leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ທູດພິເສດກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະການລົງທຶນສາກົນຂອງ ລັດເຊຍ ທ່ານ Kirill Dmitriev ໃຫ້ຮູ້ວ່າ,  ມົດສະກູ ແລະວໍຊິງເຕັນ ໄດ້ເລີ່ມດຳເນີນການເຈລະຈາກ່ຽວກັບບັນດາໂຄງການແຮ່ທາດດິນປະເສີດ, ກໍຄືບັນດາໂຄງການອື່ນຢູ່ ລັດເຊຍ. ໃນບົດກ່າວປາໄສທີ່ບໍລິສັດສື່ສານ Izvestia ເອົາລົງໃນວັນທີ 31 ມີນາ, ທ່ານ Dmitriev, ຜູ້ທັງເປັນອຳນວຍການບໍລິຫານກອງທຶນລົງທຶນໂດຍກົງຂອງລັດເຊຍ ເນັ້ນໜັກວ່າ: “ແຮ່ທາດດິນປະເສີດແມ່ນຂົງເຂດຮ່ວມມືສຳຄັນ ແລະແນ່ນອນວ່າ, ພວກຂ້າພະເຈົ້າ (ລັດເຊຍ ແລະອາເມລິກາ) ໄດ້ເລີ່ມດຳເນີນການເຈລະຈາກ່ຽວກັບບັນດາໂຄງການແຮ່ທາດດິນປະເສີດ, ກໍຄືບັນດາໂຄງການອື່ນຢູ່ ລັດເຊຍ”. ພາຍຫຼັງບັນດາການເຈລະຈາລະຫວ່າງ ລັດເຊຍ ແລະຢູແກຼນ ກ່ຽວກັບຂໍ້ຕົກລົງວ່າດ້ວຍບໍ່ແຮ່, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສະເໜີກັບ ອາເມລິກາ ກ່ຽວກັບເລື່ອງພ້ອມກັນສໍາຫຼວດບັນດາບໍ່ແຮ່ທາດດິນປະເສີດຂອງ ລັດເຊຍ ໃນຂອບເຂດຂໍ້ຕົກລົງດ້ານເສດຖະກິດໃນອະນາຄົດ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 30 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ, ຈະຈັດວາງພາສີເພີ່ມເຕີ່ມສຳລັບນ້ຳມັນທີ່ລັດເຊຍ ສົ່ງອອກ ຖ້າບໍ່ບັນລຸໄດ້ຂໍ້ຕົກລົງລະຫວ່າງ ວໍຊິງເຕັນ - ມົດສະກູ ກ່ຽວກັບການຢຸດຕິການປະທະກັນຢູ່ ຢູແກຼນ. ທ່ານເນັ້ນໜັກວ່າ “ຈະຈັດວາງອັດຕາພາສີແຕ່ 25 ຫາ 50% ສຳລັບນ້ຳມັນທັງໝົດ”.

ແຫຼ່ງຄັດຈາກ: vovworld.vn