ຈັດຕັ້ງການເຄື່ອນໄຫວຕອບສະໜອງວັນສິ່ງແວດລ້ອມໂລກ
ກປ.ອອນໄລ - ວັນທີ 19 ພຶດສະພາ, ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ໄດ້ປະກາດໃຊ້ເອກະສານວ່າດ້ວຍການຈັດຕັ້ງການເຄື່ອນໄຫວຕອບສະໜອງວັນສິ່ງແວດລ້ອມໂລກ (5 ມິຖຸນາ) ແລະວັນມະຫາສະໝຸດໂລກ (8 ມິຖຸນາ) ປີ 2023.
    |
 |
ມົນລະພິດຂີ້ເຫຍື້ອຢາງປລາສຕິກ ຢູ່ທະເລ ນັບມື້ນັບຮ້າຍແຮງຂຶ້ນເລື້ອຍໆ. ພາບ: Wired |
ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ໄດ້ສະເໜີໃຫ້ປະກາດໃຊ້ບັນດາຂໍ້ກໍານົດ, ກົນໄກ ແລະນະໂຍບາຍບຸລິມະສິດໃຫ້ແກ່ວິສາຫະກິດທີ່ເຮັດທຸລະກິດກ່ຽວກັບຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ແລະວິສາຫະກິດທີ່ຜະລິດສິ່ງເສດເຫຼືອຄືນໃໝ່; ເພີ່ມທະວີການຄົ້ນຄວ້າ ແລະຖ່າຍທອດເຕັກໂນໂລຢີທີ່ກ້າວໜ້າ ເພື່ອນຳເອົາສິ່ງເສດເຫຼືອຢາງປລາສຕິກ ມາຜະລິດໃຫ້ກາຍເປັຜະລິດຕະພັນທີ່ສາມາດນຳໃຊ້ຄືນໃໝ່, ມີປະໂຫຍດ ແລະເປັນມິດກັບສິ່ງແວດລ້ອມ. ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ຈັດຕັ້ງການເຄື່ອນໄຫວຊຸມຊົນ, ຄື: ງານໂຮມຊຸມນຸມມິດຕິງ, ຂະບວນການເຮັດອະນາໄມສິ່ງແວດລ້ອມ, ປູກຕົ້ນໄມ້, ເກັບ-ແຍກຂີ້ເຫຍື້ອ ແລະບຳບັດສິ່ງເສດເຫຼືອ... ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ກໍ່ສະເໜີໃຫ້ 28 ແຂວງ, ນະຄອນຢູ່ແຄມທະເລໃນທົ່ວປະເທດ ເອົາໃຈໃສ່ເຖິງການກໍ່ສ້າງໂຄງການຕ່າງໆ ເພື່ອປົກປັກຮັກສາສິ່ງແວດລ້ອມ, ຮັບໃຊ້ຜົນປະໂຫຍດໃຫ້ແກ່ວົງຄະນະຍາດຊຸມຊົນ ແລະພັດທະນາເສດຖະກິດທະເລແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ໂດຍ: ທູຈາງ