ນີ້ແມ່ນຫົວໜ່ວຍຂົນສົ່ງທີ່ໄດ້ຮັບ “ບຸລິມະສິດພິເສດ” ຈາກອົງການທີ່ກ່ຽວຂ້ອງຢູ່ນະຄອນໂຮ່ຈີມິນ. ດ້ວຍຄວາມຕັດສິນໃຈຮັບປະກັນໃຫ້ລະບົບຕອບສະໜອງລຸລ່ວງໄປດ້ວຍດີ, ບໍ່ສົ່ງຜົນສະທ້ອນຕໍ່ຊີວິດຂອງປະຊາຊົນ, ພ້ອມທັງປະກອບສ່ວນຈຳກັດການແຜ່ລະບາດຂອງພະຍາດໂຄວິດ-19, Viettel Post ໄດ້ຈັດຕັ້ງປະຕິບັດມາດຕະການທີ່ບໍ່ເຄີຍມີມາກ່ອນ: ຈັດໃຫ້ພະນັກງານ, ພາລະກອນໄປເຮັດວຽກ ແລະພັກຢູ່ກົມກອງ.

leftcenterrightdel
ການເຄື່ອນໄຫວຈັດແບ່ງ, ເລືອກສິນຄ້າຢູ່ສູນ Logistics ພາກໃຕ້ (Viettel Post). ພາບ: ບ໋າວແອັງ.

“ເຖິງວ່າຂ້າພະເຈົ້າຄິດຮອດຄອບຄົວຂອງຂ້ອຍຫຼາຍປານໃດກໍ່ຕາມ, ແຕ່ຂ້າພະເຈົ້າຈະສືບຕໍ່ຢູ່ສູນເພື່ອເຮັດວຽກຮ່ວມກັບອ້າຍນ້ອງປະຕິບັດແຜນການຜະລິດຂອງບໍລິສັດໃຫຍ່ ແລະຮ່ວມເດີນທາງພ້ອມກັບປະຊາຊົນນະຄອນໂຮ່ຈີມິນ ຕ້ານພະຍາດໂຄວິດ-19. ການຢູ່ການກິນໃນຫົວໜ່ວຍໄດ້ຊ່ວຍໃຫ້ພວກເຮົາຫຼຸດຜ່ອນການຕິດເຊື້ອພະຍາດໂຄວິດ-19 ໄປແຜ່ໃສ່ຄອບຄົວຖ້າມີກໍລະນີບໍ່ດີເກີດຂຶ້ນ. ດ້ານອື່ນ, ພວກຂ້າພະເຈົ້າ ກໍ່ຈະຫຼຸດຜ່ອນຄວາມສ່ຽງຂອງການຕິດເຊື້ອພະຍາດໂຄວິດ-19 ຈາກພາຍນອກ, ຈາກນັ້ນຊ່ວຍຮັບປະກັນພະຍາດບໍ່ແຜ່ລະບາດເຂົ້າສູ່ລະບົບການຂົນສົ່ງ”. ນີ້ແມ່ນຄຳແບ່ງປັນທີ່ຈິງໃຈຂອງອ້າຍ ໂຮ່ວັນທ໋າວ ພາລະກອນຂຸດຄົ້ນຢູ່ສູນ Logistics ພາກໃຕ້ (Viettel Post) ເມື່ອເວົ້າເຖິງວຽກຂອງຕົນ. ບໍ່ພຽງອ້າຍ ໂຮ່ວັນທ໋າວ ເທົ່ານັ້ນ ຫາກຍັງມີພະນັກງານ, ພາລະກອນຢູ່ໃນສູນຫຼາຍຄົນກໍ່ສະໝັກໃຈເຮັດວຽກ ແລະອາໄສຢູ່ທີ່ນີ້ເປັນເວລາຫຼາຍມື້. ເຂົາເຈົ້າຮັບຮູ້ວ່າ, ໃນຂະນະທີ່ນະຄອນໂຮ່ຈີມິນ ປະຕິບັດການເວັ້ນໄລຍະຫ່າງທາງສັງຄົມ, ໜຶ່ງໃນຈຳນວນເຂົາເຈົ້ານັ້ນຈະແມ່ນຕ່ອງໂສ້ທີ່ສຳຄັນເພື່ອຮັບປະກັນການຈະລາຈອນສິນຄ້າ ກໍ່ຄືການສະໜອງເຄື່ອງໃຊ້ທີ່ຈຳເປັນເພື່ອຮັບໃຊ້ປະຊາຊົນນະຄອນ. ໃນຊຸມວັນນີ້, ຢູ່ດ່ານໜ້າ, ແພດ, ໝໍຫຼາຍຄົນພວມມານະພະຍາຍາມຕ້ານພະຍາດໂຄວິດ-19, ຢູ່ແນວຫຼັງ, ແຕ່ລະຫົວໜ່ວຍ,  ອົງການຈັດຕັ້ງກໍ່ຄວນມີການກະທໍາຢ່າງແທດຈິງຮ່ວມແຮງຮ່ວມໃຈສ້າງຜົນປະໂຫຍດໃຫ້ສັງຄົມ.

ກໍານົດການ “ບຸລິມະສິດພິເສດ” ແມ່ນໜ້າທີ່ສໍາຄັນທີ່ສຸດ; ຍິ່ງໄປກວ່ານັ້ນເວັບໄຊການຄ້າເອເລັກໂຕນິກເປືອກຫອຍ ກໍ່ພວມປະຕິບັດໂຄງການ “ສະບຽງອາຫານທີ່ມີສະຖຽນລະພາບເຄື່ອນທີ່” ຢູ່ອົງການໄປສະນີ 34 ແຫ່ງໃນທົ່ວນະຄອນໂຮ່ຈີມິນ, Viettel Post ໄດ້ສ້າງແຜນງານດ້ວຍທຸກວິທີການເພື່ອຮັບປະກັນຄວາມປອດໄພໃຫ້ແກ່ພະນັກງານ, ພາລະກອນ ກໍ່ຄືວຽກງານການເຄື່ອນໄຫວລະບົບແຈກຢາຍມີຄວາມປອດໄພ. ດ້ວຍທິດນຳທີ່ວ່າ “ກິນກັບທີ່, ເຮັດວຽກກັບທີ່”, Viettel Post ໄດ້ຈັດເຮືອນຄົວທີ່ມີຝາກັ້ນ, ບ່ອນນອນ ແລະບ່ອນພັກຜ່ອນໃຫ້ພະນັກງານ, ພາລະກອນ, ຮຽກຮ້ອງໃຫ້ຢູ່ຫ່າງກັນຢ່າງໜ້ອຍ 2 ແມັດ. ພະນັກງານ, ພາລະກອນແຕ່ລະຄົນມີຕູບນອນ 1 ອັນ, ເສື່ອ 1 ຜືນ, ຜ້າເຊັດໜ້າ, ຊາມລ້າງໜ້າເມື່ອມາຢູ່ ແລະເຮັດວຽກຢູ່ສູນ. ພ້ອມກັນນັ້ນ, ທາງສູນຍັງຈັດຕັ້ງການກວດເຊື້ອພະຍາດໂຄວິດ-19 ໃຫ້ພະນັກງານ, ພາລະກອນ 355 ຄົນເພື່ອຮັບປະກັນສຸຂະພາບ. ອ້າຍ ໂຮ່ວັນທ໋າວ ໃຫ້ຮູ້ຕື່ມອີກວ່າ: “ພວກຂ້າພະເຈົ້າ ໄດ້ຈັດຫາບ່ອນກິນ, ບ່ອນຢູ່ ແລະຕອບສະໜອງທຸກຄວາມຕ້ອງການດຳລົງຊີວິດທີ່ຈໍາເປັນໃນເວລາທີ່ຢູ່ບ່ອນເຮັດວຽກ. ນອກຈາກເງິນເດືອນແລ້ວ, ຍັງໄດ້ໜູນຊ່ວຍອາຫານ 3 ຄາບ/ມື້ໂດຍບໍ່ເສຍຄ່າ”.

ແຜນງານເຊິ່ງ Viettel Post ພວມປະຕິບັດແມ່ນສອດຄ່ອງກັບບົດສະຫຼຸບຂອງຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ໃນກອງປະຊຸມກ່ຽວກັບສະພາບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ບັນດາວິສາຫະກິດໃນບໍລິເວນນະຄອນ. ບົດສະຫຼຸບໄດ້ຊີ້ແຈ້ງວ່າ, ອະນຸຍາດໃຫ້ສືບຕໍ່ເຄື່ອນໄຫວການຜະລິດສໍາລັບວິສາຫະກິດໃນບໍລິເວນນະຄອນ, ແຕ່ຕ້ອງຮັບປະກັນເງື່ອນໄຂຈໍານວນໜຶ່ງ, ໃນນັ້ນມີ: “ວິສາຫະກິດຕ້ອງຮັບປະກັນການປະຕິບັດໃຫ້ໄດ້ທັງຜະລິດ, ທັງຈຳກັດບໍລິເວນຜູ້ອອກແຮງງານ: ຜະລິດກັບທີ່-ກິນກັບທີ່-ພັກຜ່ອນກັບທີ່”.

ທ່ານພັນຕີ ຟ້າມວັນຕວຽນ ຮອງຜູ້ອໍານວຍການໃຫຍ່ Viettel Post ຢັ້ງຢືນວ່າ: “Viettel Post ຈະລະດົມທຸກແຫຼ່ງກໍາລັງແນໃສ່ຮັບປະກັນຄວາມປອດໄພໃຫ້ພະນັກງານ, ພາລະກອນ ແລະລະບົບການຂຸດຄົ້ນຢູ່ນະຄອນໂຮ່ຈີມິນ ໃຫ້ມີການເຄື່ອນໄຫວຢ່າງປອດໄພ. Viettel Post ຕັ້ງເປົ້າໝາຍໄວ້ວ່າຈະບໍ່ປະໃຫ້ພະຍາດໂຄວິດ-19 ສົ່ງຜົນສະທ້ອນໃສ່ການເຄື່ອນໄຫວຂຸດຄົ້ນຂົນສົ່ງສິນຄ້າ”.

ໂດຍ: ເຈິ່ນຮວ່ຽນ