ສອງປະຖົມປັດໄຈສໍາຄັນ

ໜັງສືພິມ The Times of India ຫາກໍ່ມີບົດຂຽນໂດຍຕີລາຄາວ່າ, ໃນສະພາບການທົ່ວໂລກຖືກຜົນກະທົບຫຍໍ້ທໍ້ຍ້ອນຂາດສະຖຽນລະພາບ ແລະພະຍາດໂຄວິດ-19 ໃນປີ 2020, ຫວຽດນາມ ຍັງແມ່ນ “ຈຸດພົ້ນເດັ່ນ” ເມື່ອຮັກສາໄດ້ຄວາມໝັ້ນຄົງດ້ານເສດຖະກິດມະຫາພາກ ແລະບັນລຸໄດ້ຫຼາຍຜົນງານເສດຖະກິດທີ່ພົ້ນເດັ່ນ.

leftcenterrightdel
ພາຍໃນໂຮງງານຂອງບໍລິສັດຕໍ່າແຜ່ນຕັດຫຍິບຢູ່ນະຄອນໂຮ່ຈີມິນ. ພາບ: Reuters.

ກ່ອນອື່ນໝົດ, ຕາມນັກຂ່າວ Rudroneel Ghosh ແລ້ວ, ຫວຽດນາມ ປະສົບຜົນສໍາເລັດໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19. ພາຍໃຕ້ການນໍາພາຢ່າງຖືກຕ້ອງຂອງພັກກອມມູນິດຫວຽດນາມ, ການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ການຊີ້ນຳຢ່າງໃກ້ຊິດຂອງລັດຖະບານ ແລະການເຂົ້າຮ່ວມຂອງທົ່ວປວງຊົນດ້ວຍຈິດໃຈ “ຕ້ານພະຍາດຄືຕ້ານສັດຕູ”, ຫວຽດນາມ ໄດ້ລະດົມທຸກແຫຼ່ງກໍາລັງເພື່ອປ້ອງກັນ, ຕ້ານ ແລະຄວບຄຸມພະຍາດໂຄວິດ-19 ຢ່າງສໍາເລັດຜົນ. ຈາກນັ້ນ, ປະເທດອາຊີຕາເວັນອອກສ່ຽງໃຕ້ນີ້ໄດ້ປະຕິບັດ “ເປົ້າໝາຍຄວບຄູ່” ທັງປ້ອງກັນ, ຕ້ານພະຍາດໂຄວິດ-19, ທັງຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມຢ່າງມີປະສິດທິຜົນ. ທ່ານ Ghosh ເນັ້ນໜັກວ່າ: “ດ້ວຍລວມຍອດຜະລິດຕະພັນພາຍໃນ (GDP) ປີ 2020 ເພີ່ມຂຶ້ນ 2,91%, ຫວຽດນາມ ໄດ້ເຂົ້າໃນກຸ່ມພື້ນຖານເສດຖະກິດມີລະດັບການເຕີບໂຕສູງທີ່ສຸດໃນໂລກ. ນີ້ແມ່ນຜົນສໍາເລັດອັນໃຫຍ່ຫຼວງຂອງຫວຽດນາມ.

ໜັງສືພິມ The Times of India ໃຫ້ຂໍ້ສັງເກດວ່າ ດ້ວຍການນໍາພາຂອງຫວຽດນາມ ໃນບົດບາດເປັນປະທານອາຊຽນ 2020, 10 ປະເທດສະມາຊິກອາຊຽນ ແລະ 5 ປະເທດຄູ່ຮ່ວມມືໄດ້ລົງນາມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ສ້າງເປັນເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ, ຊ່ວຍຊຸກຍູ້ການພັດທະນາເສດຖະກິດຂອງບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມື. ຄຽງຂ້າງນັ້ນ, ຫວຽດນາມ ຍັງມີສັນຍາການຄ້າເສລີສອງສະບັບອີກກັບສະຫະພາບເອີລົບ (EVFTA) ແລະກັບ ລາຊະອານາຈັກອັງກິດ ແລະໄອແລນເໜືອ (UKVFTA). “ນັບທັງໃນປີ 2020 ທີ່ເຕັມໄປດ້ວຍສິ່ງທ້າທາຍຄືແນວນັ້ນ, ຫວຽດນາມ ຍັງສືບຕໍ່ເຊື່ອມໂຍງເຂົ້າກັບສາກົນໄດ້ຢ່າງເລິກເຊິ່ງກວ້າງຂວາງ ແລະແຮງກວ່າອີກ”.

ໜັງສືພິມ The Times of India ໃຫ້ຮູ້ວ່າ, ດ້ວຍສອງປະຖົມປັດໄຈດັ່ງກ່າວ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ທີ່ດໍາເນີນໃນວັນທີ 25 ມັງກອນ ຫາວັນທີ  2 ກຸມພາ ຈະວາງອອກເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີຕໍ່ໄປ, ໃນນັ້ນປີ 2021 ແມ່ນປີບານພັບ. “ຍ້ອນແນວນັ້ນ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ມີຄວາມໝາຍສໍາຄັນພິເສດ”.

“ດວງດາວຫາກໍ່ພົ້ນເດັ່ນ” ຂອງອາຊີ

ຕາມໜັງສືພິມ Nikkei Asia ແລ້ວ, ຫວຽດນາມ ຈະນໍາໜ້າກ່ຽວກັບການເຕີບໂຕດ້ານເສດຖະກິດພາກພື້ນໃນປີນີ້. ໜັງສືພິມຂອງຍີ່ປຸ່ນ ຄັດສະເໜີການຄາດຄະເນໃໝ່ຫຼ້າສຸດຂອງກອງທຶນເງິນຕາສາກົນ (IMF) ໂດຍໃຫ້ຮູ້ວ່າ GDP ຂອງຫວຽດນາມ ປີ 2021 ສາມາດເຕີບໂຕ 6,5%. ໜັງສືພິມ Nikkei Asia ເນັ້ນໜັກວ່າ: “ຫວຽດນາມ ພ້ອມກັບອິນໂດເນເຊຍ ແລະມາເລເຊຍ ຈະກາຍເປັນພື້ນຖານເສດຖະກິດທໍາອິດຂອງອາຊີຕາເວັນອອກສ່ຽງໃຕ້ທີ່ຟື້ນຟູຢ່າງສົມບູນ ແລະເຕີບໂຕທາງບວກຄືລະດັບກ່ອນເກີດພະຍາດໂຄວິດ-19”. ພ້ອມກັນນັ້ນ, ໜັງສືພິມ Nikkei Asia ຍັງໄດ້ຄັດສະເໜີຂໍ້ມູນຂອງສໍານັກຂ່າວສານຕີລາຄາຄວາມໄວ້ວາງໃຈສາກົນ S&P Global Ratings ໂດຍຖືວ່າ GDP ຂອງຫວຽດນາມ ສາມາດເຕີບໂຕເຖິງ 10,9% ໃນປີ 2021, ຫຼາຍກວ່າບໍ່ວ່າປະເທດໃດຢູ່ອາຊີ-ປາຊີຟິກ.

ໃນຂະນະນັ້ນ, ໜັງສືພິມ The South China Morning Post ໃຫ້ຮູ້ວ່າ, ລະດັບເຕີບໂຕ GDP ຂອງຫວຽດນາມ ໃນປີ 2020 ແມ່ນສູງພໍສົມຄວນເມື່ອທຽບໃສ່ສະພາບການລວມຂອງໂລກເມື່ອຫຼາຍພື້ນຖານເສດຖະກິດເຕີບໂຕທາງລົບ. ປີ 2021, ຫວັງວ່າການເຕີບໂຕຈະສູງກວ່າ 6%. “ການຟື້ນຟູຢ່າງແຮງຂອງພື້ນຖານເສດຖະກິດຈະເປັນການປັບປຸງຖານະບົດບາດຂອງຫວຽດນາມ ໃຫ້ເປັນ “ດວງດາວຫາກໍ່ພົ້ນເດັ່ນ” ຂອງອາຊີ, ໜັງສືພິມ The South China Morning Post ໄດ້ຄັດຄໍາເວົ້າຂອງນັກຄົ້ນຄວ້າ Lye Liang Fook ຢູ່ສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ (ISEAS-Yusof Ishak) ຂອງສິງກະໂປ.

ມີຂໍ້ສັງເກດດຽວກັນ, ໜັງສືພິມລາຍວັນ The Business Times ເຊື່ອໝັ້ນວ່າ ເສດຖະກິດຫວຽດນາມ ຈະບັນລຸໄດ້ເປົ້າໝາຍເຕີບໂຕໃນປີນີ້. ສໍານັກງານຂອງໜັງສືພິມນີ້ຕັ້ງຢູ່ຮົ່ງກົງ (ຈີນ) ໄດ້ຢ້ຳຄືນບົດກ່າວຄໍາເຫັນຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ທີ່ກອງປະຊຸມທາງໄກຫວ່າງແລ້ວນີ້ວ່າ ລັດຖະບານວາງເປົ້າໝາຍສູ້ຊົນເຕີບໂຕ GDP ໃຫ້ໄດ້ 6,5% ເມື່ອທຽບໃສ່ເປົ້າໝາຍ 6% ເຊິ່ງສະພາແຫ່ງຊາດວາງອອກໃນປີ 2021. ຈາກຕົວເລກນັ້ນ, ໜັງສືພິມລາຍວັນ The Business Times ຢັ້ງຢືນວ່າ ແງ່ຫວັງການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ຈະຊັດເຈນກວ່າເມື່ອກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ວາງອອກແນວທາງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ