ປັດຈຸບັນ, 2 ຄົນດັ່ງກ່າວມີສຸຂະພາບທີ່ເປັນປົກປະຕິ ແລະສືບຕໍ່ໄດ້ຮັບການຕິດຕາມກວດກາ. ປັດຈຸບັນຍັງບໍ່ທັນມີຊາວ ຫວຽດນາມ, ພະນັກງານການແພດຜູ້ໃດທີ່ຖືກຕິດພະຍາດເທື່ອ.

leftcenterrightdel
ເຈົ້າໜ້າທີ່ພວມກວດກາແຂກທ່ອງທ່ຽວມາຈາກປະເທດຈີນ. ພາບ:  ສໍານັກຂ່າວສານຫວຽດນາມ

ມີຫຼາຍມາດຕະການກວດກາໄດ້ນຳໃຊ້ຢູ່ບັນດາດ່ານຊາຍແດນຄື ສະໜາມບິນ, ທ່າກ່ຳປັ່ນຢູ່ຫຼາຍປະເທດ, ໃນນັ້ນມີ ລາວ, ສິງກະໂປ, ມາເລເຊຍ… ເພື່ອຄົ້ນພົບຜູ້ທີ່ມີອາຄານຕິດເຊື້ອ. ທ່ານ ປຣາຢຸດ ຈັນໂອຈາ ນາຍົກລັດຖະມົນຕີໄທ ໄດ້ອອກຄຳສັ່ງວ່າທຸກໆອົງການຈັດຕັ້ງ, ອົງການທີ່ກ່ຽວຂ້ອງຂອງປະເທດນີ້ຕ້ອງເພີ່ມທະວີບັນດາມາດຕະການຮັບມືກັບຈຸລະໂຣກສາຍພັນໃໝ່     ແລະ ສະພາບການປ່ຽນແປງ.

ໃນຂະນະນັ້ນ, ຄະນະກຳມະການແຫ່ງຊາດກ່ຽວກັບສະພາບການສຸກເສີນຂອງໂມງໂກເລຍ ໄດ້ຕັດສິນປິດບັນດາໂຮງຮຽນ ທັງໝົດໃນທົ່ວປະເທດໂດຍຊົ່ວຄາວແຕ່ວັນທີ 27 ມັງກອນ ຮອດວັນທີ 2 ມີນາ ເພື່ອຫຼີກລ້ຽງຄວາມສ່ຽງແຜ່ລະບາດເຊື້ອ ກໍ່ຄືບັນດາພະຍາດລະລົບຫາຍໃຈຕ່າງໆ.

ແຫຼ່ງຄັດຈາກ: vovworld.vn