leftcenterrightdel
ທ່ານພັນເອກ ເຈິ່ນວຽດນັງ, ຫົວໜ້າຄະນະຊາວໜຸ່ມກອງທັບ ມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງຫາຍເຢືອງ. ພາບ: qdnd.vn.

ທີ່ລາຍກາຍ, ຜູ້ຕາງໜ້າຄະນະຊາວໜຸ່ມກອງທັບ ແລະບັນດາອົງການ, ກົມກອງໄດ້ມອບເຂົ້າສານ 3 ໂຕນ, ຊຸດປ້ອງກັນພະຍາດໂຄວິດ-19 ຈໍານວນ 200 ຊຸດ, ຜ້າອັດປາກ-ອັດດັງ 6.000 ອັນ, ນໍ້າຢາລ້າງມືຂ້າເຊື້ອ 500 ຂວດ ດ້ວຍມູນຄ່າທັງໝົດແມ່ນກວ່າ 300 ລ້ານດົ່ງ. ລາຍການນອນໃນບັນດາການເຄື່ອນໄຫວຢ່າງແທດຈິງຂອງຄະນະຊາວໜຸ່ມກອງທັບ ດ້ວຍໜ້າທີ່ຮ່ວມແຮງຮ່ວມໃຈປ້ອງກັນ, ຕ້ານພະຍາດໂຄວິດ-19. ຕາມນັ້ນແລ້ວ, ຄະນະຊາວໜຸ່ມກອງທັບ ຍັງໄດ້ສົມທົບກັບບັນດາກົມກອງພາຍໃນ ແລະນອກກອງທັບ ຈັດຕັ້ງບັນດາລາຍການໄປຢ້ຽມຢາມ, ມອບຂອງຂວັນ, ອຸປະກອນການແພດໃຫ້ບັນດາກົມກອງທີ່ປະຕິບັດໜ້າທີ່ແຍກປ່ຽວດ້ວຍມູນຄ່າທັງໝົດເກືອບ 1 ຕື້ດົ່ງ.

leftcenterrightdel
ຜູ້ຕາງໜ້າສະຖາບັນວິທະຍາສາດ ແລະເຕັກໂນໂລຢີການທະຫານ, ກະຊວງປ້ອງກັນປະເທດ ມອບນ້ຳຢາລ້າງມືຂ້າເຊື້ອໃຫ້ກອງບັນຊາການທະຫານແຂວງຫາຍເຢືອງ. ພາບ: qdnd.vn.

ກ່າວຄໍາເຫັນທີ່ລາຍການ, ທ່ານພັນເອກ ເຈິ່ນວຽດນັງ, ຫົວໜ້າຄະນະຊາວໜຸ່ມກອງທັບ, ຫົວໜ້າຄະນະປະຕິບັດງານ ເນັ້ນໜັກວ່າ ນີ້ເປັນຂອງຂວັນທີ່ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງ, ຄວາມຮັບຜິດຊອບຂອງໄວໜຸ່ມກອງທັບພ້ອມກັບບັນດາອົງການ, ກົມກອງ; ປະກອບສ່ວນສໍາຄັນພ້ອມກັບບັນດາກົມກອງສຸມໃສ່ປ້ອງກັນ, ຕ້ານພະຍາດໂຄວິດ-19, ເປັນຕົ້ນແມ່ນມີແຫຼ່ງກໍາລັງຕື່ມອີກເພື່ອເພີ່ມທະວີບັນດາມາດຕະການປ້ອງກັນ, ປິ່ນປົວພະຍາດ, ຮັບປະກັນຄວາມປອດໄພ ແລະສຸຂະພາບໃຫ້ປະຊາຊົນ...

ໂດຍ: ເຈິ່ນຮວ່ຽນ