leftcenterrightdel
ການເຮັດວຽກລະຫວ່າງສອງຝ່າຍ. ພາບ: dangcongsan.vn

ທີ່ກອງປະຂຸມ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ ອີຢູ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດ ແລະພັດທະນາສຳຄັນແຖວໜ້າຂອງຫວຽດນາມ, ຫວຽດນາມ ຍາມໃດກໍຖືເປັນສຳຄັນການພັດທະນາຄູ່ຮ່ວມມື ແລະການຮ່ວມມືຮອບດ້ານ ຫວຽດນາມ-ອີຢູ ກໍຄືການພົວພັນກັບບັນດາປະເທດສະມາຊິກອີຢູ. ທ່ານນາງຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ສະເໜີໃຫ້ ອີຢູ ຊຸກຍູ້ລັດຖະສະພາບາງປະເທດສະມາຊິກຂອງກຸ່ມປະຕິບັດສຳເລັດການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ-ສະຫະພາບເອີຣົບ (EVIPA), ຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມ ໃນການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU), ມີຄວາມເປັນຫ່ວງຕໍ່ຜົນປະໂຫຍດຂອງຜູ້ບໍລິໂພກອີຢູ ເພື່ອຍົກເລີກບັດເຫຼືອງ IUU ສຳລັບການສົ່ງອອກສິນທະເລຂອງຫວຽດນາມ.

ຝ່າຍ ອີຢູ ສະແດງຄວາມປາດຖະໜາຢາກໃຫ້ສອງຝ່າຍຍົກການພົວພັນຂຶ້ນສູ່ລະດັບສູງໃໝ່, ປາດຖະໜາຢາກສືບຕໍ່ຮ່ວມມື, ໜູນຊ່ວຍຫວຽດນາມ ຜັນຂະຫຍາຍຄູ່ຮ່ວມມືຫັນປ່ຽນພະລັງງານຍຸຕິທຳ (JETP), ຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃໝ່ໃນຂອບເຂດບັນດາຂໍ້ລິເລີ່ມຮ່ວມມືກັບພາກພື້ນເຊັ່ນຂໍ້ລິເລີ່ມປະຕູອອກທົ່ວໂລກຂອງອີຢູ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ