ສະເໜີຕົວກອງທຶນເລີ່ມທຸລະກິດປະດິດສ້າງ GMT SI-FUND
ກປ.ອອນໄລ - ຕອນເຊົ້າວັນທີ 1 ສິງຫາ, ທີ່ຮ່າໂນ້ຍ ໄດ້ດໍາເນີນພິທີສະເໜີຕົວກອງທຶນເລີ່ມທຸລະກິດປະດິດສ້າງ GMT SI-FUND ຢ່າງເປັນທາງການດ້ວຍຈຸດປະສົງໜູນຊ່ວຍ ແລະລົງທຶນເຂົ້າວິສາຫະກິດເລີ່ມທຸລະກິດຂະໜາດກາງ ແລະນ້ອຍ ເພື່ອແນໃສ່ພັດທະນາຂົງເຂດເລີ່ມທຸລະກິດເຕັກໂນໂລຢີສູງ.
    |
 |
ຜູ້ແທນແບ່ງປັນທີ່ພິທີສະເໜີຕົວ. ພາບ: qdnd.vn |
ທີ່ພິທີ, ທ່ານ ບຸ່ຍແທັງຕຸ່ງ, ຜູ້ອໍານວຍການກອງທຶນເລີ່ມທຸລະກິດປະດິດສ້າງ GMT SI-FUND ໃຫ້ຮູ້ວ່າ ກອງທຶນຈະສຸມໃສ່ລົງທຶນເຂົ້າບັນດາຮູບແບບດໍາເນີນທຸລະກິດ ໃນ 6 ຂົງເຂດ: ວິທະຍາສາດເຕັກໂນໂລຢີດີຈີຕອນ, ອະສັງຫາລິມະຊັບດີຈີຕອນ, ກະສິກໍາດີຈີຕອນ, ອຸດສາຫະກຳດີຈີຕອນ, ການຄ້າການບໍລິການດີຈີຕອນ, ການສຶກສາດີຈີຕອນ.
ເປົ້າໝາຍໃນປີ 2022 ຂອງກອງທຶນແມ່ນຈັດຕັ້ງໂດຍກົງ ຫຼືຮ່ວມສໍາພັນປະຕິບັດທົດລອງ 2-5 ໂຄງການເລີ່ມທຸລະກິດ. ແຕ່ປີ 2023-2025, ກອງທຶນ ຈະເພີ່ມທະວີພັດທະນາບັນດາໂຄງການເລີ່ມທຸລະກິດປະດິດສ້າງ, ມຸ່ງໄປເຖິງເປົ້າໝາຍຫັນເປັນດີຈີຕອນຢູ່ພາຍໃນປະເທດ ແລະສາກົນ.
ຮອດປີ 2030, ກອງທຶນ ວາງເປົ້າໝາຍເປີດກວ້າງການຮ່ວມສໍາພັນກອງທຶນກັບບຸກຄົນ, ໝູ່ຄະນະ, ວິສາຫະກິດ, ອົງການຈັດຕັ້ງສັງຄົມຕ່າງໆຢູ່ພາຍໃນປະເທດ ແລະສາກົນ ເພື່ອແນໃສ່ຍູ້ແຮງການເຊື່ອມຕໍ່ແລກປ່ຽນການຄ້າ, ວຽກງານໜູນຊ່ວຍການເລີ່ມທຸລະກິດຕາມເຕັກໂນໂລຢີດີຈີຕອນ.
ໂດຍ: ທູຈາງ