ຕາມນັ້ນແລ້ວ, ນັບແຕ່ປັດຈຸບັນຮອດວັນທີ 20 ເມສາ, ບໍລິສັດໃຫຍ່ເຄືອຂ່າຍ Viettel ຈະຍູ້ແຮງຂະບວນການຂໍ້ລິເລີ່ມ, ແນວຄວາມຄິດກາຍເປັນການເຄື່ອນໄຫວແຂ່ງຂັນທີ່ຟົດຟື້ນມ່ວນຊື່ນ, ກວ້າງຂວາງ ແລະແທດຈິງ. ໃນການປະຕິບັດລາຍການເປັນເວລາ 40 ວັນ, ບໍລິສັດໃຫຍ່ເຄືອຂ່າຍ Viettel ໄດ້ຕັ້ງເປົ້າໝາຍມີ 165 ຂໍ້ລິເລີ່ມທີ່ຈົດທະບຽນໃໝ່ ແລະນໍາໃຊ້ເຂົ້າໃນພຶດຕິກຳຕົວຈິງ. ປີ 2021, ຜູ້ອອກແຮງງານແຕ່ລະຄົນຈົດທະບຽນຢ່າງໜ້ອຍສຸດ 1 ຂໍ້ລິເລີ່ມແນວຄວາມຄິດ, ທົ່ວກົມກອງມີກວ່າ 2.000 ຂໍ້ລິເລີ່ມແນວຄວາມຄິດໃໝ່ນໍາມາເຊິ່ງຜົນປະໂຫຍດທີ່ມີມູນຄ່າປະມານ 250 ຕື້ດົ່ງ.

leftcenterrightdel
ພິທີລົງນາມໃນບົດບັນທຶກຊ່ວຍຈໍາລະຫວ່າງອົງການກໍາມະບານຂັ້ນຮາກຖານກັບຄະນະອໍານວຍການບໍລິສັດໃຫຍ່ເຄືອຂ່າຍ Viettel. ພາບ: ກິມແອັງ.

ສະພາຂໍ້ລິເລີ່ມແນວຄວາມຄິດຂອງບໍລິສັດໃຫຍ່ເຄືອຂ່າຍ Viettel ຈະຕັ້ງໜ້າສົມທົບກັບອົງການກໍາມະບານຂັ້ນຮາກຖານຂອງກົມກອງບໍລິຫານ, ປະເມີນຜົນ, ຕີລາຄາຂໍ້ລິເລີ່ມແນວຄວາມຄິດ, ພ້ອມທັງເພີ່ມທະວີບົດບາດຂອງບັນດາອົງການຈັດຕັ້ງມະຫາຊົນເພື່ອເສີມຂະຫຍາຍພູມປັນຍາລວມໝູ່, ສາມັກຄີ, ປະດິດຄິດສ້າງ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ກຽມພ້ອມຜ່ານຜ່າສິ່ງທ້າທາຍເພື່ອພົບເຫັນວິທີການເຮັດວຽກໃໝ່, ບຸກທະລຸ, ປະກອບສ່ວນດັດແປງວຽກງານ, ຍົກສູງຄຸນນະພາບການບໍລິການ, ເພີ່ມສະມັດຕະພາບແຮງງານ, ສ້າງສະພາບແວດລ້ອມແຫ່ງການເຮັດວຽກແບບອາຊີບ ແລະມີຄວາມຜາສຸກ.

ໂດຍ: ທູຈາງ