ກ່າວຄໍາເຫັນທີ່ເຫດການ, ທ່ານ ຫງວຽນແທ່ງຮືງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໃຫ້ຂໍ້ສັງເກດວ່າ ຄໍາສັ່ງເລກທີ 16/CT-TTg ລົງວັນທີ 4 ພຶດສະພາ 2017 ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີຄວາມສາມາດສໍາຜັດກັບການປະຕິວັດອຸດສາຫະກໍາຄັ້ງທີ 4 ໄດ້ກໍານົດວ່າເຕັກໂນໂລຢີປັນຍາປະດິດແມ່ນໜຶ່ງໃນບັນດາເຕັກໂນໂລຢີກ້າວກະໂດດຂັ້ນ, ແມ່ນປາຍແຫຼມຂອງການປະຕິວັດອຸດສາຫະກໍາ 4.0.

leftcenterrightdel
ທ່ານ ຫງວຽນແທ່ງຮືງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: ວັນຝອງ.

ທ່ານຮອງລັດຖະມົນຕີ ໃຫ້ຮູ້ວ່າ ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ຈັດຕັ້ງພິທີເປີດຕົວພື້ນຖານເຕັກໂນໂລຢີປັນຍາປະດິດຂອງ Viettel - Viettel AI Open Platform. ນີ້ແມ່ນພື້ນຖານທີ່ໄດ້ຮັບການພັດທະນາຈາກກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ເພື່ອແນໃສ່ຊຸກຍູ້ເລື່ອງໝູນໃຊ້ປັນຍາປະດິດ, ສ້າງຜົນປະໂຫຍດໃຫ້ແກ່ສ່ວນບຸກຄົນ, ອົງການຈັດຕັ້ງ, ວິສາຫະກິດ.

ພື້ນຖານເຕັກໂນໂລຢີປັນຍາປະດິດຂອງ Viettel ໄດ້ສະໜອງບັນດາເຕັກໂນໂລຢີປັນຍາປະດິດເປັນຫຼາຍຮູບຫຼາຍແບບ, ຄື: ເຕັກໂນໂລຢີຮັບຮູ້ຫັນປ່ຽນສຽງເວົ້າມາເປັນລາຍລັກອັກສອນ, ເຕັກໂນໂລຢີສຳຜັດຄອມພິວເຕີດ້ວຍຕາ (computer vision ), ເຕັກໂນໂລຢີແກ້ໄຂພາສາຫວຽດນາມ... ສາມາດສະສົມເຂົ້າບັນດາຊ໊ອບແວຫັນປ່ຽນດີຈີຕອນ ເພື່ອຫັນເປັນອັດຕະໂນມັດ, ຍົກສູງການນຳໃຊ້ ແລະຄ່າໃຊ້ຈ່າຍໜ້ອຍທີ່ສຸດໃຫ້ແກ່ຜູ້ຊົມໃຊ້.

ກະຊວງຖະແຫຼງຂ່າວ ແລະສື່ສານ ຕີລາຄາສູງເລື່ອງ Viettel ນໍາໃຊ້ນະໂຍບາຍສະໜອງພື້ນຖານປັນຍາປະດິດເປີດໃຫ້ບັນດາບຸກຄົນ, ວິສາຫະກິດ, ອົງການຈັດຕັ້ງໄດ້ລົງທະບຽນນໍາໃຊ້ໃນໄລຍະພັດທະນາຊ໊ອບແວຂອງຕົນໂດຍບໍ່ເສຍຄ່າ, ພຽງແຕ່ຄິດໄລ່ລາຄາ ຫຼື ຮ່ວມມືດໍາເນີນທຸລະກິດເມື່ອຫັນຜະລິດຕະພັນເປັນການຄ້າ. ນີ້ແມ່ນການກະທໍາທີ່ລະອຽດເພື່ອຫັນການກໍານົດທິດຂອງກະຊວງຖະແຫຼງຂ່າວ ແລະສື່ສານເມື່ອປະຕິບັດໂຄງການ “ແຕ່ລະອາທິດໜຶ່ງພື້ນຖານ Make in Vietnam” ໃຫ້ປະກົດຜົນເປັນຈິງ: ວິສາຫະກິດເຕັກໂນໂລຢີດີຈີຕອນຫວຽດນາມ ຊ່ວຍໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດຫັນປ່ຽນດີຈີຕອນໄວກວ່າດ້ວຍພື້ນຖານດີຈີຕອນ.

ໂດຍ: ດັ້ງເກື່ອງ