ກ່າວຄໍາເຫັນທີ່ພິທີ, ທ່ານພັນເອກ ເຈິ່ນວັນທວນ ຜູ້ອໍານວຍການ Viettel ສາຂາຢາລາຍ ເນັ້ນໜັກວ່າ: “ລາຍການ “ໝາກຫົວໃຈໃຫ້ນ້ອງ” ໄດ້ສ້າງຕັ້ງ ແລະບໍລິຫານຈາກກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ ແລະກອງທຶນນໍ້າໃຈຫວຽດນາມ-ສະຖານີໂທລະພາບຫວຽດນາມ ມາແຕ່ປີ 2008 ຈົນມາຮອດປະຈຸບັນ. ນີ້ແມ່ນລາຍການມະນຸດສະທໍາ, ໜູນຊ່ວຍການຜ່າຕັດໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກເຊິ່ງມີອາຍຸຕໍ່າກວ່າ 16 ປີຢູ່ຫວຽດນາມໂດຍບໍ່ເສຍຄ່າ, ຈັດຕັ້ງການເຄື່ອນໄຫວກວດ, ຄວບຄຸມພະຍາດ ຫົວໃຈທີ່ເປັນມາຕັ້ງແຕ່ເກີດໃນແຕ່ລະປີໂດຍບໍ່ເສຍຄ່າ...”.

leftcenterrightdel
ຊາວທ້ອງຖິ່ນພາເດັກນ້ອຍມາກວດພະຍາດ. ພາບ: qdnd.vn.

ນີ້ແມ່ນຄັ້ງທີ 3 ທີ່ລາຍການ “ໝາກຫົວໃຈໃຫ້ນ້ອງ” ໄດ້ຜັນຂະຫຍາຍຢູ່ແຂວງຢາລາຍ. ເພື່ອສໍາເລັດໜ້າທີ່ທີ່ໄດ້ວາງອອກ, ຜູ້ບັນຊາການ, ການນໍາ Viettel ສາຂາຢາລາຍ ໄດ້ເປັນເຈົ້າການສົມທົບກັບຄະນະພັກ, ອໍານາດການປົກຄອງ, ບັນດາຂະແໜງການ ແລະສື່ມວນຊົນຂອງທ້ອງຖິ່ນໄດ້ປະກາດຢ່າງກວ້າງຂວາງໃຫ້ປະຊາຊົນຢູ່ບໍລິເວນໄດ້ຮັບຮູ້ເຖິງເນື້ອໃນ, ແຜນການລະອຽດ. ໃນວັນທີ 17 ແລະ 18 ເມສານີ້ການກວດພະຍາດຫົວໃຈ, ຄາດຄະເນວ່າຈະມີເດັກນ້ອຍກວ່່າ 2.000 ຄົນຈະໄດ້ກວດພະຍາດຫົວໃຈ ແລະຮັບຄຳປຶກສາໂດຍກົງກ່ຽວກັບການປິ່ນປົວພະຍາດຫົວໃຈທີ່ເປັນມາຕັ້ງແຕ່ເກີດຈາກທ່ານໝໍ, ນັກຊ່ຽວຊານແຖວໜ້າກ່ຽວກັບພະຍາດຫົວໃຈຂອງໂຮງໝໍມະຫາວິທະຍາໄລການແພດນະຄອນໂຮ່ຈີມິນ.

leftcenterrightdel
ການກວດ ແລະໃຫ້ຄໍາປຶກສາກ່ຽວກັບພະຍາດທີ່ກ່ຽວຂ້ອງເຖິງຫຼອດເລືອດຫົວໃຈໃຫ້ແກ່ເດັກນ້ອຍຢູ່ແຂວງຢາລາຍ. ພາບ: qdnd.vn.

ນອກຈາກກວດພະຍາດແລ້ວ, ຖັນແຖວທ່ານໝໍຍັງໃຫ້ຄໍາປຶກສາ, ແນະນໍາໃຫ້ພໍ່ແມ່ປະຊາຊົນຢູ່ທ້ອງຖິ່ນເມື່ອພົບເຫັນກໍລະນີທີ່ສົງໄສວ່າເປັນພະຍາດຫົວໃຈມາຕັ້ງແຕ່ເກີດນັ້ນ ຄົນໃນຄອບຄົວຕ້ອງພາໄປກວດພະຍາດຫົວໃຈຢູ່ໂຮງໝໍ. ກໍລະນີຄົນເຈັບມີອາການສົນ ຫຼື ໄດ້ຜ່າຕັດ ແລະຄົບຕາມເງື່ອນໄຂມາດຖານຂອງລາຍການນັ້ນ ກໍ່ຈະໄດ້ຮັບຄຳປຶກສາເຮັດລະບຽບການເພື່ອໄດ້ຮັບການໜູນຊ່ວຍຜ່າຕັດໂດຍບໍ່ເສຍຄ່າ.

ໂດຍ: ດັ້ງເກື່ອງ