Viettel ພວມແມ່ນກຸ່ມບໍລິສັດເສດຖະກິດແຖວໜ້າ ແລະມີປະສິດທິຜົນ, ເປັນແບບຢ່າງຂອງລັດວິສາຫະກິດທີ່ນຳໜ້າໃນການປະຕິບັດຍຸດທະສາດແຫ່ງຊາດໃນຂົງເຂດໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານ ແລະອຸດສາຫະກຳປ້ອງກັນຊາດເຕັກໂນໂລຢີສູງ.

ສ້າງຄວາມບຸກທະລຸໃນຂະແໜງໂທລະຄົມມະນາຄົມ

ປີ 2023, ຕໍ່ໜ້າສະພາບການດ້ານການເມືອງ, ເສດຖະກິດທົ່ວໂລກມີການຜັນແປ, Viettel ສືບຕໍ່ພິສູດໃຫ້ເຫັນວ່າ ຍິ່ງປະເຊີນໜ້າກັບສິ່ງທ້າທາຍ, Viettel ຍິ່ງແຂງແກ່ນ, ສາມັກຄີ, ປະດິດສ້າງ ແລະບຸກທະລຸ. ປີ 2023, Viettel ບັນລຸໄດ້ບັນດາຜົນງານທີ່ໜ້າປະທັບໃຈໃນທຸກຂົງເຂດໂທລະຄົມມະນາຄົມພາຍໃນ, ໂທລະຄົມມະນາຄົມຕ່າງປະເທດ, ການຫັນປ່ຽນດີຈີຕອນ, ການຄົ້ນຄວ້າການຜະລິດ... ທ່ານພົນຈັດຕະວາ ຕ່າວດຶ໊ກທັ໊ງ ປະທານທັງເປັນຜູ້ອຳນວຍການໃຫຍ່ Viettel ໃຫ້ຮູ້ວ່າ ປີ 2023, ລາຍຮັບຂອງ Viettel ບັນລຸໄດ້ 172,5 ພັນຕື້ດົ່ງ, ເພີ່ມຂຶ້ນ 5,4%; ປະກອບສ່ວນເຂົ້າງົບປະມານແຫ່ງລັດ 38,9 ພັນຕື້ດົ່ງ. ໃນ 3 ປີຜ່ານມາ, ອັດຕາສ່ວນກໍາໄລກ່ອນການເສຍພາສີອາກອນ/ລາຍຮັບກວ່າ 25%.

Viettel ໄດ້ກໍ່ສ້າງສອງພື້ນຖານໂຄງລ່າງໃນຂອບຂະໜາດແຫ່ງຊາດ. ພ້ອມທັງ Viettel ຍັງໄດ້ຮ່ວມເດີນທາງກັບລັດຖະບານປະຕິບັດໂຄງການຫັນປ່ຽນດີຈີຕອນແຫ່ງຊາດ ໃນ 3 ເສົາຄໍ້າ, ຄື: ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະສັງຄົມດີຈີຕອນ.

ໂດຍແມ່ນວິສາຫະກິດເຕັກໂນໂລຢີນໍາໜ້າຢູ່ຫວຽດນາມ, Viettel ກໍ່ແມ່ນວິສາຫະກິດນໍາໜ້າ ແລະມີປະສິດທິຜົນໃນການເຄື່ອນໄຫວລົງທຶນຢູ່ຕ່າງປະເທດດ້ວຍ 10 ຕະຫຼາດໃນ 3 ທະວີບ, ໃນນັ້ນກວມເອົາອັນດັບທີ 1 ໃນອັດຕາສ່ວນຕະຫຼາດໂທລະຄົມມະນາຄົມຢູ່ 7 ຕະຫຼາດ. ລະດັບເຕີບໂຕລາຍຮັບສະເລ່ຍໃນ 5 ປີມໍ່ໆມານີ້ແມ່ນ ທົບ 4-5 ເທົ່າຂອງລະດັບເຕີບໂຕສະເລ່ຍຂອງຂະແໜງໂທລະຄົມມະນາຄົມໂລກ.

leftcenterrightdel
ວິສະວະກອນຂອງບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel ຄົ້ນຄວ້າ, ຜະລິດອຸປະກອນ 5G. ພາບ: ທຸ໊ຍມາຍ

ກໍ່ສ້າງກຸ່ມອຸດສາຫະກຳປ້ອງກັນຊາດເຕັກໂນໂລຢີສູງ

ກຸ່ມອຸດສາຫະກຳປ້ອງກັນຊາດເຕັກໂນໂລຢີສວມບົດບາດສຳຄັນທີ່ສຸດ, ນໍາໜ້າໃນລະບົບປ່ຽນແປງໃໝ່ປະດິດສ້າງຢູ່ບັນດາປະເທດມະຫາອຳນາດໃນໂລກ. ບັນດາປະເທດໃນໂລກລ້ວນແຕ່ມີທ່າອ່ຽງພັດທະນາອຸດສາຫະກຳປ້ອງກັນຊາດທີ່ທັນສະໄໝ. ດ້ວຍພາລະກຳຂອງຕົນ, Viettel ພວມກໍ່ສ້າງກຸ່ມອຸດສາຫະກຳປ້ອງກັນຊາດເຕັກໂນໂລຢີສູງຂອງຫວຽດນາມ. Viettel ຍັງໄດ້ຄົ້ນຄວ້າ, ຜະລິດຜະລິດຕະພັນ 50 ກວ່າປະເພດ. ບັນດາຜະລິດຕະພັນທີ່ສະໜອງໃຫ້ກອງທັບບໍ່ພຽງແຕ່ຮັບປະກັນຄວາມປອດໄພເທົ່ານັ້ນ, ຫາກຍັງຊ່ວຍປະຢັດງົບປະມານແຫ່ງລັດໄດ້ຫຼາຍສິບພັນຕື້ດົ່ງ.

ຄຽງຂ້າງນັ້ນ, Viettel ຍັງໄດ້ປະກອບສ່ວນເຂົ້າໃນການສ້າງຕັ້ງພື້ນຖານອຸດສາຫະກໍາຄວາມປອດໄພດ້ານໄຊເບີຢູ່ຫວຽດນາມ, ຖືພາລະກຳສ້າງລະບົບໄຊເບີທີ່ປອດໃສເພື່ອໃຫ້ປະຊາຊົນດໍາລົງຊີວິດຢ່າງປອດໄພກວ່າ. Viettel ເປັນຜູ້ສະໜອງບໍລິການຄວາມປອດໄພຂໍ້ມູນຂ່າວສານອັນດັບ 1 ຢູ່ຫວຽດນາມ, ກວມເອົາ 40% ຈໍານວນຜະລິດຕະພັນຄວາມປອດໄພຂໍ້ມູນຂ່າວສານທີ່ກະຊວງຖະແຫຼງຂ່າວ ແລະສື່ສານ ສະເໜີໃຫ້ນຳໃຊ້...

ຕ້ອງການຍຸດທະສາດເພື່ອສ້າງ “ຫົວໜ່ວຍນຳໜ້າ”

ສາມາດເຫັນໄດ້ວ່າ, ໃນຊຸມປີຜ່ານມາ, Viettel ໄດ້ມີການປ່ຽນແປງຫຼາຍຢ່າງ, ນັບແຕ່ຂະໜາດ, ຂອບເຂດ, ບົດຮຽນຕະຫຼອດຮອດກໍາລັງແຮງບົ່ມຊ້ອນດ້ານວັດຖຸ ແລະມະນຸດ. ແຕ່ມີສິ່ງໜຶ່ງໄດ້ ແລະຈະບໍ່ປ່ຽນແປງນັ້ນແມ່ນຄວາມຄາດຫວັງຢາກໃຫ້ Viettel ກາຍເປັນກຸ່ມບໍລິສັດເຕັກໂນໂລຢີທີ່ເຂັ້ມແຂງມີການດຳເນີນທຸລະກິດຢູ່ທົ່ວໂລກ, ບໍ່ພຽງແຕ່ສະໜອງການບໍລິການໂທລະຄົມມະນາຄົມ, ມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານ ແລະການບໍລິການດີຈີຕອນ, ແຈກຢາຍ, logistics ແລະການຄ້າເທົ່ານັ້ນ ແຕ່ຍັງຈະຄົ້ນຄວ້າ, ຜະລິດອຸດສາຫະກໍາເຕັກໂນໂລຢີສູງອີກດ້ວຍ. ຄວາມຄາດຫວັງແລະການກະທຳຂອງ Viettel ໄດ້ ແລະພວມສ້າງແຮງບັນດານໃຈໃຫ້ບັນດາວິສາຫະກິດອື່ນ.

ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ Viettel ເສີມຂະຫຍາຍບົດບາດນໍາພາ, ຢັ້ງຢືນບົດບາດແມ່ນ “ຫົວໜ່ວຍນໍາໜ້າ”, ທ່ານພົນຈັດຕະວາ ຕ່າວດຶ໊ກທັ໊ງ ສະເໜີໃຫ້ ພັກ, ລັດ ປະກາດໃຊ້ຍຸດທະສາດກ່ຽວກັບການກໍ່ສ້າງ “ຫົວໜ່ວຍນໍາໜ້າ” ໃຫ້ພື້ນຖານເສດຖະກິດພ້ອມດ້ວຍກົນໄກ. ຕາມທ່ານພົນຈັດຕະວາ ຕ່າວດຶ໊ກທັ໊ງ ແລ້ວ: “ການກໍ່ສ້າງ “ຫົວໜ່ວຍນໍາໜ້າ” ພ້ອມດ້ວຍກົນໄກແມ່ນບາດກ້າວຕັດສິນໃຈເພື່ອກໍ່ສ້າງລັດວິສາຫະກິດໃຫ້ສວມບົດບາດນຳໜ້າ, ຊັກຈູງ, ເຊື່ອມຕໍ່ພາກເອກະຊົນ, ເປັນເຈົ້າຂອງເຕັກໂນໂລຢີ, ສ້າງລະບົບຕ່ອງໂສ້ປ່ຽນແປງໃໝ່ປະດິດສ້າງ, ປະກອບສ່ວນກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ໝັ້ນຄົງເຂັ້ມແຂງ”.

ທີ່ກ່ຽວຂ້ອງເຖິງແຜນນະໂຍບາຍພັດທະນາບັນດາວິສາຫະກິດ “ຫົວໜ່ວຍນໍາໜ້າ” ຢູ່ຫວຽດນາມ, ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໃຫ້ຮູ້ວ່າ ການພັດທະນາວິສາຫະກິດ, ໃນນັ້ນມີ ວິສາຫະກິດຂະໜາດໃຫຍ່ແມ່ນມາດຕະການທີ່ສຳຄັນເພື່ອຍົກສູງຄວາມສາມາດການຜະລິດ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ.

ດ້ວຍເປົ້າໝາຍພັດທະນາ “ບັນດາຫົວໜ່ວຍນໍາໜ້າ” ໃຫ້ພື້ນຖານເສດຖະກິດ, ດ້ວຍບົດບາດແມ່ນອົງການເສນາທິການລວມ, ກະຊວງແຜນການ ແລະການລົງທຶນ ພວມສະເໜີຕໍ່ນາຍົກລັດຖະມົນຕີ ກ່ຽວກັບການຄົ້ນຄວ້າແຜນຮ່າງ “ກໍ່ສ້າງກົນໄກ, ນະໂຍບາຍສ້າງຕັ້ງ ແລະພັດທະນາວິສາຫະກິດແນໃສ່ເສີມຂະຫຍາຍບົດບາດນໍາໜ້າໃນບາງຂະແໜງການ, ຂົງເຂດຫາກໍ່ພົ້ນເດັ່ນ, ມີທ່າໄດ້ປຽບໃນການແກ່ງແຍ່ງແນໃສ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ”. ສໍາລັບວິສາຫະກິດຂະໜາດໃຫຍ່ ຂຶ້ນກັບພາກລັດ, ນອກຈາກບັນດານະໂຍບາຍໜູນຊ່ວຍລວມທີ່ໄດ້ກ່າວມາຂ້າງເທິງແລ້ວ, ກະຊວງແຜນການ ແລະການລົງທຶນ ຄາດຄະເນວ່າຈະສະເໜີບາງກົນໄກ, ນະໂຍບາຍສະເພາະເພື່ອເສີມຂະຫຍາຍແຫຼ່ງກຳລັງທີ່ກຳໄດ້ຢູ່ລັດວິສາຫະກິດໃຫ້ໄດ້ຢ່າງສຸດຂີດຮັບໃຊ້ການເຄື່ອນໄຫວລົງທຶນພັດທະນາ, ຄື: ປະຕິບັດການແບ່ງຂັ້ນຢ່າງແຂງແຮງ, ມອບສິດ ເປັນເຈົ້າການໃຫ້ແກ່ວິສາຫະກິດ...

ໂດຍ: ເຈິ່ນຮວ່ຽນ