ຕາມຂໍ້ຕົກລົງຂອງການນຳສອງກຸ່ມບໍລິສັດໃນວັນທີ 19 ມີນາ 2021 ແລ້ວ, Vingroup ໄດ້ມອບໂດຍບໍ່ເສຍຄ່າໃຫ້ Viettel ໂຄງການທັງໝົດ, ລວມທັງອຸປະກອນຄົ້ນຄວ້າທີ່ລົງທຶນແລ້ວ, ລະບົບພູມປັນຍາພ້ອມກັບຜົນການຄົ້ນຄວ້າທີ່ບັນລຸໄດ້ ແລະຖັນແຖວບຸກຄະລາກອນສັງກັດ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຫວູຮ່າ, ຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ VHT ຕີລາຄາວ່າ ການມອບ-ຮັບໂຄງການພັດທະນາລະບົບສະຖານີເຄືອຂ່າຍ 5ຈີ gNodeB ຂອງ Vingroup ໃຫ້ Viettel ຈະຊ່ວຍຊຸກຍູ້ທ່າແຮງໃຫ້ແຕ່ລະຝ່າຍ. ໃນນັ້ນ, Viettel ສຸມໃສ່ພັດທະນາ network core ໂທລະຄົມມະນາຄົມ ແລະສະຖານີ EnodeB, Vingroup ສຸມໃສ່ຄົ້ນຄວ້າ ແລະພັດທະນາອຸປະກອນ 5ຈີ. ທ່ານ ຫງວຽນຫວູຮ່າ ໃຫ້ຮູ້ວ່າ: “ທຸກສິ່ງທຸກຢ່າງແມ່ນແນໃສ່ຮັບປະກັນຍຸດທະສາດ "Make in Vietnam" ກ່ຽວກັບເຄືອຂ່າຍໂທລະຄົມມະນາຄົມ 5ຈີ ລຸ້ນໃໝ່, ຊາວຫວຽດນາມ ເປັນເຈົ້າການຄົ້ນຄວ້າຜະລິດທັງດ້ານ network core ແລະອຸປະກອນ...”.

leftcenterrightdel
ສອງຝ່າຍລົງນາມໃນຂໍ້ຕົກລົງມອບ-ຮັບໂຄງການຄົ້ນຄວ້າ ແລະພັດທະນາສະຖານີ 5ຈີ gNodeB. ພາບ: qdnd.vn

ທ່ານ ເລຂັກຮ້ຽບ ຮອງປະທານກຸ່ມບໍລິສັດ Vingroup ຢືນຢັນວ່າ: “ນຳ ຫວຽດນາມ ເຂົ້າຮ່ວມເຕັກໂນໂລຢີໂລກ, ເປັນເຈົ້າຂອງເຕັກໂນໂລຢີສູງແມ່ນຄວາມປາດຖະໜາລວມຂອງທັງສອງກຸ່ມບໍລິສັດ. ການຮ່ວມມືພ້ອມກັນກັບການກຳນົດທິດທາງຈຸດສຸມຂອງແຕ່ລະຝ່າຍແນ່ນອນວ່າຈະຍູ້ໄວວິວັດການປັບປຸງ ລະບົບຊີວະພາບ 5ຈີ "Make in Vietnam" ຈາກ network core ຕະຫຼອດຮອດອຸປະກອນສະໜອງໃຫ້ຜູ້ບໍລິໂພກ.

ກ່ອນໜ້ານັ້ນ, ໃນເດືອນຕຸລາ ປີ 2020, ບໍລິສັດໃຫຍ່ VHT ແລະບໍລິສັດຫຸ້ນສ່ວນຄົ້ນຄວ້າ ແລະຜະລິດ VinSmart ໄດ້ເຊັນຂໍ້ຕົກລົງການຮ່ວມມືເພື່ອພັດທະນາລະບົບສະຖານີ 5ຈີ gNodeB. ຕາມຂໍ້ຕົກລົງແລ້ວ, VinSmart ຮັບຜິດຊອບພັດທະນາ ແລະສະໜອງອຸປະກອນ RU 8T8R; ເສົາອັງແຕນ 8T8R; ອຸປະກອນ Massive MIMO 64T64R, ນີ້ແມ່ນເຕັກໂນໂລຢີຮັບໃຊ້ໃຫ້ການຮັບ-ສົ່ງສັນຍານ 5ຈີ. VHT ຄົ້ນຄວ້າ ແລະພັດທະນາອຸປະກອນ CU-DU; ລະບົບ network core 5ຈີ, ສະໜອງບໍລິການ 5ຈີ ແລະບັນດາເຕັກໂນໂລຢີໃໝ່ຄື: Beamforming ແລະ Multi User Massive Mimo ສະໜອງບໍລິການຄວາມໄວສູງຕໍ່ຜູ້ຊົມໃຊ້ເປັນຈໍານວນຫຼວງຫຼາຍ.

ເປົ້າໝາຍຂອງໂຄງການແມ່ນມຸ່ງໄປເຖິງຫັນສະຖານນີ 5ຈີ ເປັນການຄ້າທີ່ມີຄຸນນະພາບສູງທຳອິດຂອງຫວຽດນາມ. ສະຖານີມີເຕັກໂນໂລຢີທີ່ທັນສະໄໝໂດຍຊາວຫວຽດນາມ ເປັນເຈົ້າຂອງ.

ໃນເດືອນພະຈິກປີ 2020, Viettel ໄດ້ດຳເນີນການບໍລິການການຄ້າ 5ຈີ ທົດລອງຢ່າງເປັນທາງການ, ອຸປະກອນຮັບ-ສົ່ງສັນຍານ 5ຈີ gNodeB ຂອງ VHT ມີຄວາມໄວໃນການດາວໂຫລດສູງສຸດແມ່ນກວ່າ 1,2 Gpbs. ບໍລິສັດໃຫຍ່ VHT ວາງຄາດໝາຍຫັນສະຖານີ 5ຈີ Microcell ເປັນການຄ້າໃນເດືອນມິຖຸນາ 2021, ແລະຮອດເດືອນມິຖຸນາ 2022 ຈະພັດທະນາສະຖານີສົ່ງສັນຍານ 5ຈີ ໃນທົ່ວເຄືອຂ່າຍ. ໃນປີ 2021, ກໍ່ຈະຄົ້ນຄວ້າຜະລິດຕະພັນ Macrocell ສໍາເລັດໂດຍພື້ນຖານ ດ້ວຍຂອບເຂດສົ່ງສັນຍານກວ້າງກວ່າ ແລະຈໍານວນເສົາອັງແຕນຫຼາຍກວ່າເພື່ອຮອດເດືອນມິຖຸນາ ປີ 2022, ຈະກຽມພ້ອມດໍາເນີນທຸລະກິດຜະລິດຕະພັນ Macrocell.

ເລື່ອງມອບຜົນການຄົ້ນຄວ້າຈາກ Vingroup ໃຫ້ Viettel ແມ່ນບາດກ້າວຍຸດທະສາດຂອງສອງກຸ່ມບໍລິສັດ, ປະກອບສ່ວນຍູ້ໄວວິວັດການພັດທະນາ. ປະຈຸບັນ, Viettel ພວມນໍາໃຊ້ໂທລະສັບ 5ຈີ ໂດຍ VinSmart ຄົ້ນຄວ້າ ແລະຜະລິດ ເພື່ອເຊື່ອມຕໍ່ທົດລອງໃນວິວັດການພັດທະນາອຸປະກອນ network core 5ຈີ.

ບັນດາບາດກ້າວຂອງ Viettel ແລະ Vingroup ໃນການພັດທະນາ 5ຈີ ໄດ້ພິສູດໃຫ້ເຫັນວ່າຫວຽດນາມ ບໍ່ພຽງແຕ່ຮ່ວມເດີນທາງພ້ອມກັບໂລກໃນການຜັນຂະຫຍາຍການເຊື່ອມຕໍ່ເທົ່ານັ້ນ, ຫາກຍັງແມ່ນໜຶ່ງໃນບັນດາປະເທດນໍາໜ້າເຕັກໂນໂລຢີໃໝ່ອີກດ້ວຍ. ການສົມທົບລະຫວ່າງ Vingroup ແລະ Viettel ໃນການຜັນຂະຫຍາຍ 5ຈີ ໄດ້ປະກອບສ່ວນນຳການຫັນປ່ຽນດີຈີຕອນຂອງຫວຽດນາມ ໄປສູ່ “ຖານຍິງ“ ດ້ວຍກໍາລັງຍູ້ແຮງ.

ໂດຍ: ທະນາພອນ