leftcenterrightdel
ຕ່ອງໂສ້ຜະລິດຂອງບໍລິສັດສື່ສານ M3. ພາບ: ຟອງລີງ.

ຕາມນັ້ນແລ້ວ, ບໍລິສັດສື່ສານ M3 ຈະສະໜອງວັດສະດຸ, ເຄື່ອງອາໄຫຼ່ ແລະອຸປະກອນໃຫ້ແກ່ກຸ່ມບໍລິສັດການບິນອາວະກາດ Meggitt. ນີ້ແມ່ນກຸ່ມບໍລິສັດທີ່ຄົ້ນຄວ້າ, ອອກແບບ, ພັດທະນາ, ປະດິດສ້າງບັນດາຜະລິດຕະພັນໃນຂົງເຂດການບິນອາວະກາດ, ປ້ອງກັນຊາດ ແລະພະລັງງານທີ່ມີສຳນັກງານຢູ່ປະເທດອັງກິດ.

ດ້ວຍເປົ້າໝາຍເປັນແກ່ນສານກໍ່ສ້າງກຸ່ມເຕັກໂນໂລຢີສູງ, Viettel ແລະບັນດາກົມກອງຄົ້ນຄວ້າຜະລິດໄດ້ຊຸກຍູ້ການລົງທຶນ, ກໍ່ສ້າງໂຄງລ່າງດ້ານເຕັກນິກທັນສະໄໝ, ຕອບສະໜອງການຄົ້ນຄວ້າ ແລະຜະລິດບັນດາຜະລິດຕະພັນຕາມມາດຕະຖານສາກົນ. ພ້ອມທັງກໍ່ສ້າງລະບົບຄຸ້ມຄອງຄຸນນະພາບທີ່ບັນລຸມາດຕະຖານສາກົນ.

ໂດຍ: ທູຈາງ