ໂຄງການນີ້ແມ່ນພາກສ່ວນໜຶ່ງຂອງຂໍ້ຕົກລົງເຂົ້າເຖິງຕະຫຼາດຜະລິດຕະພັນກະເສດສອງສົ້ນ ເພື່ອສະໜອງໝັ້ນຂອງອົດສະຕາລີ ໃຫ້ຫວຽດນາມ ແລະໝາກນອດຫວຽດນາມ ໃຫ້ອົດສະຕາລີ.

leftcenterrightdel
ໝາກນອດ ແມ່ນຜະລິດຕະພັນກະເສດຊະນິດໜຶ່ງທີ່ມີມຸນຄ່າສິນຄ້າສູງທີ່ປູກຢູ່ເມືອງໂມກເຈົາ, ແຂວງເຊີນລາ. ພາບ: ສໍານັກຂ່າວສານຫວຽດນາມ

ການເຄື່ອນໄຫວສົ່ງອອກຜະລິດຕະພັນກະເສດ, ສິນໃນນໍ້າ ແລະເຄື່ອງປ່າຂອງດົງຂອງອົດສະຕາລີ ເຂົ້າຫວຽດນາມ ບັນລຸໄດ້ 3,7 ຕື້ໂດລາອົດສະຕາລີ (ປະມານ 2,5 ຕື້ໂດລາສະຫະລັດ) ໃນໄລຍະ 2023-2024, ດ້ວຍການຄ້າຂາຍໝາກໄມ້ມີແກ່ນນັບມື້ນັບເພີ່ມຂຶ້ນ, ປັບປຸງການພົວພັນດ້ານການຄ້າລະຫວ່າງອົດສະຕາລີ-ຫວຽດນາມ ເຊິ່ງແມນຕະຫຼາດສົ່ງອອກໃຫຍ່ທີ 6 ຂອງອົດສະຕາລີ.

ຂໍ້ຕົກລົງດັ່ງກ່າວໜູນຊ່ວຍເປົ້າໝາຍຂອງຂະແໜງກະສິກໍາ ແມ່ນພັດທະນາຕາມທິດມຸ່ງໄປເຖິງຂະແໜງທີ່ມີມຸນຄ່າ 100 ຕື້ໂດລາອົດສະຕາລີ (ເທົ່າກັບ 67 ຕື້ໂດລາສະຫະລັດ) ແລະເປົ້າໝາຍຂອງຂະແໜງເຮັດສວນອົດສະຕາລີ ແມ່ນກາຍເປັນຂະແໜງດໍາເນີນທຸລະກິດທີ່ມີມຸນຄ່າ 20 ຕື້ໂດລາອົດສະຕາລີ (ປະມານ 13,4 ຕື້ໂດລາສະຫະລັດ) ໃນປີ 2030.

ປະຈຸບັນ, ຫວຽດນາມ ແລະອົດສະຕາລີ ພວມມີການພົບປະເຈລະຈາຢ່າງສະດວກກ່ຽວກັບການສົ່ງອອກໝາກໄມ້ blueberry ຂອງອົດສະຕາລີ ເຂົ້າຫວຽດນາມ ແລະສົ່ງອອກໝາກສົ້ມໂອຂອງຫວຽດນາມ ໄປອົດສະຕາລີ.  ຝ່າຍອົດສະຕາລີ ຢືນຢັນວ່າ ຫວຽດນາມ ແມ່ນຕະຫຼາດສໍາຄັນສໍາລັບບັນດາບໍລິສັດສົ່ງອອກອົດສະຕາລີ ແລະແມ່ນຈຸດສຸມໃນໂຄງການ “ລົງທຶນ: ຍຸດທະສາດອາຊີຕາເວັນອອກສ່ຽງໃຕ້ຂອງອົດສະຕາລີ ຮອດປີ 2040”.

ທ່ານ Julie Collins ລັດຖະມົນຕີກະຊວງກະສິກໍາ, ສິນໃນນໍ້າ ແລະປ່າໄມ້ອົດສະຕາລີ  ໃຫ້ຂໍ້ສັງເກດວ່າ ເລື່ອງເຂົ້າເຖິງຕະຫຼາດໃໝ່ນີ້ແມ່ນຂີດໝາຍສໍາຄັນຕໍ່ຂະແໜງໝາກໄມ້ມີແກ່ນ ແລະຕໍ່ກັບການພົວພັນດ້ານການຄ້າອົດສະຕາລີ-ຫວຽດນາມ ການຊຸກຍູ້ຜົນການເຂົ້າເຖິງຕະຫຼາດຂອງກັນນັ້ນສ່ອງແສງໃຫ້ເຫັນສາຍພົວພັນແໜ້ນແຟ້ນລະຫວ່າງອົດສະຕາລີ ແລະຫວຽດນາມ, ທັງແມ່ນກໍາລັງໜູນຊ່ວຍຂະແໜງກະສິກໍາຂອງອົດສະຕາລີ ໜູນໃຊ້ກາລະໂອກາດສົ່ງອອກ.

ອໍານາດການປົກຄອງຂອງທ່ານ Anthony Albanese ນາຍົກລັດຖະມົນຕີອົດສະຕາລີ ພວມສຸມໃສ່ເຂົ້າໃນການເປີດປະຕູໃຫ້ຂະແໜງກະສິກໍາຂອງອົດສະຕາລີ ແລະນີ້ແມ່ນໜຶ່ງບາດກ້າວຢ່າງຕັ້ງໜ້າເພື່ອບັນລຸເປົ້າໝາຍນີ້, ພ້ອມທັງສະໜອງຕະຫຼາດຈຸດສຸມໜຶ່ງອີກເພື່ອຫັນການຄ້າເປັນຫຼາຍຮູບຫຼາຍແບບ.

ໃນຂະນະນັ້ນ, ທ່ານ Don Farrell ລັດຖະມົນຕີກະຊວງການຄ້າ ແລະການທ່ອງທ່ຽວອົດສະຕາລີ ຢືນຢັນວ່າ, ການຊຸກຍູ້ການຄ້າຂອງອົດສະຕາລີ ກັບອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ມີຫວຽດນາມ, ແມ່ນບຸລິມະສິດແຖວໜ້າຂອງລັດຖະບານປະເທດນີ້. ຍູ້ແຮງການຄ້າກັບຫວຽດນາມ ໝາຍຄວາມວ່າມີວຽກເຮັດງານທໍາຕື່ມອີກ ແລະເງິນເດືອນກໍ່ດີກວ່າໃຫ້ຜູ້ອອກແຮງງານໃນຂະແໜງປູກຝັງຂອງອົດສະຕາລີ.

ໂດຍ: ໄຊນີດາ