ຜ່ານ Telehealth ຮູບພາບຖ່າຍ CT, ເອໂກ, ຊ່ອງໄຟຟ້າທັງໝົດລ້ວນແຕ່ໄດ້ຖ່າຍທອດສົດຊ່ວຍການບົ່ງມະຕິພະຍາດໄດ້ງ່າຍດາຍ ແລະສະດວກກວ່າ, ຈໍາກັດການເຄື່ອນຍ້າຍຂອງຄົນເຈັບເຖິງໂຮງໝໍຕ່າງໆ. ລະບົບ Telehealth ໂດຍ Viettel ກໍ່ສ້າງຕອບສະໜອງທຸກຂົງເຂດຕາມມາດຕະຖານ ລະບົບກວດ, ປິ່ນປົວພະຍາດທາງໄກຂອງກະຊວງສາທາລະນະສຸກ. ຄາດຄະເນວ່າເມື່ອຜັນຂະຫຍາຍ Telehealth ໃນທົ່ວປະເທດຈະປະຢັດໃຫ້ສັງຄົມ ແລະຂະແໜງສາທາລະນະສຸກນັບພັນຕື້ດົ່ງຕໍ່ປີ.

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າເປີດນຳໃຊ້ສູນໃຫ້ຄຳປຶກສາກວດ, ປິ່ນປົວພະຍາດທາງໄກ. ພາບ: qdnd.vn.

ທ່ານ ໂງວິງກວີ໊ ຮອງຜູ້ອໍານວຍການບໍລິສັດໃຫຍ່ມາດຕະການວິສາຫະກິດ Viettel ໃຫ້ຮູ້ວ່າ: “ໃນໄລຍະຈະມາເຖິງພວກຂ້າພະເຈົ້າສືບຕໍ່ພັດທະນາ ພື້ນຖານ Telehealth ຢ່າງປອດໄພກວ່າອີກ, ດ້ວຍການໝູນໃຊ້ບັນດາເຕັກໂນໂລຢີ 4.0 ໃໝ່...”.

ຄາດຄະເນວ່າໃນເດືອນກັນຍາ 2020, Viettel ຈະສໍາເລັດການເຊື່ອມຈອດ Telehealth ເຖິງ 1.000 ຮາກຖານກວດ, ປິ່ນປົວພະຍາດ, ໂຮງໝໍໃນທົ່ວປະເທດ.

ໂດຍ: ເກື່ອງດັ້ງ