈັດຕັ້ງລາຍການສະແດງຂັບຊວານ ແມ່ນເພື່ອແນໃສ່ເຊີດຊູມໍລະດົກວັດທະນະທຳເຂດດິນແດນບັນພະບູລຸດ; ໂຄສະນາມໍລະດົກ “ຂັບຊວານ ຝູເທາະ” ເຖິງປະຊາຊົນເປັນຈຳນວນຫຼວງຫຼາຍ, ເປັນການຢືນຢັນການຖ່າຍຖອດຂອງບັນດານັກສິລະປິນຂັບຊວານ ເຖິງລຸ່ນຄົນຕໍ່ໆໄປ, ເຮັດໃຫ້ຂັບຊວານ ໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງໃນຊີວິດສັງຄົມ.

ແຫຼ່ງຄັດຈາກ: vovworld.vn