ເງິນທຶນຈາກຕ່າງປະເທດ ສືບຕໍ່ຫຼັ່ງໄຫຼເຂົ້າມາຫວຽດນາມ

ຜ່ານຜ່າຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ, ການດຶງດູດທຶນຈາກຕ່າງປະເທດ ໃນເດືອນກັນຍາ ຂອງຫວຽດນາມ ຍັງເພີ່ມຂຶ້ນ 4,4 % ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ບັນລຸ 22,15 ຕື້ໂດລາສະຫະລັດ. ຕີລາຄາໝາກຜົນການດຶງດູດທຶນຈາກຕ່າງປະເທດ ໃນເດືອນກັນຍາ, ທ່ານນາງ ຫງວຽນທິບີກງອັກ, ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໃຫ້ຂໍ້ສັງເກດວ່າ ສຳລັບນັກລົງທຶນພວມທຳມາຫາກິນຢູ່ຫວຽດນາມ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່່ວ່າຫຼາຍວິສາຫະກິດ FDI ຍັງໃຫ້ຄຳໝັ້ນສັນຍາຍູ້ແຮງການລົງທຶນ ແລະເພີ່ມທຶນຕື່ມອີກໃຫ້ບັນດາໂຄງການຢູ່ຫວຽດນາມ. ໝາກຜົນນີ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງນັກລົງທຶນຕ່າງປະເທດຕໍ່ສະພາບແວດລ້ອມແຫ່ງການລົງທຶນທີ່ມີຄວາມໝັ້ນຄົງ, ປອດໄພ ແລະດູດດື່ມດ້ວຍຄວາມສາມາດບົ່ມຊ້ອນຫຼາຍຢ່າງຂອງຫວຽດນາມ. ອາດສາມາດເຫັນໄດ້ວ່າຄວາມຫຍຸ້ງຍາກໂດຍພະຍາດໂຄວິດ-19 ກໍ່ຂຶ້ນພຽງແຕ່ມີລັກສະນະຊົ່ວຄາວເທົ່ານັ້ນ.

leftcenterrightdel
ໂຮງງານ Samsung Electronics ຫວຽດນາມ ໄທງວຽນ ເພີ່ມທະວີມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: ງວຽນກິ່ງ.

ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ, ຜູ້ຕາງໜ້າບາງວິສາຫະກິດ FDI ໃຫ້ຮູ້ວ່າ ເຂົາເຈົ້າຍັງເຊື່ອໝັ້ນ ແລະສືບຕໍ່ມີແຜນການເປີດກວ້າງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ. ທ່ານ  Choi Joo Ho, ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດໃຫຍ່ Samsung ຫວຽດນາມ ໃຫ້ຮູ້ວ່າ ໃນ 6 ເດືອນຕົ້ນປີ,  Samsung ຫວຽດນາມ ສືບຕໍ່ຮັກສາການຜະລິດ, ການສົ່ງອອກ ແລະຖ້າວ່າໂຮງງານຢູ່ນະຄອນໂຮ່ຈີມິນ ເຄ່ືອນໄຫວຄືນໃໝ່ໃນມໍ່ໆມານີ້, ບໍລິສັດຈະບັນລຸເປົ້າໝາຍການສົ່ງອອກທີ່ໄດ້ວາງອອກໃນປີນີ້. ທ່ານ Choi Joo Ho ໃຫ້ຮູ້ວ່າ “ພະຍາດໂຄວິດ-19 ໄດ້ກໍ່ຄວາມຫຍຸ້ງຍາກຕ່າງໆແຕ່ໃນໄລຍະຍາວຫວຽດນາມ ຍັງຄົງແມ່ນປະເທດທີ່ສ້າງຄວາມດຶງດູດນັກລົງທຶນຕ່າງປະເທດ. ປະຈຸບັນ Samsung ຫວຽດນາມ ພວມສືບຕໍ່ກໍ່ສ້າງສູນ R&D (ຄົ້ນຄວ້າ ແລະພັດທະນາ) ດ້ວຍຂອບຂະໜາດກວ່າ 220 ລ້ານໂດລາສະຫະລັດຢູ່ຮ່າໂນ້ຍ. ນອກຈາກນັ້ນ, ໃນໄລຍະຈະມາເຖິງ, Samsung ຈະສືບຕໍ່ເປີດກວ້າງການຜະລິດ, ສືບຕໍ່ລົງທຶນປະກອບວັດຖຸອຸປະກອນໃຫ້ໂຮງງານ 6 ແຫ່ງທີ່ພວມເຄື່ອນໄຫວຢູ່ຫວຽດນາມ”.

ເນັ້ນໜັກທັດສະນະທີ່ວ່າ ຖ້າຫວຽດນາມ ທັງຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນທັງຮັກສາການຈໍລະຈອນຂອງສິນຄ້າ, ຮັບປະກັນການເຄື່ອນໄຫວຂອງລະບົບຕ່ອງໂສ້ການສະໜອງ,  ເງິນລົງທຶນຈາກຕ່າງປະເທດ ຈະສືບຕໍ່ເພີ່ມຂຶ້ນໃນໄລຍະຍາວ, ທ່ານ Binu Jacob, ຜູ້ອໍານວຍການໃຫຍ່ Nestle ຫວຽດນາມ ໃຫ້ຮູ້ວ່າ ກຸ່ມບໍລິສັດ Nestle ຫາກໍ່ຕົກລົງລົງທຶນ 132 ລ້ານໂດລາສະຫະລັດ ເພື່ອກໍ່ສ້າງໂຮງງານແຫ່ງໃໝ່ຢູ່ແຂວງດົ່ງນາຍ ໃນສອງປີຈະມາເຖິງ, ຜ່ານນັ້ນນຳຫວຽດນາມ ກາຍເປັນສູນຜະລິດຂອງ Nestle ຢູ່ອາຊີ ແລະທະວີບມະຫາສະໝຸດ.

ເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ນັກລົງທຶນ

ໃນສະພາບຄວາມຫຍຸ້ງຍາກລວມປະຈຸບັນນີ້, ຂະນະທີ່ທົ່ວປະເທດສຸມກຳລັງຕ້ານພະຍາດໂຄວິດ-19, ລັດຖະບານ, ນາຍົກລັດຖະມົນຕີ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງບັນດານັກລົງທຶນ, ເຖິງສະພາບແວດລ້ອມແຫ່ງການລົງທຶນ, ເອົາໃຈໃສ່ປັບປຸງ, ສ້າງສະພາບແວດລ້ອມການລົງທຶນ, ດຳເນີນທຸລະກິດທີ່ປອດໃສ, ຍຸຕິທຳ. ທ່ານນາຍົກລັດຖະມົນຕີ ໄດ້ຈັດຕັ້ງກອງປະຊຸມຫຼາຍຄັ້ງຢ່າງລຽນຕິດເພື່ອຮັບຟັງຄຳສະເໜີຂອງນັກລົງທຶນ, ມອບພາລະໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ພິຈາລະນາແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຂ້າງເພື່ອໃຫ້ເຂົາເຈົ້າອຸ່ນອ່ຽນໃຈລົງທຶນໃນໄລຍະຍາວຢູ່ຫວຽດນາມ.

ດົ່ງນາຍ ແມ່ນໜຶ່ງໃນບັນດາທ້ອງຖິ່ນຖືກຜົນກະທົບໃຫຍ່ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງທີ 4, ແຕ່ວ່າຍອດເງິນທຶນ FDI ເຂົ້າແຂວງດົ່ງນາຍ ໃນ 9 ເດືອນຜ່ານມາ ກໍ່ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ແບ່ງປັນບົດຮຽນດຶງດູດທຶນຈາກຕ່າງປະເທດ, ທ່ານນາງ ຫງວຽນທິຮວ່າງ, ຮອງປະທານຄະນະກຳມະການປະຊາຊົນແຂວງດົ່ງນາຍ ໃຫ້ຮູ້ວ່າ ແຕ່ລະປີ, ຄະນະກຳມະການປະຊາຊົນແຂວງ ຊີ້ນຳບັນດາພະແນກ, ຄະນະ, ຂະແໜງການສ້າງແຜນການດຶງດູດທຶນຈາກຕ່າງປະເທດ ຢູ່ບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນກໍ່ຄືບັນດາບ່ອນທີ່ມີຫຼາຍນັກລົງທຶນມີຄວາມສາມາດບົ່ມຊ້ອນກ່ຽວກັບທຶນ, ເຕັກໂນໂລຢີ. ພ້ອມທັງຈັດຕັ້ງກອງປະຊຸມເພື່ອເຊື່ອມຕໍ່ກັບວິສາຫະກິດພາຍໃນ ແລະຕ່າງປະເທດເປັນປະຈຳ, ເພື່ອຮ່ວມເດີນທາງ, ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ. ພິເສດ, ແຂວງດ່ົງນາຍ ເອົາໃຈໃສ່ພັດທະນາເຂດອຸດສາຫະກຳພ້ອມກັບການພັດທະນາລະບົບຄົມມະນາຄົມ.

ຢັ້ງຢືນລັດຖະບານຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ, ສ້າງເງື່ອນໄຂໜູນຊ່ວຍດີທີ່ສຸດ ເພື່ອໃຫ້ວິສາຫະກິດ FDI ພັດທະນາ, ທ່ານນາງ ຫງວຽນທິບີກງອັກ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ເນັ້ນໜັກວ່າ ແຫຼ່ງທຶນ FDI ໄດ້ກາຍເປັນພາກສ່ວນສຳຄັນຂອງພື້ນຖານເສດຖະກິດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຕີບໂຕຂອງງົບປະມານ, ເພີ່ມມູນຄ່າວົງເງິນສົ່ງອອກ, ສ້າງວຽກເຮັດງານທຳ ແລະຍົກສູງລາຍຮັບຂອງຜູ້ອອກແຮງງານ. ພະຍາດໂຄວິດ-19 ກໍ່ຄວາມດັນເພື່ອໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ປັບປຸງລະບອບລະບຽບການໃຫ້ສຳເລັດ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ປັບປຸງຂໍ້ກຳນົດທີ່ບໍ່ເໝາະສົມເພື່ອສ້າງເງື່ອນໄຂໃຫ້ນັກລົງທຶນອຸ່ນອ່ຽນໃຈລົງທຶນໃນໄລຍະຍາວ ແລະຍືນຍົງຢູ່ຫວຽດນາມ.

ໂດຍ: ແສງເດືອນ