ກ່ອນຈະລົງສະໜາມພົບກັບທີມນະຄອນໂຮ່ຈີມິນ ໃນສະໜາມກິລາທົ໊ງເຍິດ, ຄາດຄະເນວ່າສອງຝ່າຍຈະປະສົບຄວາມຫຍຸ້ງຍາກ, ໃນນັ້ນທີມຂອງຄູຝຶກ Chung Hae-soung ຕ້ອງເອົາຊະນະໃຫ້ໄດ້ ເພາະວ່າ ໃນລະດູການນີ້ ເຂົາເຈົ້າໄດ້ຈ່າຍເງິນຊື້ຂາຍໂຕນັກກິລາຫຼາຍພໍສົມຄວນ. ກໍຢ່າເວົ້າວ່າ ທີມຂອງຄູຝຶກ ເຈືອງຫວຽດຮວ່າງ ບໍ່ມີຄວາມມັກໃຫຍ່ໃຝ່ສູງຢູ່ໃນການແຂ່ງຂັນນັດນີ້ ແລະລວມທັງໄລຍະທາງທີ່ຍັງເຫຼືອອີກດ້ວຍ. ຍ້ອນຮູ້ລະບົບເກມຫຼິ້ນເປັນຢ່າງດີ, ມີຈິດໃຈສະບາຍກວ່າ ສະນັ້ນ ທີມ Viettel ຈຶ່ງລົງແຂ່ງຂັນໄດ້ດີກວ່າ, ເປັນເຈົ້າການປ່ອຍເກມບຸກໃຫ້ແກ່ຄູ່ແຂ່ງ...

leftcenterrightdel
ນັກເຕະ Bruno Cantanhede ຂອງທີມ Viettel (ຢູ່ກາງ) ສາມາດຫຼິ້ນໄດ້ຫຼາຍຕຳແໜ່ງໃນສະໜາມແຂ່ງຂັນ. ພາບ: ຫາຍດັງ.

ຖືກຕົກຢູ່ໃນທ່າຕ້ອງເອົາຊະນະໃຫ້ໄດ້, ທີມນະຄອນໂຮ່ຈີມິນ ຕ້ອງຫຼິ້ນເກມບຸກ. ນີ້ແມ່ນແຜນການ ເຊິ່ງຄູຝຶກ ເຈືອງຫວຽດຮວ່າງ ແລະລູກສິດ ຄົ້ນຄວ້າຢ່າງລະອຽດກ່ອນຈະລົງສະໜາມແຂ່ງຂັນ. ນັກເຕະ ເລິມຕີຟົງ, Ariel Rodriguez ຫຼື Jose Ortiz ຢາກສ້າງຄວາມກົດດັນໃຫ້ແກ່ທີມ Viettel ແຕ່ບໍ່ສາມາດເຮັດໄດ້. ທີມຂອງນະຄອນໂຮ່ຈີມິນ ກໍມີໂອກາດໄລ່ຕີສະເໝີ ໃນການຍິງຈຸດໂທດໃນເວລາສຸດທ້າຍ, ແຕ່ນັກກິລາ ແທງບິ່ງ ບໍ່ສາມາດເຕະເຂົ້າປະຕູຂອງທີມ Viettel ໄດ້. ກໍ່ຈາກການຍິງຈຸດໂທດຢູ່ເຄິ່ງເວລາທີ 1, ນັກເຕະ Bruno Cantanhede ຂອງທີມ Viettel ໄດ້ຍິງເຂົ້າປະຕູລູກດຽວໃນການແຂ່ງຂັນນັດນີ້, ຊ່ວຍໃຫ້ທີມ Viettel ຂຶ້ນນໍາໃນຕາຕະລາງແຂ່ງຂັນຂອງ V-League.

ຄັນທຸງຢູ່ໃນກຳມືແລ້ວ. ແຕ່ຢູ່ໃນຈຸດສູງ, ທີ່ຈັບຄັນທຸງ, ຍົກສູງຄັນທຸງນັ້ນມັນບໍ່ແມ່ນສິ່ງທີ່ງ່າຍດາຍ ເພາະວ່າລົມພັດແຮງ ແລະມີຄວາມກົດດັນມາຈາກທຸກຝ່າຍ. ຄູຝຶກ ເຈືອງຫວຽດຮວ່າງ ແບ່ງປັນວ່າ “ພວກຂ້າພະເຈົ້າຍັງບໍ່ທັນຄິດເຖິງການຊີງແຊ້ມເທື່ອ ພຽງແຕ່ຄິດໄລ່ໃຫ້ແກ່ການລົງແຂ່ງຂັນໃນແຕ່ລະນັດເທົ່ານັ້ນ”.

ໂດຍ: ໄຊຊະນະ