ລາຍການໄດ້ອອກແບບໂດຍນັກຊ່ຽວຊານແຖວໜ້າຂອງ Viettel ແລະການເຂົ້າຮ່ວມຂອງບັນດານັກຊ່ຽວຊານຢູ່ພາຍໃນປະເທດ ແລະຕ່າງປະເທດ, ໝັ້ນໝາຍວ່າຈະນຳເອົາຄວາມຮູ້ ແລະການເຂົ້າຮ່ວມຕົວຈິງມາໃຫ້ນັກສຶກສາ. ເປົ້າໝາຍຂອງ Viettel Digital Talent ແມ່ນນັກສຶກສາປີ 3 ແລະປີ 4, ນັກຄົ້ນຄວ້າປະລິນຍາໂທ, ປະລິນຍາເອກທີ່ມີຜົນງານການຮຽນດີເດັ່ນໃນຂະແໜງການຕ່າງໆ, ຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ວິທະຍາສາດຄອມພິວເຕີ, ເລກ-ຄອມ, ຄວາມປອດໄພຂໍ້ມູນຂ່າວສານ, ວິທະຍາສາດຂໍ້ມູນ ແລະພູມປັນຍາທຽມ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ໃນໄລຍະ 3 ເດືອນທໍາອິດຂອງລາຍການ, ນັກສຶກສາໄດ້ບໍາລຸງສ້າງລົງເລິກຂະແໜງໂດຍນັກຊ່ຽວຊານແຖວໜ້າໃນຂົງເຂດອາຊີບ ເຊິ່ງເຂົາເຈົ້າໄດ້ຄັດເລືອກ. ໃນ 3 ເດືອນທີ່ຍັງເຫຼືອ, ນັກສຶກສາຈະເຂົ້າຮ່ວມໂຄງການຕົວຈິງຂອງ Viettel ໂດຍກົງ. ສິ້ນສຸດລາຍການ, ນັກຮຽນເກັ່ງທີ່ສຸດຈະຖືກຄັດເລືອກໃຫ້ຂຶ້ນບັນລະຍາຍຕໍ່ຄະນະອຳນວຍການໃຫຍ່ດ້ວຍໂອກາດທີ່ຈະໄດ້ຮັບຂອງຂວັນທີ່ມີມູນຄ່າເຖິງ 30 ລ້ານດົ່ງ.

ດ້ວຍພາລະກຳນໍາໜ້າໃນການສ້າງສັງຄົມດີຈີຕອນ ແລະກາຍເປັນກຸ່ມບໍລິສັດເຕັກໂນໂລຢີທົ່ວໂລກ, Viettel ພວມລົງທຶນຢ່າງແຮງເພື່ອຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຜ່ານການປັບປຸງສະພາບແວດລ້ອມແຫ່ງການເຮັດວຽກ ແລະເພີ່ມຄວາມດຶງດູດຂອງເຄື່ອງໝາຍການຄ້າຕໍ່ຜູ້ທີ່ມີຄວາມເກັ່ງກ້າສາມາດໃນຂົງເຂດເຕັກໂນໂລຢີສູງ.

ໂດຍ: ເຈິ່ນຮວ່ຽນ