ໂຄງການນີ້ແນໃສ່ປັບປຸງ, ຍົກສູງຄວາມຮັບຮູ້, ການປະພຶດ ແລະຄວາມຊິນເຄີຍແບ່ງປະເພດຂີ້ເຫຍື້ອຂອງປະຊາຊົນ, ວິສາຫະກິດເຄື່ອນໄຫວຢູ່ທະເລ ພ້ອມກັບອຳນາດການປົກຄອງ ແລະບັນດາອົງການຈັດຕັ້ງສັງຄົມ ຢູ່ບໍລິເວນເມືອງຕຸຍຟອງ, ເມືອງຝູກຸ໊ຍ ແລະນະຄອນຟານທ໊ຽດ.

leftcenterrightdel
ທ່ານນາງ Sitara Syed ຮອງຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ ກ່າວຄໍາເຫັນທີ່ເຫດການ. ພາບ: baoxaydung.com.vn.

ທ່ານນາງ Sitara Syed ຮອງຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ການປະຕິບັດໂຄງການນີ້ທີ່ສໍາຄັນທີ່ສຸດໃນການຊຸກຍູ້ບັນດາການກະທໍາຂອງທ້ອງຖິ່ນ ສໍາລັບບັນດາການກະທໍາແຫ່ງຊາດກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອທະເລ. ໂຄງການນີ້ກໍ່ຈະນໍາໃຊ້ວິທີການສຳຜັດກັບການຄຸ້ມຄອງສັງລວມສິ່ງເສດເຫຼືອສົມທົບ ແລະປະຕິບັດຫຼາຍຮູບແບບກໍ່ຄືຍົກສູງບົດບາດສໍາຄັນຂອງກຸ່ມບໍ່ເປັນທາງການ ແລະຊຸກຍູ້ການຮ່ວມມື ແລະຄູ່ຮ່ວມມືຢ່າງແຮງໃນການຄຸ້ມຄອງສິ່ງເສດເຫຼືອ.

ໂຄງການດັ່ງກ່າວຈະໄດ້ປະຕິບັດໃນໄລຍະ 2 ປີຢູ່ເມືອງຝູກຸ໊ຍ, ເມືອງຕຸຍຟອງ ແລະນະຄອນຟານທ໊ຽດ. ນີ້ກໍ່ແມ່ນພາກສ່ວນຂອງໂຄງການໃຫຍ່ກວ່າໂດຍກະຊວງການຕ່າງປະເທດນອກແວ ໜູນຊ່ວຍທີ່ມີຊື່ວ່າ “ທະວີຄູນຮູບແບບຊຸມຊົນຄຸ້ມຄອງສິ່ງເສດເຫຼືອໃນການດຳລົງຊີວິດ ແລະຢາງ" ຢູ່ 5 ແຂວງແມ່ນກວ໋າງນີງ, ດ່ານັ້ງ, ບີ່ງດີ້ງ, ບີ່ງທ້ວນ ແລະບີ່ງເຢືອງ.

ໂດຍ: ເຈິ່ນຮວ່ຽນ