ໃນບົດກ່າວປາໄສຊີ້ນໍາ ແລະສະເໜີກອງປະຊຸມສໍາມະນາ, ສະຫາຍ ຫງວຽນຊວນຖັ໊ງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ໄດ້ຫວນຄືນຊີວິດການເຄື່ອນໄຫວປະຕິວັດຂອງສະຫາຍ ເລດຶກເຖາະ ຈາກບົດບາດເປັນສະມາຊິກພັກຊຸດທໍາອິດຂອງພັກ ເຖິງກາຍເປັນຜູ້ນໍາທີ່ປີຊາສາມາດຂອງພັກ, ຂອງການປະຕິວັດຫວຽດນາມ. 

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາວິທະຍາສາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດສະຫາຍ ເລດຶກເຖາະ ຄົບຮອບ 110 ປີ. ພາບ: ສໍານັກຂ່າວສານຫວຽດນາມ.

ກວ່າ 40 ບົດປະກອບຄໍາເຫັນ ແລະບົດຂຽນຂອງການນໍາພັກ, ບັນດາຄະນະ, ກະຊວງ, ຂະແໜງການ, ແຂວງນາມດິ້ງ ແລະນັກວິທະຍາສາດທີ່ກອງປະຊຸມສຳມະນາ ສືບຕໍ່ເຮັດແຈ້ງ, ຢັ້ງຢືນການອຸທິດສ່ວນອັນໃຫຍ່ຫຼວງຂອງສະຫາຍ ເລດຶກເຖາະ ຕໍ່ການປະຕິວັດຫວຽດນາມ ຜ່ານສະໄໝຕ່າງໆ, ໃນນັ້ນ, ພົ້ນເດັ່ນກວ່າໝູ່ແມ່ນການປະກອບສ່ວນຂອງສະຫາຍ ທາງດ້ານການທູດ ແລະວຽກງານຈັດຕັ້ງພະນັກງານ, ກໍ່ສ້າງພັກ. ຜ່ານນັ້ນ, ເຮັດແຈ້ງຮູບພາບຂອງສະຫາຍ ເລດຶກເຖາະ, ນັກກອມມູນິດທີ່ອົງອາດກ້າຫານ, ເປັນຜູ້ນໍາທີ່ປີຊາສາມາດຂອງພັກ ແລະການປະຕິວັດຫວຽດນາມ, ຜູ້ທີ່ໄດ້ອຸທິດສ່ວນອັນໃຫຍ່ຫຼວງໃຫ້ແກ່ວຽກງານຈັດຕັ້ງ, ກໍ່ສ້າງພັກ; ແມ່ນໜຶ່ງໃນບັນດາລູກສິດຂອງປະທານໂຮ່ຈີມິນ, ລູກຜູ້ດີເດັ່ນຂອງແຂວງນາມດິ້ງ; ສູ້ຊົນ, ສະຫຼະຕະຫຼອດຊີວິດໃຫ້ແກ່ພາລະກິດປະຕິວັດຂອງພັກ ແລະຂອງຊາດ.

ໂດຍ: ໄຊຊະນະ