ການຄົ້ນຄວ້າ, ພັດທະນາບັນດາຜະລິດຕະພັນ “Make in ຫວຽດນາມ”

ໃນຂົງເຂດເຕັກໂນໂລຢີການທະຫານ, ມາຮອດປະຈຸບັນ, VHT ໄດ້ສະໜອງຍຸດໂທປະກອນທັນສະໄໝຫຼາຍປະເພດໃຫ້ກະຊວງປ້ອງກັນປະເທດ. ໃນນັ້ນ, ພົ້ນເດັ່ນແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ ແລະສູງທີ່ສຸດ - ທຽບເທົ່າກັບມາດຕະຖານຂອງ NATO, ຄື: ຣາດາເຕັກໂນໂລຢີໃໝ່, ລະບົບບັນຊາ... ຕາມປົກກະຕິຕ້ອງນຳເຂົ້າຈາກຕ່າງປະເທດ ຫຼືວ່າບໍ່ສາມາດນຳເຂົ້າໄດ້. ພຽງແຕ່ໃນປີ 2020, VHT ໄດ້ຜັນຂະຫຍາຍການທົດລອງປະສົບຜົນສຳເລັດ, ກຽມພ້ອມມອບສົ່ງຫຼາຍຜະລິດຕະພັນໃຫ້ບັນດາກົມກອງຂຶ້ນກັບກະຊວງປ້ອງກັນປະເທດ...

leftcenterrightdel
ກຸ່ມບໍລິສັດອຸດສາຫະກຳເຕັກໂນໂລຢີສູງ Viettel ມີຖັນແຖວວິສາວະກອນທີ່ມີຄຸນນະພາບສູງ. ພາບ: ວັນຮົ່ງ.

ໃນຂົງເຂດເຕັກໂນໂລຢີໂທລະຄົມມະນາຄົມ, ໃນປີ 2020, VHT ໄດ້ປະສົບຜົນສໍາເລັດດ້ວຍຜະລິດຕະພັນເຕັກໂນໂລຢີສູງຫຼາຍປະເພດ, ຄື: ອຸປະກອນ gNodeB 5G, chip 5G (chip RFIC, DFE)… ກຽມພ້ອມຫັນເປັນການຄ້າຕາມຂັ້ນຕອນ. ພິເສດ, ອຸປະກອນ 5G ໂດຍ VHT ຄົ້ນຄວ້າປະດິດໄດ້ເຂົ້າຮ່ວມການເຄື່ອນໄຫວ ແລະເຊື່ອມຕໍ່ທະລຸລ່ວງໃນເຄືອຂ່າຍ 5G ຂອງ Viettel ໄດ້ສະໜອງຢູ່ລະດັບການບໍລິການການຄ້າທົດລອງວົງກວ້າງແຕ່ເດືອນພະຈິກ 2020 ຜ່ານມາ. ກ່ອນໜ້ານັ້ນ, ຫຼາຍຜະລິດຕະພັນຫຼັກຂອງເຄືອຂ່າຍໂທລະຄົມມະນາຄົມໂດຍ VHT ຜະລິດ, ຄື: vOCS, IMS, EPC, site router... ໄດ້ນໍາເຂົ້າຂຸດຄົ້ນໃນເຄືອຂ່າຍໂທລະຄົມມະນາຄົມ Viettel ທັງຢູ່ຫວຽດນາມ ແລະບັນດາຕະຫຼາດສາກົນ, ຄື: ມຽນມາ, ລາວ, ກຳປູເຈຍ, ບູຣູນດີ... ນີ້ແມ່ນບັນດາລະບົບຜະລິດຕະພັນເຕັກໂນໂລຢີໂທລະຄົມມະນາຄົມພຽງແຕ່ມີຈຳນວນໜ້ອຍບັນດາບໍລິສັດໃຫຍ່ຢູ່ໃນໂລກສາມາດຜະລິດໄດ້. ເພາະສະນັ້ນ, VHT ໄດ້ຮັບຄໍາສະເໜີເຂົ້າຮ່ວມການສະໜອງອຸປະກອນ, ມາດຕະການໂທລະຄົມມະນາຄົມທີ່ມີວິຊາສະເພາະຂອງຄູ່ຮ່ວມມືສາກົນຈຳນວນໜຶ່ງຢູ່ພາກພື້ນອາຊີ - ປາຊີຟິກ.

ກ່ຽວກັບຂົງເຂດຜະລິດອຸປະກອນພົນລະເຮືອນ, VHT ໄດ້ສ້າງຕັ້ງເປັນລະບົບນິເວດຜະລິດຕະພັນເຕັກໂນໂລຢີສູງມຸ່ງໄປເຖິງການຮັບໃຊ້ຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງສັງຄົມດີຈີຕອນພວມກຳເນີດ ແລະພັດທະນາແຮງຢູ່ຫວຽດນາມ. ບັນດາພື້ນຖານ, ວິທີການໃໝ່ຂອງ VHT ຄືພື້ນຖານເຊື່ອມຕໍ່ອິນເຕີເນັດຂອງທຸກຢ່າງ (IoT Platform), ບັນດາອຸປະກອນຕິດຕາມກວດກາສຸຂະພາບ... ໄດ້ຮັບການທົດລອງສຳເລັດຜົນ ແລະນຳເຂົ້າຜະລິດ.

ການພັດທະນາຢ່າງສະໝຳສະເໝີທັງສາມເສົາຄ້ຳການທະຫານ - ພົນລະເຮືອນ - ໂທລະຄົມມະນາຄົມ

ໂດຍແມ່ນກົມກອງແກ່ນສານຂອງ Viettel ໃນຂົງເຂດຄົ້ນຄວ້າພັດທະນາ, ປີ 2020 VHT ໄດ້ສໍາເລັດການຄົ້ນຄວ້າ 48 ເຕັກໂນໂລຢີໝູນໃຊ້ເຂົ້າຜະລິດຕະພັນ. ພິເສດ, ຕາມບົດລາຍງານໂດຍສັງເຂບກ່ຽວກັບກຳລັງການທະຫານ 2020 (Military Balance 2020) ຂອງສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS, ລາຊະອານາຈັກອັງກິດ), ກຸ່ມບໍລິສັດອຸດສາຫະກຳເຕັກໂນໂລຢີສູງ Viettel ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາວິສາຫະກິດທີ່ມີວັດຖຸອຸປະກອນປ້ອງກັນຊາດໃໝ່ພົ້ນເດັ່ນຂອງພາກພື້ນອາຊີ, ໝູນໃຊ້ເຕັກໂນໂລຢີກ້າວໜ້າໃນການພັດທະນາບັນດາຜະລິດຕະພັນຕິດຕໍ່ສື່ສານ, ສູ້ຮົບເອເລັກໂຕນິກ, ຣາດາ ແລະລະບົບບັນຊາ.

ສຳລັບທິດທາງພັດທະນາໃນປີ 2021 ແລະໃນໄລຍະຈະມາເຖິງ, ທ່ານພັນໂທ ຫງວຽນຫວູຮ່າ, ຜູ້ອຳນວຍການໃຫຍ່, ກຸ່ມບໍລິສັດອຸດສາຫະກຳເຕັກໂນໂລຢີສູງ Viettel ໃຫ້ຮູ້ວ່າ: “Viettel ກຳນົດກາຍເປັນແກ່ນສານຂອງກຸ່ມອຸດສາຫະກຳດ້ານປ້ອງກັນຊາດເຕັກໂນໂລຢີສູງຂອງຫວຽດນາມ ໃນອະນາຄົດໃກ້ໆນີ້. ໃນນັ້ນ, VHT ຈະສວມບົດບາດ “ແກ່ນສານຂອງແກ່ນສານຢ່າງແນ່ນອນ”. ຍຸດທະສາດຂອງ VHT ຈະແມ່ນພັດທະນາຢ່າງສະໝ່ຳສະເໝີທັງສາມເສົາຄ້ຳການທະຫານ - ພົນລະເຮືອນ - ໂທລະຄົມມະນາຄົມ, ດ້ວຍທິດນໍາເປັນເຈົ້າຂອງເຕັກໂນໂລຢີສູງດ້ວຍລະດັບທຽບເທົ່າກັບໂລກ”.

ໂດຍ: ແສງເດືອນ