ເພື່ອສະສົມບົດຮຽນ ແລະນໍາໃຊ້ຄວາມຮູ້ທີ່ໄດ້ຮໍ່າຮຽນເຂົ້າວຽກງານຕົວຈິງ, ຮັ່ງ ໄດ້ສະເໜີຜູ້ອໍານວຍການສູນໃຫ້ໄປປະຕິບັດງານຢູ່ເຂດຫ່າງໄກສອກຫຼີກ, ເຂດຫຍຸ້ງຍາກ, ທຸກຍາກລໍາບາກ. ໂດຍໄດ້ຮັບການເຫັນດີຈາກຄະນະພັກ, ຄະນະອຳນວຍການສູນ, ເອື້ອຍໄດ້ໄປປະຕິບັດງານໃນໄລຍະຍາວ. ດ້ວຍຄວາມໝັ້ນໜຽວທົນທານອັນໄດ້ເຮັດໃຫ້ເພື່ອນຮ່ວມອາຊີບຊາຍຫຼາຍຄົນຕ້ອງນັບຖື.

leftcenterrightdel
ທ່ານນາງຮ້ອຍເອກພິເສດ ເລທິຮັ່ງ. ພາບ: ດຶ໊ກແອັງ.

ປີ 2011, ເມື່ອສ້າງຕັ້ງສະຖາບັນຄົ້ນຄວ້າ ແລະພັດທະນາ Viettel ຂັ້ນເທິງໄດ້ເຊື່ອໝັ້ນມອບໜ້າທີ່ໃຫ້ຮັ່ງຮັບຜິດຊອບໃນຂົງເຂດໃໝ່: ຄົ້ນຄວ້າ, ພັດທະນາ, ປະດິດຣາດາການທະຫານ. 18 ເດືອນຕໍ່ມາ, ຜະລິດຕະພັນຂອງ ຮັ່ງ ພ້ອມກັບເພື່ອນຮ່ວມກົມກອງໄດ້ຮັບການປະເມີນຜົນ ແລະບັນລຸຜົນງານທີ່ດີເດັ່ນ. ປີ 2016, ຂະນະທີ່ພວມດໍາລົງບົດບາດພະນັກງານຫຼັກແຫຼ່ງຂອງສູນສັງກັດສະຖາບັນຄົ້ນຄວ້າ ແລະພັດທະນາ Viettel, ຮັ່ງ ຂໍມອບຄືນບົດບາດພະນັກງານ, ເພື່ອເຂົ້າຮ່ວມໂຄງການພິເສດຂອງສະຖາບັນການບິນອາວະກາດ Viettel ໃນຖານະນັກວິສາວະກອນຕາມຄໍາເຊື້ອເຊີນຂອງທ່ານ ຫງວຽນດິ່ງກົງ ຜູ້ອໍານວຍການໂຄງການ, ຮອງຫົວໜ້າສະຖາບັນການບິນອາວະກາດ Viettel. ໂຄງການພິເສດເຊິ່ງທ່ານນາງ ເລທິຮັ່ງ ແລະກຸ່ມວິສາວະກອນຂອງສະຖາບັນໄດ້ຮັບມອບໝາຍໜ້າທີ່ແມ່ນຄົ້ນຄວ້າ ແລະເປັນເຈົ້າຂອງເຕັກໂນໂລຢີຫຼັກຂອງຜະລິດຕະພັນເຕັກໂນໂລຢີສູງຮັບໃຊ້ການປ້ອງກັນຊາດ. ດ້ວຍເຈດຈໍານົງ ແລະຈິດໃຈມານະພະຍາຍາມບໍ່ຮູ້ອິດເມື່ອຍ, ຮັ່ງ ແລະກຸ່ມຄົ້ນຄວ້າບັນລຸໄດ້ບັນດາບາດກ້າວສໍາຄັນໃນການສ້າງດັດຊະນີເຕັກນິກ, ອອກແບບລະບົບ ແລະໄດ້ຮັບສຳເລັດຜົນ.

ເມື່ອເວົ້າເຖິງທ່ານນາງຮ້ອຍເອກພິເສດ ເລທິຮັ່ງ, ທ່ານ ຫງວຽນດິ່ງກົງ ຮັບຮູ້ວ່າ: “ຮັ່ງ ແມ່ນຄົນສະຫຼາດ, ແຂງແກ່ນໃນການປະຕິບັດໜ້າທີ່, ເບິ່ງຄືວ່າໃນວຽກງານບໍ່ມີສິ່ງໃດສາມາດສ້າງຄວາມຫຍຸ້ງຍາກໃຫ້ຮັ່ງໄດ້. ເມື່ອເຮັດວຽກຢູ່ສະຖາບັນການບິນອາວະກາດ Viettel, ດ້ວຍຄວາມມານະພະຍາຍາມຂອງຕົນເອງ, ຮັ່ງ ໄດ້ຢັ້ງຢືນອີກເທື່ອໜຶ່ງວ່າເພດຍິງສາມາດເຮັດສຳເລັດບັນດາວຽກງານເຊິ່ງຄິດວ່າມີແຕ່ເພດຊາຍຈຶ່ງສາມາດເຮັດໄດ້”.

ຮັ່ງ ແມ່ນຜູ້ທີ່ມີລະດັບວິຊາການ, ເປັນເຈົ້າຂອງໄດ້ພາສາຕ່າງປະເທດທັງມີຄວາມສະຫຼາດສະນັ້ນໃນລາຍການເຈລະຈາກັບຕ່າງປະເທດກ່ຽວກັບເຕັກໂນໂລຢີສູງຢູ່ຕວັກກີ, ການນໍາກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ ໄດ້ເຫັນດີເປັນເອກະພາບກັບຂໍ້ສະເໜີຂອງສະຖາບັນການບິນອາວະກາດ Viettel ແມ່ນມອບໃຫ້ຮັ່ງ ຮັບຜິດຊອບຄະນະເຂົ້າຮ່ວມການເຈລະຈາ. ເມື່ອຮູ້ວ່າໃນບັນຊີລາຍຊື່ຄະນະຫວຽດນາມ ມີຜູ້ຍິງ, ຝ່າຍຄູ່ຮ່ວມມືຮຽກຮ້ອງຄະນະຫວຽດນາມ ແຕ່ງຕັ້ງນັກຊ່ຽວຊານອື່ນແມ່ນຜູ້ຊາຍດ້ວຍເຫດຜົນ "ເພື່ອສະດວກໃຫ້ການຈັດຫ້ອງນອນ". ຄວາມຈິງ, ຍ້ອນເຂົາເຈົ້າສົງໄສວ່າແມ່ຍິງບໍ່ສາມາດເຂົ້າຮ່ວມການຄົ້ນຄວ້າໃນຂົງເຂດນີ້ໄດ້. ແຕ່ຝ່າຍສະຖາບັນການບິນອາວະກາດ Viettel ໄດ້ຕອບຄືນວ່າ: “ນີ້ແມ່ນຊ່ຽວຊານຫຼັກແຫຼ່ງຂອງຄະນະ, ບໍ່ສາມາດທົດແທນໄດ້”. ເມື່ອດຳເນີນການເຮັດວຽກ, ບັນດານັກຊ່ຽວຊານຈຶ່ງຮູ້ສຶກປະຫຼາດໃຈຕໍ່ນັກຊ່ຽວຊານຍິງ ເລທິຮັ່ງ. ແລະເມື່ອສິ້ນສຸດການເຈລະຈາ, ຝ່າຍເພື່ອນຮຽກຮ້ອງຢາກໄດ້ເຮັດວຽກກັບຮັ່ງ ໃນຄັ້ງຕໍ່ໄປ.

ບໍ່ພຽງແຕ່ເທື່ອນັ້ນ, ຮັ່ງ ຍັງຖືກຝ່າຍຄູ່ຮ່ວມມືຮຽກຮ້ອງ... ປ່ຽນແທນຜູ້ອື່ນມາຫຼາຍເທື່ອຍ້ອນ “ເປັນຜູ້ຍິງ”? ແຕ່ດ້ວຍລະດັບວິຊາການ, ມີຄຸນນະທາດ, ຄວາມເມົາມົວກັບວຽກງານຂອງຕົນ, ຮັ່ງ ສາມາດເກ້ຍກ່ອມຄູ່ຮ່ວມມືໃຈຍາກທີ່ສຸດໄດ້. ແຕ່ວ່າເມື່ອເວົ້າເຖິງຜົນສໍາເລັດຂອງຕົນ, ຮັ່ງ ພຽງແຕ່ເວົ້າດ້ວຍຄວາມຄ່ຽມຄົມວ່າ “ຖ້າເພື່ອນເຮັດວຽກຈົນສຸດຄວາມສາມາດຂອງຕົນ, ເພື່ອນຈະໄດ້ຮັບຜົນຢ່າງແນ່ນອນ”.

ໂດຍ: ເຈິ່ນຮວ່ຽນ