ວັນທີ 22 ພະຈິກ, ງານວາງສະແດງ “ຜົນສະທ້ອນຂອງການປະຕິວັດເດືອນຕຸລາ ລັດເຊຍ ຕໍ່ກັບການປະຕິວັດຫວຽດນາມ” ໂດຍອົງການສໍາເນົາເອກະສານ ສະຫະພັນລັດເຊຍ, ຫໍພິພິທະພັນ ໂຮ່ຈິມິນ, ສະຖານທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ ສົມທົບກັນຈັດຕັ້ງ, ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ.

leftcenterrightdel
 ງານວາງສະແດງ ດຶງດູດຄວາມສົນໃຈຂອງມະຫາຊົນ. ພາບ: qdnd.vn

ງານວາງສະແດງໄດ້ແນະນໍາເອກະສານ, ຮູບພາບ ແລະວັດຖຸພັນກວ່າ 200 ຢ່າງຈາກບັນດາອົງການສໍາເນົາເອກະສານ, ຫໍພິພິທະພັນຂອງສອງປະເທດ ຫວຽດນາມ ແລະສະຫະພັນລັດເຊຍ, ໄດ້ສ່ອງແສງເຖິງຄວາມເປັນຈິງຜົນສະທ້ອນຂອງການປະຕິວັດເດືອນຕຸລາ ລັດເຊຍ ຕໍ່ກັບການປະຕິວັດຫວຽດນາມ ກໍ່ຄືນໍ້າໃຈສາມັກຄີ, ມິດຕະພາບ, ການຮ່ວມມືສາກົນ ແລະປະກອບສ່ວນປັບປຸງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ຜ່ານບັນດາສະໄໝ.

ໃນງານວາງສະແດງຄັ້ງນີ້ມີເອກະສານຫຼາຍຢ່າງໄດ້ປະກາດເປັນຄັ້ງທໍາອິດ, ໄດ້ວາດພາບບັນດາເຫດການ, ການເຄື່ອນໄຫວທີ່ເກີດຂຶ້ນຈາກນີ້ 100 ປີກ່ຽວກັບການປະຕິວັດເດືອນຕຸລາ ລັດເຊຍ. ງານວາງສະແດງດໍາເນີນຮອດວັນທີ 22 ທັນວາ 2017 ທີ່ຫໍພິພິທະພັນ ໂຮ່ຈິມິນ, ຮ່າໂນ້ຍ.

ແປໂດຍ: ຈາງຫງວຽນ