ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ແບ່ງປັນກັບອະດີດນາຍົກລັດຖະມົນຕີອັງກິດ ບາງຂໍ້ມູນກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ ໃນປີ 2023 ແລະໄຕມາດທີ I ປີ 2024; ເນັ້ນໜັກວ່າ, ໃນສະພາບການພັດທະນາດ້ານເສດຖະກິດ, ການເມືອງທົ່ວໂລກໄດ້ຜັນແປຢ່າງສັບສົນທີ່ສຸດ ແລະຍາກທີ່ຈະຄາດຄະເນໄດ້, ເສດຖະກິດຫວຽດນາມ ບັນລຸໄດ້ໝາກຜົນຕັ້ງໜ້າ.

leftcenterrightdel
ທ່ານ ເລມິງຄາຍ ແລະທ່ານ Tony Blair. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ Tony Blair ໄດ້ສະແດງອາລົມຈິດເປັນພິເສດຕໍ່ຫວຽດນາມ ແລະດີໃຈທີ່ໄດ້ກັບຄືນມາແຫ່ງນີ້. ໃນສະພາບທີ່ຂາດຄວາມສະຫງົບຄືໃນປະຈຸບັນ, ເມື່ອເຫັນປະຈັກຕາຕໍ່ຄວາມສັນຕິສຸກຂອງຫວຽດນາມ ໄດ້ນຳເອົາພະລັງແຮງທີ່ເບີກບານສຳລານໃຈມາໃຫ້ທ່ານ Tony Blair.

ເມື່ອເຕື້ອງເຖິງເລື່ອງຫວຽດນາມ ພວມກໍ່ສ້າງສູນການເງິນສາກົນ ໂດຍທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ເປັນຫົວໜ້າຄະນະ, ທ່ານອະດີດນາຍົກລັດຖະມົນຕີອັງກິດ ໃຫ້ຮູ້ວ່າ: ດ້ວຍທ່າເຕີບໂຕຄືໃນປະຈຸບັນ, ຫວຽດນາມ ຕ້ອງມີລະບົບການເງິນທີ່ກ້າວໜ້າ, ທັນສະໄໝເພື່ອຕອບສະໜອງການພັດທະນາແບບຍືນຍົງ. ຄຽງຄູ່ກັນນັ້ນ, ແມ່ນທ່າອ່ຽງຫັນປ່ຽນພະລັງງານສີຂຽວ ແລະພະລັງງານທົດແທນ ເພື່ອຕອບສະໜອງຄວາມຕ້ອງການຂອງການເຕີບໂຕແບບຍືນຍົງໃນອະນາຄົດ.

ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ, ສະຖາບັນ TBI ຈະສືບຕໍ່ແບ່ງປັນປະສົບການ, ຄົ້ນຄວ້າ ແລະປຶກສາຫາລື ເພື່ອໃຫ້ຫວຽດນາມ ກໍ່ສ້າງສູນການເງິນທີ່ສອດຄ່ອງກັບທຳນຽບສາກົນ ແລະລັກສະນະສະເພາະຂອງປະເທດ, ເຄື່ອນໄຫວຢ່າງມີປະສິດທິຜົນຢ່າງແທ້ຈິງ.

ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບສະຖາບັນ TBI ເພື່ອໃຫ້ຄຳປຶກສາແກ່ລັດຖະບານໃນການປະກາດໃຊ້ ແລະປະຕິບັດບັນດານະໂຍບາຍຊີ້ຂາດ ເພື່ອການພັດທະນາແບບຍືນຍົງ.

ໂດຍ: ໄຊນີດາ