leftcenterrightdel
ພາບປະກອບຄັດຈາກສໍານັກຂ່າວສານຫວຽດນາມ.

ນອກຈາກນັ້ນ, ບົດລາຍງານຍັງຕີລາຄາກ່ຽວກັບຜົນກະທົບເຖິງເສດຖະກິດຈາກພະຍາດໂຄວິດ-19 ໂດຍ ADB ຫາກໍ່ປະກາດ, ບັນດາຄວາມເສຍຫາຍທາງດ້ານເສດຖະກິດຢູ່ອາຊີ-ປາຊີຟິກ ອາດຈະແມ່ນ 1,7 ພັນຕື້ໂດລາສະຫະລັດ ເມື່ອຄວບຄຸມພະຍາດໄດ້ໃນເວລາແມ່ນ 3 ເດືອນ ແລະຂຶ້ນເຖິງ 2,5 ພັນຕື້ໂດລາສະຫະລັດ ຖ້າຄວບຄຸມພະຍາດໄດ້ໃນເວລາ 6 ເດືອນ ແລະສະເພາະຢູ່ພາກພື້ນນີ້ກວມປະມານ 30 % ຍອດຈຳນວນຫຼຸດຜ່ອນປະລິມານການຜະລິດທ່ົວໂລກ. ຈີນ ສາມາດຖືກເສຍຫາຍແຕ່ 1,1-1,6 ພັນຕື້ໂດລາສະຫະລັດ. ບົດລາຍງານໃຫ້ຂໍ້ສັງເກດວ່າ ຄວາມມານະພະຍາຍາມກະກໍາຢ່າງວ່ອງໄວຂອງບັນດາລັດຖະບານໃນທົ່ວໂລກ ສາມາດຊ່ວຍຫຼຸດຜ່ອນຄວາມເສຍຫາຍດ້ານເສດຖະກິດທ່ົວໂລກຍ້ອນພະຍາດໂຄວິດ-19 ໄດ້ແຕ່ 4,1- 5,4 ພັນຕື້ໂດລາສະຫະລັດ.

ໂດຍ: ກວຽດເຕິມ