ປີ 2021, ລັດຖະບານຫວຽດນາມ ວາງເປົ້າໝາຍເຕີບໂຕ GDP 6,5%. ເພື່ອສໍາເລັດເປົ້າໝາຍນີ້, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຕື້ອງເຖິງຫຼາຍເທື່ອກ່ຽວກັບບົດບາດຂອງ “ສາມເສົາຄ້ຳ” ລວມມີການສົ່ງອອກ, ການໃຊ້ສອຍ ແລະການລົງທຶນ. ທີ່ກອງປະຊຸມສະຫຼຸບຂະແໜງອຸດສາຫະກຳ ແລະການຄ້າໃນວັນທີ 7 ມັງກອນ, ທ່ານ ຫງວຽນຊວນຟຸກ ສືບຕໍ່ເນັ້ນໜັກວ່າ 3 ປັດໄຈນີ້ຕ້ອງໄດ້ພັດທະນາດ້ວຍຂອບຂະໜາດໃຫຍ່ກວ່າເພື່ອໃຫ້ຫວຽດນາມ ບັນລຸໄດ້ເປົ້າໝາຍເຕີບໂຕໃນປີ 2021.

ເສດຖະກິດຫວຽດນາມ ພວມໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກພະຍາດໂຄວິດ-19, ແຕ່ບັນດາມາດຕະການຢ່າງຂ້ຽວຂາດກວ່າ, ຄົບຊຸດກວ່າກໍ່ພວມໄດ້ຜັນຂະຫຍາຍເພື່ອຟື້ນຟູ ແລະພັດທະນາເສດຖະກິດ.

ບັນດາການປະກອບສ່ວນສຳຄັນໃນປີ 2020

ທ່ານ ຫງວຽນຊວນຟຸກ ເນັ້ນໜັກເຖິງບົດບາດຂອງສາມເສົາຄ້ຳໃນປີ 2021 ເພາະວ່າ ປີ 2020, 3 ປາຍແຫຼມນີ້ໄດ້ປະກອບສ່ວນສຳຄັນທີ່ສຸດເຂົ້າໃນການພັດທະນາເສດຖະກິດຫວຽດນາມ. ລະອຽດ, ການສົ່ງອອກຄາດຄະເນບັນລຸກວ່າ 281,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີິ 2019, ນໍາຫວຽດນາມ ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີລະດັບການສົ່ງອອກສູງທີ່ສຸດໃນໂລກໃນສະພາບເກີດພະຍາດໂຄວິດ-19. ໂຄງປະກອບການສົ່ງອອກສິນຄ້າສືບຕໍ່ປັບປຸງຕາມທິດຕັ້ງໜ້າ, ຫຼຸດຜ່ອນການສົ່ງອອກວັດຖຸດິບ, ເພີ່ມການສົ່ງອອກຜະລິດຕະພັນປຸງແຕ່ງ. ສິນຄ້າສົ່ງອອກ 31 ປະເພດກວ່າ 1 ຕື້ໂດລາສະຫະລັດ, ໃນນັ້ນສິນຄ້າສົ່ງອອກ 9 ປະເພດກວ່າ 5 ຕື້ໂດລາສະຫະລັດ ແລະສິນຄ້າສົ່ງອອກ 6 ປະເພດກວ່າ 10 ຕື້ໂດລາສະຫະລັດ. ການສົ່ງອອກເກີນດຸນບັນລຸລະດັບສະຖິຕິເກືອບ 19,1 ຕື້ໂດລາສະຫະລັດ, ຜ່ານນັ້ນຮັບຮູ້ 5  ປີຕໍ່ເນື່ອງມູນຄ່າການຄ້າສ່ວນເກີນ.

leftcenterrightdel
ກອງປະຊຸມສະຫຼຸບການປະຕິບັດໜ້າທີ່ປີ 2020 ແລະຜັນຂະຫຍາຍແຜນການປີ 2021 ຂະແໜງອຸດສາຫະກໍາ ແລະການຄ້າ. ພາບ: baochinhphu.vn.

ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ຕີລາຄາ ວ່າ: “ພວກເຮົາມີຄວາມພາກພູມໃຈເມື່ອເຫັນປະຈັກຕາການເຕີບໂຕທາງບວກ ແລະບັນລຸຕົວເລກສະຖິຕິກ່ຽວກັບການສົ່ງອອກເກີນດຸນ 19,1 ຕື້ໂດລາສະຫະລັດ. ນ້ີແມ່ນຕົວເລກໜ້າປະທັບໃຈທີ່ສຸດໃນການຮັບປະກັນເປົ້າໝາຍພັດທະນາແບບຍືນຍົງຂອງປະເທດ. ດ້ານໜຶ່ງອີກແມ່ນການເຄື່ອນໄຫວນຳເຂົ້າສົ່ງອອກແມ່ນໃນການສຳຜັດ ແລະຂຸດຄົ້ນກາລະໂອກາດຂອງບັນດາຕະຫຼາດ, ພິເສດແມ່ນຕະຫຼາດທີ່ພວກເຮົາໄດ້ເຊັນສັນຍາການຄ້າເສລີ. ນັບທັງ CPTPP, ພວກເຮົາກໍ່ໄດ້ເຫັນປະຈັກຕາການເຕີບໂຕຢ່່າງກະໂດດຂັ້ນ, ແລະນັ້ນແມ່ນບັນດາປັດໄຈທີ່ສ້າງກາລະໂອກາດໃຫ້ພວກເຮົາເພື່ອເຕີບໂຕ ແລະເຕີບໂຕຍືນຍົງໃນດຸນການຄ້າສອງຝ່າຍກັບປະເທດເຫຼົ່ານີ້”.

ໃນຂະນະນັ້ນ, ຄວາມສາມາດບົ່ມຊ້ອນຂອງຕະຫຼາດພາຍໃນປະເທດແມ່ນໃຫຍ່ທີ່ສຸດດ້ວຍຂອບຂະໜາດປະຊາກອນເກືອບ 100 ລ້ານຄົນ, ລາຍຮັບສະເລ່ຍໄດ້ຮັບການປັບປຸງພາໃຫ້ການໃຊ້ສອຍເພີ່ມຂຶ້ນໄວ. ຍອດລະດັບສິນຄ້າຂາຍຍ່ອຍ ແລະລາຍຮັບຈາກການບໍລິການໃຊ້ສອຍປີ 2020 ຄາດວ່າບັນລຸ 5.059,8 ພັນຕື້ດົ່ງ (ປະມານ 218,3 ຕື້ໂດລາສະຫະລັດ), ເພີ່ມຂຶ້ນ 2,6% ເມື່ອທຽບກັບປີ 2019. ຕີລາຄາຕາມຂະແໜງການເຄື່ອນໄຫວ, ລາຍຮັບຈາກການຂາຍຍ່ອຍສິນຄ້າປີ 2020 ບັນລຸອັດຕາສ່ວນສູງກວ່າໝູ່ ເພີ່ມຂຶ້ນ 6,8% ເມື່ອທຽບກັບປີ 2019.

ຍອດເງິນລົງທຶນທົ່ວສັງຄົມປີ 2020 ຄາດວ່າບັນລຸ 2.164,5 ພັນຕື້ດົ່ງ (ກວ່າ 93 ຕື້ໂດລາສະຫະລັດ), ເພີ່ມຂຶ້ນ 5,7% ເມື່ອທຽບກັບປີ 2019 ແລະທຽບເທົ່າ 34,4% GDP, ລວມມີ: ເງິນທຶນລັດ, ເງິນທຶນເອກະຊົນ, ເງິນທຶນຈາກຕ່າງປະເທດ.

ຮັກສາບົດບາດຂອງ “ສາມເສົາຄ້ຳ” ເພື່ອມີການເຕີບໂຕໃນປີ 2021

ປີ 2021 ແມ່ນປີທຳອິດທີ່ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ສະພາບການຍັງມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ໃນສະພາບການນັ້ນ ໄດ້ວາງອອກຄວາມຮຽກຮ້ອງຕ້ອງການໃໝ່ໃຫ້ແກ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ລັດຖະບານກຳນົດຢ່າງຈະແຈ້ງສຳລັບເປົ້າໝາຍການເຕີບໂຕເສດຖະກິດບໍ່ພຽງແຕ່ແມ່ນກຳລັງໜູນສຳຄັນ, ສ້າງພື້ນຖານໜັກແໜ້ນສຳລັບເສດຖະກິດມະຫາພາກເທົ່ານັ້ນ ຫາກຍັງຮັບປະກັນວຽກເຮັດງານທຳ, ລາຍຮັບ, ປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມ, ຕ້ານການຖອຍຫຼັງ ແລະຮັດແຄບໄລຍະຫ່າງການພັດທະນາອີກດ້ວຍ.  ເພາະສະນັ້ນ, ສາມເສົາຄ້ຳລວມມີການລົງທຶນ-ການໃຊ້ສອຍ-ການສົ່ງອອກຕ້ອງໄດ້ເຄື່ອນໄຫວຢ່າງຄົບຊຸດ ແລະຂ້ຽວຂາດ.

ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບຂະແໜງອຸດສາຫະກຳ ແລະການຄ້າປີ 2020, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ລັດຖະບານເພີ່ມການເຕີບໂຕ 6,5% ດ້ວຍກໍາລັງໜູນການເຕີບໂຕຕົ້ນຕໍແມ່ນການສົ່ງອອກ, ການໃຊ້ສອຍ ແລະການລົງທຶນ “ສາມເສົາຄ້ຳ” ນີ້ສືບຕໍ່ເສີມຂະຫຍາຍໃນປີ 2021 ດ້ວຍຂອບຂະໜາດໃຫຍ່ກວ່າ. ຍ້ອນເຫດນັ້ນ, ຂ້າພະເຈົ້າສະເໜີໃຫ້ສືບຕໍ່ສູ້ຊົນບັນລຸໝາກຜົນທຸກດ້ານໃຫ້ດີກວ່າປີ 2020; ການຈັດຕັ້ງປະຕິບັດທິດນຳປ່ຽນແປງໃໝ່, ປະດິດສ້າງ, ຄວາມມຸ່ງຫວັງພັດທະນາເພື່ອປະກອບສ່ວນສຳຄັນເຂົ້າໃນການພັດທະນາປະເທດ”.

ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ຊີ້ນຳວ່າ ຄວນຮັບປະກັນແຫຼ່ງພະລັງງານຮັບໃຊ້ການພັດທະນາເສດຖະກິດ-ສັງຄົມໃນໄລຍະຈະມາເຖິງຕາມທິດຍືນຍົງ; ລະດົມການເຂົ້າຮ່ວມຢ່າງແຮງຂອງເສດຖະກິດພາກເອກະຊົນ; ຜັນຂະຫຍາຍການປະຕິບັດທີ່ມີປະສິດທິຜົນ ແລະຂຸດຄົ້ນກາລະໂອກາດໂດຍບັນດາສັນຍາການຄ້າເສລີນຳມາໃຫ້ເປັນຢ່າງດີິ; ປະຕິບັດບັນດາມາດຕະການຮັບປະກັນຄວາມດຸ່ນດ່ຽງການສະໜອງ ແລະຄວາມຕ້ອງການໃຫ້ມີປະສິດທິຜົນ...

ສ່ວນລັດຖະບານຈະສືບຕໍ່ສຸມໃສ່ແກ້ໄຂກົດລະບຽບ, ນະໂຍບາຍ, ສືບຕໍ່ພັດທະນາພື້ນຖານໂຄງລ່າງຫຼັກແຫຼ່ງທີ່ສຸດແມ່ນພັດທະນາພື້ນຖານໂຄງລ່າງ  logistics, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ປະເທດ... ບັນດາວຽກງານດັ່ງກ່າວ ຈະປະກອບສ່ວນປະຕິບັດຄວາມຕັດສິນໃຈກໍ່ສ້າງປະເທດຫວຽດນາມ ໃຫ້ຈະເລີນຮຸ່ງເຮືອງ, ພັດທະນາໃນໄລຍະຈະມາເຖິງ.

ໂດຍ: ແສງເດືອນ