ປີ 2022 ແມ່ນປີທໍາອິດ ເຊິ່ງ Viettel ເຄື່ອນໄຫວພາຍໃຕ້ການບໍລິຫານຂອງການນໍາຜູ້ໃໝ່, ທ່ານພັນເອກພິເສດ ຕ່າວດຶກຖັ໊ງ ໄດຮັບການມອບໝາຍໜ້າທີ່ເປັນປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ. ການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດຂອງ Viettel ຮັກສາໄດ້ທ່າເຕີບໂຕໃນສະພາບການເກີດໂລກລະບາດ ແລະເສດຖະກິດທົ່ວໂລກຜັນແປສັບສົນ.

ລາຍຮັບຈາກໂທລະຄົມມະນາຄົມຢູ່ຕ່າງປະເທດບັນລຸເກືອບ 3 ຕື້ໂດລາສະຫະລັດ, ປະມານ 70.000 ຕື້ດົ່ງ

ລະດັບການເຕີບໂຕຂອງລາຍຮັບແມ່ນ 6,1% ໄດ້ນໍາເອົາຜົນກຳໄລມາໃຫ້ Viettel ກ່ອນເສຍອາກອນຂຶ້ນເຖິງ 43,1 ພັນຕື້ດົ່ງ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ປີ 2021; ປະກອບເຂົ້າງົບປະມານແຫ່ງລັດ 38 ພັນຕື້ດົ່ງ. Viettel ສືບຕໍ່ຮັກສາທີ່ຕັ້ງແມ່ນບໍລິສັດສະໜອງການບໍລິການໂທລະຄົມມະນາຄົມໂທລະສັບມືຖືອັນດັບ 1 ຢູ່ຫວຽດນາມ ດ້ວຍອັດຕາສ່ວນຕະຫຼາດແມ່ນ 54%.

ເປັນຄັ້ງທໍາອິດທີ່ການເຄື່ອນໄຫວລົງທຶນຢູ່ຕ່າງປະເທດຂອງ Viettel  ບັນລຸເກືອບ 3 ຕື້ໂດລາສະຫະລັດ. ແຫຼ່ງເງິນຕາຈາກຕ່າງປະເທດທີ່ໂອນມາພາຍໃນປະເທດ ໃນປີ 2022 ຂຶ້ນເຖິງ 500 ລ້ານໂດລາສະຫະລັດ - ສູງກວ່າໝູ່ໃນຮອບ 5 ປີຜ່ານມາ.

ສ່ວນຂົງເຂດມາດຕະການ ແລະການບໍລິການດີຈີຕອນ ກໍ່ສະແດງໃຫ້ເຫັນການບຸກທະລຸ, ລາຍຮັບທີ່ມາຈາກມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານ ມີລະດັບການເຕີບໂຕ 58%. ຜູ້ນໍາໃຊ້ການບໍລິການ Viettel Money ເພີ່ມຂຶ້ນທົບ 6 ເທົ່າເມື່ອທຽບໃສ່ຊຸມປີຕ່າງໆ. Viettel Money ກໍ່ແມ່ນແອັບພຼີເຄຊັນພັດທະນາໄວທີ່ສຸດໃນຕະຫຼາດ ປີ 2022.

leftcenterrightdel
ຂົງເຂດມາດຕະການ ແລະການບໍລິການດີຈີຕອນ ສະແດງໃຫ້ເຫັນການບຸກທະລຸ, ລາຍຮັບຈາກບັນດາມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານເພີ່ມຂຶ້ນ 58%. ພາບ: qdnd.vn

ໃນຄວາມຫຍຸ້ງຍາກຍາມໃດ Viettel ກໍ່ຊອກເຫັນໂອກາດໄດ້

ໄປພ້ອມກັບເລື່ອງສືບຕໍ່ຫັນປ່ຽນດີຈີຕອນໃຫ້ຂະແໜງການສຶກສາ, ສາທາລະນະສຸກ, ຄົມມະນາຄົມ, Viettel ໄດ້ຜັນຂະຫຍາຍສູນບໍລິຫານອັດສະລິຍະ (IOC) ໃຫ້ອໍານາດການປົກຄອງ 35 ແຂວງ, ນະຄອນ, ກໍ່ສ້າງສູນຕິດຕາມກວດກາຄວາມປອດໄພຂໍ້ມູນຂ່າວສານ (SOC) ໃຫ້ 20 ແຂວງ, ນະຄອນ. ບໍ່ພຽງແຕ່ສະໜອງມາດຕະການເທົ່ານັ້ນ, Viettel ຍັງໄດ້ກາຍເປັນຄູ່ຮ່ວມມືໃຫ້ຄໍາປຶກສາດ້ານການຫັນປ່ຽນດີຈີຕອນ, ຕີລາຄາການເຕີບໂຕດີຈີຕອນໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດ ຢູ່ຫວຽດນາມ. ຄວາມແຕກຕ່າງກັນແມ່ນມາດຕະການເກືອບທັງໝົດໂດຍ Viettel ສະໜອງລ້ວນແຕ່ແມ່ນຄົນຫວຽດນາມ ພັດທະນາ, ເປັນເຈົ້າຂອງເຕັກໂນໂລຢີ.

ຂົງເຂດການຄ້າເອເລັກໂຕນິກ ແລະ logistics ໄດ້ຮັບການສ້າງໂຄງປະກອບຄືນໃໝ່, ຫັນບັນດາຜະລິດຕະພັນ, ການບໍລິການ ໄປຕາມທິດເພີ່ມທະວີການລົງທຶນດ້ານເຕັກໂນໂລຢີ, ຍົກສູງປະສິດທິຜົນ ແລະສ້າງຄວາມແຕກຕ່າງກັນໃນການນໍາໃຊ້ຂອງລູກຄ້າໄດ້ດີທີ່ສຸດ. ໃນຂົງເຂດຂາຍຍ່ອຍ, ບັນດາມາດຕະການຂາຍສິນຄ້າທາງອອນລາຍ ສົມທົບກັບການຂາຍຢູ່ຮ້ານໂດຍກົງ ໄດ້ຊ່ວຍໃຫ້ລູກຄ້າ 78% ມີການຕີລາສູງ Viettel Store ກ່ຽວກັບການນໍາໃຊ້ຜະລິດຕະພັນໃໝ່.

ກ່ຽວກັບຂົງເຂດການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, Viettel ໄດ້ປະຕິບັດສໍາເລັດໜ້າທີ່ ເຊິ່ງພັກ, ລັດຖະບານ, ກະຊວງປ້ອງກັນປະເທດ ຫວຽດນາມ ມອບໝາຍໃຫ້. ພົ້ນເດັ່ນແມ່ນວຽກງານຄົ້ນຄວ້າ, ເປັນເຈົ້າຕົນເອງ, ປະດິດສ້າງອາວຸດຍຸດໂທປະກອນທີ່ສໍາຄັນປະສົບຜົນສໍາເລັດ, ກາຍເປັນແກ່ນສານໃນກຸ່ມອຸດສາຫະກໍາປ້ອງກັນຊາດເຕັກໂນໂລຢີສູງ. ສະຖາບັນການບິນອາວະກາດ Viettel ມີລາຍຮັບກວ່າ 1.000 ຕື້ດົ່ງ. ລະບົບນິເວດໂຄງລ່າງໂທລະຄົມມະນາຄົມ 5G ຂອງ Viettel ຮັບປະກັນຄວາມຄືບໜ້າຂອງກະຊວງຖະແຫຼງຂ່າວ-ສື່ສານ ແລະກຸ່ມບໍລິສັດ, ນໍາຫວຽດນາມ ລອດເຂົ້າໃນທອັບ 5 ປະເທດທໍາອິດ ທີ່ເປັນເຈົ້າຂອງເຕັກໂນໂລຢີ 5G.

ທ່ານພັນເອກພິເສດ ຕ່າວດຶກຖັ໊ງ ປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ເນັ້ນໜັກວ່າ: “ໝາກຜົນຂອງແຕ່ລະຂົງເຂດ, ແຕ່ລະກົມກອງຂອງ Viettel ອາດຈະແຕກຕ່າງກັນ,  ແຕ່ວ່າຜົນສໍາເລັດເຫຼົ່ານັ້ນລ້ວນແຕ່ມາຈາກຄວາມຄາດຫວັງຢ່າງຍິ່ງໃຫຍ່, ຄວາມມານະພະຍາຍາມຢ່່າງບໍ່ຢຸດຢັ້ງ ແລະບໍ່ຍອມຖອຍ. ວັດທະນະທໍາ Viettel ໄດ້ສ້າງໃຫ້ພວກຂ້າພະເຈົ້າ ມີທ່າທີທີ່ເປັນເອກະລັກສະເພາະ: ຍາມໃດກໍ່ຊອກເຫັນໂອກາດທີ່ຢູ່ໃນຄວາມຫຍຸ້ງຍາກ, ພ້ອມແລ້ວທີ່ຈະປະເຊີນໜ້າກັບສິ່ງທ້າທາຍ, ບໍ່ຫຼີກໜ້າທີ່. ນັ້ນແມ່ນກໍາລັງແຮງພາຍໃນຂອງຜູ້ທີ່ເຮັດວຽກຢູ່ Viettel - ຜູ້ທີ່ມີພາລະກໍາປະດິດຄິດສ້າງເພື່ອມະນຸດ”.

ໂດຍ: ທູຈາງ