ທີ່ການເຮັດວຽກ, ທ່ານ ຫງວຽນແທ່ງຟອງ ຫວັງວ່າໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ຈະໄດ້ຮັບການຮ່ວມມື, ແບ່ງປັນບົດຮຽນຈາກນະຄອນ Daegu ໃນບັນດາໂຄງການກໍ່ສ້າງຕົວເມືອງອັດສະລິຍະ, ຄື: ກໍ່ສ້າງໂຄງລ່າງຂໍ້ມູນຂ່າວສານ, ພື້ນຖານຂໍ້ມູນ, ຮັກສາຄວາມລັບດ້ານຂໍ້ມູນຂ່າວສານ...

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ:  ສໍານັກຂ່າວສານຫວຽດນາມ.

ຄຽງຂ້າງນັ້ນ, ນະຄອນໂຮ່ຈີມິນ ກໍ່ພ້ອມແລ້ວທີ່ຈະຮ່ວມມືກັບນະຄອນ Daegu ໃນບັນດາຂົງເຂດທີ່ Daegu ມີທ່າແຮງ ແລະນະຄອນມີຄວາມເອົາໃຈໃສ່ລົງທຶນພັດທະນາ, ຄື: ການກໍາຈັດນໍ້າ, ການທ່ອງທ່ຽວ. ນະຄອນໂຮ່ຈີມິນ ຈະສະເໜີໃຫ້ກະຊວງຄົມມະນາຄົມ ແລະຂົນສົ່ງຫວຽດນາມ ເອົາໃຈໃສ່ເຖິງການສະເໜີຂອງທ່ານ Kwon Young Jin ກ່ຽວກັບການເປີດສາຍການບິນໂດຍກົງລະຫວ່າງນະຄອນ Daegu ແລະນະຄອນໂຮ່ຈີມິນ.

ສ່ວນທ່ານ Kwon Young Jin ຢັ້ງຢືນວ່າ ນະຄອນ Daegu ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ປາດຖະໜາຢາກປະກອບສ່ວນ, ໜູນຊ່ວຍວິວັດການກໍ່ສ້າງຕົວເມືອງອັດສະລິຍະຂອງນະຄອນໂຮ່ຈີມິນ. ທ່ານ Kwon Young Jin ໃຫ້ຄໍາໝັ້ນສັນຍາວ່າພາຍຫຼັງພະຍາດໂຄວິດ-19 ໄດ້ຮັບການຄວບຄຸມແລ້ວຈະຍູ້ແຮງບັນດາໂຄງການຮ່ວມມືກັບນະຄອນໂຮ່ຈີມິນ ໃນບັນດາຂົງເຂດສາທາລະນະສຸກ, ການທ່ອງທ່ຽວ; ຊຸກຍູ້ການສົ່ງເສີມການຮ່ວມມືລົງທຶນໃນຂົງເຂດການກໍາຈັດນໍ້າ.

ໂດຍ: ໄຊຊະນະ