ໃນໄລຍະຜ່ານມາ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ຍາມໃດກໍ່ຮ່ວມເດີນທາງພ້ອມກັບທະຫານຊາຍແດນແຂວງບິ່ງເຟື໊ອກ ໃນການປະຕິບັດໜ້າທີ່ຮັກສາອະທິປະໄຕ, ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນໄວ້ຢ່າງໝັ້ນຄົງ. ບໍລິສັດໃຫຍ່ເຄືອຂ່າຍ Viettel (ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ) ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອສົ່ງສັນຍານໂທລະຄົມມະນາຄົມເຖິງບັນດາເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ແລະພິເສດແມ່ນບັນດາຄ້າຍທະຫານຊາຍແດນ.

ຫວ່າງແລ້ວນີ້, ບໍລິສັດໃຫຍ່ເຄືອຂ່າຍ Viettel ຕັດສິນລົງທຶນກໍ່ສ້າງສະຖານີຮັບສົ່ງສັນຍານ 2ຈີ ແລະ 4ຈີ ຢູ່ຄ້າຍທະຫານຊາຍແດນດັ໊ກໂນ (ທະຫານຊາຍແດນແຂວງບິ່ງເຟື໊ອກ). ດ້ວຍຈິດໃຈບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກ, ບໍລິສັດໃຫຍ່ເຄືອຂ່າຍ Viettel ໄດ້ສໍາເລັດວຽກງານຫຼາຍຢ່າງເພື່ອກໍ່ສ້າງສະຖານີ BTS ສູງ 42 ແມັດ ສົ່ງສັນຍານຮັບໃຊ້ຄ້າຍທະຫານຊາຍແດນດັ໊ກໂນ ພາຍໃນເວລາພຽງ 1 ເດືອນນັບແຕ່ວັນທີ 1 ກໍລະກົດ 2020 ຫາວັນທີ 29 ກໍລະກົດ 2020.

ໜັງສືພິມກອງທັບປະຊາຊົນຫວຽດນາມອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເຄື່ອນໄຫວດັ່ງກ່າວ.

leftcenterrightdel
ຈາກນະຄອນດົ່ງຊວ່າຍ (ແຂວງບິ່ງເຟື໊ອກ), ຂີ່ລົດຜ່ານໄລຍະທາງປະມານ 170 ກິໂລແມັດໃນເວລາ 4 ຊົ່ວໂມງ ກໍ່ຈະໄປຮອດສະຖານີຮັບສົ່ງສັນຍານ 2ຈີ ແລະ 4ຈີ ຂອງ Viettel ທີ່ຮັບໃຊ້ຄ້າຍທະຫານຊາຍແດນດັ໊ກໂນ. ພາບ: ຈ່າມີ.
leftcenterrightdel
ໃນໄລຍະກໍ່ສ້າງສະຖານີ BTS, ການຂົນສົ່ງອຸປະກອນທັງໝົດຂຶ໊ນໂນນພູລ້ວນແຕ່ດ້ວຍວິທີຍົກ, ແບກ. ພາບ: ຈ່າມີ.
leftcenterrightdel
ກວດກາເຕັກນິກຢູ່ສະຖານີ. ພາບ: ຈ່າມີ.
leftcenterrightdel
ພາລະກອນເຕັກນິກ ກວດກາອຸປະກອນຢູ່ສະຖານີ BTS. ພາບ: ຈ່າມີ.
leftcenterrightdel
ບໍລິການໂທລະຄົມມະນາຄົມພັດທະນາຢ່າງກວ້າງຂວາງ ໄດ້ສ້າງຄວາມສະດວກໃຫ້ພະນັກງານ, ນັກຮົບບັນດາກົມກອງຢູ່ເຂດຊາຍແດນ ໃນວິວັດການປະຕິບັດງານ ແລະດໍາເນີນຊີວິດປະຈໍາວັນ. ພາບ: ຈ່າມີ.

ໂດຍ: ເຈິ່ນຮວ່ຽນ