ທີ່ການປະກວດໃນຮອບຄັດເລືອກ ໄດ້ດໍາເນີນໃນຕອນຄໍ່າວັນທີ 23 ຕຸລາ, ມີຜູ້ເຂົ້າປະກວດ 77 ຄົນທີ່ມາຈາກທຸກແຫ່ງຫົນໃນທົ່ວໂລກ ໄດ້ສະແດງຊຸດລາຕີ ແລະຊຸດລອຍນ້ໍາ.

ພາຍຫຼັງທີ່ກອງເຊຍຊາວລາວ ພາກັນໂຫວດເຊຍ ຈິນນາລີ ນໍລະສິງ (ຟ້າໃສ) ໃນກອງປະເທດ Miss Grand International 2017 ທີ່ ສສ ຫວຽດນາມ ຢ່າງດຸເດືອດ ຈົນເຮັດໃຫ້ ຟ້າໃສ ຕິດໜຶ່ງໃນ 10 ຂອງສອງລາຍການບໍ່ວ່າຈະເປັນຜົນໂຫວດຮອບຊຸດປະຈໍາຊາດ ແລະຮອບຊຸດລອຍນໍ້າ ເຊິ່ງຄວາມສໍາເລັດນີ້ບໍ່ແມ່ນເລື່ອງບັງເອີນຫາກແຕ່ແມ່ນຄວາມສາມາດຂອງນາງສາວງາມ ຈິນນາລີ ນໍລະສິງ, ທີມງານສະໜັບສະໜູນ ແລະກອງເຊຍຜັກດັນຄະແນນໂຫວດ ຈົນຕິດໃນ 20 ອັນດັບ. Miss Grand Lao ຄົນນີ້ຕື່ມໂດຍເລີ່ມຈາກຊື່ເຕັມແມ່ນ ນາງ ຈິນນາລີ ນໍລະສິງ ແລະຊື່ຫຼິ້ນວ່າ “ຟ້າໃສ” ອາຍຸ 17 ປີ ລວງສູງ 173 ຊມ ປັດຈຸບັນ ແມ່ນສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ປີ 1 ທີ່ຄະນະເສດຖະສາດ.

ຂໍ້ມູນເບື້້ອງຕົ້ນລະບຸວ່າ ຟ້າໃສ ຮຽນລະດັບມັດທະຍົມທີ່ໂຮງຮຽນກຽດຕິສັກ ທີ່ນະຄອນຫຼວງ ວຽງຈັນ ແຖມຍັງເຄີຍໄດ້ຮັບລາງວັນຊະນະເລີດໃນການຕອບຄໍາຖາມພາສາອັງກິດກ່ຽວກັບອາຊຽນ ນໍາອີກ, ເຄີຍເປັນນັກສະແດງ ສະແດງຮູບເງົາສັ້ນຊື່ until you the series ແລະຍັງມີງານເດີນແບບ-ຖ່າຍແບບນໍາອີກ.

leftcenterrightdel

ນາງງາມ ລາວ ຈິນນາລີ ນໍລະສິງ. ພາບ: ຫຶວຕ໋ວນ

leftcenterrightdel
leftcenterrightdel

ນາງສາວງາມ ລາວ ຈິນນາລີ ນໍລະສິງ  ນຸ່ງຊຸດລາຕີ. 

leftcenterrightdel
leftcenterrightdel

ນາງສາວງາມ ລາວ ຈິນນາລີ ນໍລະສິງ  ນຸ່ງຊຸດອາພອນທັນສະໄໝ. 

leftcenterrightdel
leftcenterrightdel
leftcenterrightdel
leftcenterrightdel
ນາງສາວງາມ ລາວ ຈິນນາລີ ນໍລະສິງ  ນຸ່ງຊຸດປະຈໍາຊາດ. 

ບັນດາຜູ້ເຂົ້າປະກວດໄດ້ນຸ່ງຊຸດລາຕີທີ່ໂອໂຖງສວຍງາມ, ດ້ວຍຮູບແບບທີ່ແຕກຕ່າງກັນ, ໃນນັ້ນມີຜູ້ເຂົ້າປະກວດທີ່ມາຈາກ ລາວ ແລະ ກໍາປູເຈຍ ພ້ອມກັນແຂ່ງຂັນກັບບັນດາຜູ້ເຂົ້າປະກວດ ທີ່ມາຈາກບັນດາປະເທດ ແລະເຂດແຄວ້ນອື່ນໆ. ພາກສ່ວນຄະນະກຳມະການລວມມີ: ທ່ານ Teresa Chaivisut ຮອງປະທານຈັດຕັ້ງການປະກວດ Miss Grand International; ນາງສາວງາມ Miss Grand International 2016 Ariska Putri Pertiwi; ນາງສາວງາມ Miss Grand International 2015 Claire Elizabeth Parker; ນາງສາວງາມ Miss Grand International 2013 Janelee Marcus Chaparro; ນັກອອກແບບ ເລສີ໋ຮວ່າງ, ນາງງາມ ວິຫານຮຸ່ງ ຢ໋າງມີ; ນັກສະແດງ ຫຼີ໋ຍ໋າກີ່.

 

ແປໂດຍ: ຮວ່າງເຈື່ອງ