ກ່າວຄຳເຫັນທີ່ກອງປະຊຸມຄັ້ງນີ້, ຜູ້ຕາງໜ້າຂອງຫວຽດນາມ ໄດ້ຢັ້ງຢືນຄືນໃໝ່ບູລິມະສິດຂອງການກໍ່ສ້າງສັງຄົມໃຫ້ຮອບດ້ານ, ມີຄວາມຍຸຕິທໍາ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບໍ່ປະໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ນີ້ກໍ່ແມ່ນນະໂຍບາຍໃຫຍ່ຂອງພັກກອມມູນິດຫວຽດນາມ, ຮັບປະກັນໃຫ້ສະມາຊິກທັງໝົດໃນສັງຄົມມີຄວາມສະເໝີພາບໃນການເຂົ້າເຖິງໂອກາດ, ແຫຼ່ງກຳລັງເພື່ອສາມາດພັດທະນາ.

ດ້ວຍຫົວຂໍ້ທີ່ວ່າ “ຊຸກຍູ້ການພັດທະນາ ແລະສ້າງຄວາມຍຸຕິທຳໃນສັງຄົມ ໂດຍຜ່ານນະໂຍບາຍສັງຄົມເພື່ອກະຕຸກຊຸກຍູ້ການປະຕິບັດໂຄງການ ດໍາເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະບັນລຸເປົ້າໝາຍລົບລ້າງຄວາມທຸກຍາກ”, ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດສະມາຊິກ ສປຊ ແລະ ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.

ຄວາມກ້າວໜ້າ ແລະຄວາມຍຸຕິທຳໃນສັງຄົມແມ່ນເສົາຄ້ຳຂອງການພັດທະນາແບບຍືນຍົງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິມິງທວາ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໃຫ້ຮູ້ວ່າ ຫວຽດນາມ ໄດ້ຜັນຂະຫຍາຍບັນດານະໂຍບາຍດ້ານການສຶກສາ, ເພື່ອຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຍ້ອນສິ່ງດັ່ງກ່າວນັ້ນ ຈຶ່ງບັນລຸໄດ້ຜົນງານລະອຽດ ຄື: ເຮັດໃຫ້ອັດຕາຄອບຄົວທຸກຍາກ ໃນປີ 2022 ຫຼຸດລົງຈາກ 9,2% ເຫຼືອ 4,3%, ເພີ່ມລາຍຮັບສະເລ່ຍຂອງຄອບຄົວທຸກຍາກໄດ້ 230% ເມື່ອທຽບໃສ່ໄລຍະດຽວກັນ, ເຮັດໃຫ້ອັດຕາປະຊາຊົນຜູ້ທີ່ຮູ້ໜັງສື ແລະເດັກນ້ອຍໄດ້ໄປໂຮງຮຽນຖືກຕາມເກນອາຍຸ ເພີ່ມຂຶ້ນສູງກວ່າ 90%.

ສະພາບຕົວຈິງໄດ້ສະແດງໃຫ້ເຫັນວ່າ ການປະຕິບັດຄວາມກ້າວໜ້າ ແລະສ້າງຄວາມຍຸຕິທຳໃນສັງຄົມ ແມ່ນນະໂຍບາຍໃຫຍ່ຂອງພັກກອມມູນິດຫວຽດນາມ. ໃນວິວັດການນຳພາປະເທດຊາດ, ຍາມໃດພັກກໍ່ມີຄວາມສະເໝີຕົ້ນສະເໝີປາຍຕໍ່ກັບທັດສະນະ ຖືເອົາປະຊາຊົນເປັນໃຈກາງ. ການປະຕິບັດຄວາມຄືບໜ້າ ແລະຄວາມຍຸຕິທຳໃນສັງຄົມ ຍາມໃດກໍ່ໄດ້ຮັບການຄົ້ນຄວ້າ, ຫັນເປັນລະອຽດ ໃນແຕ່ລະນະໂຍບາຍ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ. ດ້ານໜຶ່ງ, ຄວາມຄືບໜ້າ ແລະ ຄວາມຍຸຕິທຳທາງສັງຄົມ ຍັງຮັບປະກັນຊີວິດການເປັນຢູ່ທີ່ອີ່ມໜໍາສໍາລານ ແລະສະຖຽນລະພາບຂອງສະມາຊິກໝົດທຸກຄົນ ໃນວົງຄະນະຍາດບັນດາເຜົ່າຫວຽດນາມ, ພິເສດແມ່ນຜູ້ດ້ອຍໂອກາດ; ປະຕິບັດການຮັບປະກັນຊີວິດສັງຄົມຕາມທິດນໍາທີ່ວ່າ “ບໍ່ປະໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ”; ຍົກສູງການສະຫວັດດີການສັງຄົມ ແລະຮັດແຄບຊ່ອງຫວ່າງລະຫວ່າງຄວາມຮັ່ງມີ ແລະ ຄວາມທຸກຍາກເທື່ອລະກ້າວ.

leftcenterrightdel
ກອງປະຊຸມຄັ້ງທີ 62 ຄະນະກຳມະການພັດທະນາສັງຄົມ (CsocD) ຂອງສະຫະປະຊາຊາດ. ພາບ: dangcongsan.vn

ຜົນປະກົດວ່າ ຢູ່ຫວຽດນາມ, ບັນດາຕົວເລກຄາດໝາຍກ່ຽວກັບການຫຼຸດຜ່ອນຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ແລະ ການຮັດແຄບຊ່ອງຫວ່າງລະຫວ່າງຄວາມຮັ່ງມີ ແລະຄວາມທຸກຍາກ ໄດ້ປະຕິບັດໃນຂອບເຂດທົ່ວປະເທດ, ໂດຍສຸມໃສ່ເມືອງທຸກຍາກ ແລະຕາແສງປະສົບກັບ ຄວາມຫຍຸ້ງຍາກເປັນພິເສດ, ເຂດແຄມທະເລ, ໝູ່ເກາະ. ພ້ອມກັນນັ້ນ, ເປົ້າໝາຍສະຫັດສະວັດກ່ຽວກັບການລົບລ້າງຄວາມທຸກຍາກທີ່ສຸດ ແລະ ຄວາມຂາດເຂີນອຶດຫິວກໍ່ໄດ້ປະຕິບັດສໍາເລັດ; ອັດຕາຄອບຄົວທຸກຍາກຄ່ອຍໆຫຼຸດລົງຕາມການເວລາ ພ້ອມກັບວິວັດການເຕີບໂຕດ້ານເສດຖະກິດ. ອັດຕາຜູ້ເຂົ້າປະກັນສຸຂະພາບ ເພີ່ມຂຶ້ນຢ່າງວ່ອງໄວ ຈາກ 60,9% (ປີ 2010) ຂຶ້ນເປັນ 94,11% ໃນປີ 2024. ຂົງເຂດການສຶກສາ ແລະພັດທະນາມະນຸດໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ໂດຍຜ່ານການກຳນົດຫຼາຍທິດທາງ ແລະນະໂຍບາຍ. ໃນຂະນະນັ້ນ ຍັງບໍ່ທັນມີເງື່ອນໄຂເພື່ອຮັບປະກັນໃຫ້ທຸກຄົນໄດ້ຮຽນຟຼີ, ຫວຽດນາມ ສຸມໃສ່ປະຕິບັດສຳເລັດກ່ຽວກັບໜ້າທີ່ລົບລ້າງໄພບໍ່ຮູ້ໜັງສື, ສຳເລັດການສຶກສາພາກບັງຄັບຊັ້ນປະຖົມສຶກສາ (ປີ 2000) ແລະ ສຳເລັດການສຶກສາ ພາກບັງຄັບຊັ້ນມັດທະຍົມຕອນຕົ້ນ (ປີ 2010); ຈໍານວນນັກສຶກສາລະດັບມະຫາວິທະຍາໄລ ແລະວິທະຍາໄລເພີ່ມຂຶ້ນເກືອບ 18 ເທົ່າ ໃນໄລຍະ 40 ປີທີ່ຜ່ານມາ.

ປະຕິບັດຄວາມກ້າວໜ້າ ແລະຄວາມຍຸຕິທຳສັງຄົມໃນສະພາບການໃໝ່

ກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ ໄດ້ຊີ້ແຈ້ງກ່ຽວກັບຄວາມຕ້ອງການຄຸ້ມຄອງການພັດທະນາສັງຄົມແບບຍືນຍົງ, ຮັບປະກັນຄວາມຄືບໜ້າ, ຄວາມຍຸຕິທຳໃນສັງຄົມ ແລະຮັບປະກັນການຜັນຂະຫຍາຍບັນດາເປົ້າໝາຍທາງດ້ານເສດຖະກິດ, ຄວາມຄືບໜ້າ ແລະຄວາມຍຸຕິທຳໃນສັງຄົມ, ສິ່ງແວດລ້ອມຢ່າງຄົບຊຸດ ແລະຮອບດ້ານ, ບົນພື້ນຖານນັ້ນ, ປ່ຽນແປງໃໝ່ການຈັດແບ່ງແຫຼ່ງຊັບພະຍາກອນໃຫ້ເໝາະສົມ ເພື່ອຍົກສູງປະສິດທິຜົນຂອງການພັດທະນາສັງຄົມ.

ສະນັ້ນ, ບັນດານະໂຍບາຍພັດທະນາດ້ານເສດຖະກິດໃນໄລຍະຈະມາເຖິງ ຈະສືບຕໍ່ໄດ້ປະຕິບັດຕາມທິດຮັບປະກັນຄວາມຄືບໜ້າ, ມີຄວາມຍຸຕິທໍາໃນສັງຄົມ; ພ້ອມກັນນັ້ນ, ສຸມໃສ່ກໍ່ສ້າງຮູບແບບການຄຸ້ມຄອງ ແລະພັດທະນາສັງຄົມໃຫ້ກົມກຽວ, ເໝາະສົມກັບສະພາບການໃໝ່.

ຫວຽດນາມ ກໍ່ຈະປະຕິບັດນະໂຍບາຍບຸລິມະສິດ ແລະໜູນຊ່ວຍສັງຄົມໃຫ້ເປັນຢ່າງດີ, ປະກອບສ່ວນຮັກສາສະຖຽນລະພາບ ແລະຍົກສູງຄຸນນະພາບການດຳລົງຊີວິດໃຫ້ບັນດາເປົ້າໝາຍທີ່ດ້ອຍໂອກາດ. ດ້ານໜຶ່ງແມ່ນເພີ່ມທະວີການເຄື່ອນໄຫວໜູນຊ່ວຍຄົນທຸກຍາກ ແລະຄົນດ້ອຍໂອກາດໃນການເຂົ້າເຖິງການສຶກສາ ເພື່ອສ້າງວິທີຫາເງິນລ້ຽງຊີບແບບຍືນຍົງໃຫ້ແກ່ບັນດາເປົ້າໝາຍດັ່ງກ່າວ.

ຄຽງຄູ່ກັນນັ້ນແມ່ນການຄາດຄະເນໃຫ້ຖືກຕ້ອງກັບທ່າອ່ຽງການປ່ຽນແປງດ້ານໂຄງປະກອບຂອງສັງຄົມຢູ່ຫວຽດນາມ ໃນຊຸມປີຕໍ່ໄປເພື່ອແນໃສ່ກໍ່ສ້າງບັນດານະໂຍບາຍພັດທະນາໃຫ້ເໝາະສົມກັບເງື່ອນໄຂ ແລະສະພາບການໃໝ່.

ປະຕິບັດການພັດທະນາລະບົບຮັບປະກັນຊີວິດສັງຄົມຢ່າງຮອບດ້ານ, ກ້າວໄປເຖິງການຄຸ້ມຄອງທົ່ວປວງຊົນ. ປະຕິຮູບລະບົບປະກັນໄພສັງຄົມຫຼາຍຊັ້ນ, ຜັນຂະຫຍາຍ “ບັນດາມາດຕະການແກ້ໄຂເພື່ອຫຼຸດຜ່ອນຄວາມທຸກຍາກຫຼາຍດ້ານ ແລະຍືນຍົງ, ຮັບປະກັນຄ່າຄອງຊີບໃຫ້ຢູ່ໃນລະດັບຕໍ່າສຸດ ແລະການບໍລິການພື້ນຖານຢ່າງຄົບຊຸດ".

ການປະຕິບັດເປົ້າໝາຍພັດທະນາ ແລະສ້າງຄວາມຍຸຕິທຳໃນສັງຄົມຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ດ້ວຍການກໍານົດທິດທາງທີ່ຖືກຕ້ອງ, ດ້ວຍຄວາມຕັດສິນໃຈຂອງທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ, ພ້ອມກັບການເພີ່ມທະວີການຮ່ວມມືສາກົນ, ການພັດທະນາ ແລະ ຮັບປະກັນຄວາມຍຸຕິທຳໃນສັງຄົມຢູ່ ຫວຽດນາມ ຈະບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ.

ໂດຍ: ທູຈາງ