ກ້າວເຂົ້າສູ່ປີ 2020, ບັນດາ “ກຸ່ມບໍລິສັດ” ກ່ຽວກັບເຕັກໂນໂລຢີລ້ວນແຕ່ມີບາດກ້າວເດີນທີ່ສາມາດນິຍາມຄືນຄວາມສໍານຶກກ່ຽວກັບໂທລະສັບມືຖື, ຊໍ້າບໍ່ໜໍາຍັງປ່ຽນແປງທັງວິທີເຊື່ອມຕໍ່ຂອງມະນຸດ.

ເມື່ອໄດ້ຮັບການປະກາດ, ທົ່ວໂລກຮູ້ສຶກແປກປະຫຼາດ ເພາະວ່າຄວາມໄວ ແລະຄວາມຖີ່ກວ້າງ (broadband) ທົບຫຼາຍເທົ່າ, ຊໍ້າບໍ່ໜໍາແມ່ນທົບຫຼາຍຮ້ອຍເທົ່າເມື່ອທຽບໃສ່ເຄືອຂ່າຍມືຖືລຸ້ນກ່ອນນັ້ນ. ຫຼາຍ gigabyte ດາຕ້າໄດ້ດາວໂຫຼດດ້ວຍເວລາໄລ່ເປັນວິນາທີ. ຄວາມຊ້າຂອງເຄືອຂ່າຍເກືອບຄືວ່າຫາຍໄປ, ສ້າງຄວາມສະດວກກວ່າໃຫ້ແກ່ຜູ້ນໍາໃຊ້... ວາລະສານ Forbes ໃຫ້ຂໍ້ສັງເກດວ່າ, ນັບແຕ່ປີ 2020, 5G ແມ່ນເຕັກໂນໂລຢີແຖວໜ້າໃນຈໍານວນ 20 ຂໍ້ລິເລີ່ມທີ່ສາມາດປ່ຽນແປງວິທີດໍາລົງຊີວິດ, ເຮັດວຽກ ແລະບັນເທີງຂອງມະນຸດໃນທົດສະວັດຈະມາເຖິງ.

leftcenterrightdel
ຫວຽດນາມ ເປັນປະເທດອໍາອິດຢູ່ອາຊີຕາເວັນອອກສ່ຽງໃຕ້ຜັນຂະຫຍາຍເຄືອຂ່າຍ 5G ສໍາເລັດຜົນໃນປີ 2019. ໃນຮູບພາບ: ສະຖານທີ່ສົ່ງສັນຍານ 5G ຂອງກຸ່ມບໍລິສັດອຸດສາຫະກໍາ - ໂທລະຄົມມະນາຄົມກອງທັບ (Viettel). ພາບ: Viettel.

ດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຄືແນວນັ້ນ, ປີ 2019, ບັນດາ “ກຸ່ມບໍລິສັດ” ກ່ຽວກັບເຕັກໂນໂລຢີໄດ້ປະກາດເຂົ້າຮ່ວມ “ການຊ່ວງເສັງ” ເຄືອຂ່າຍ 5G  ຢ່າງຕໍ່ເນື່ອງ. ແຕ່ວ່າ, ການລະເບີດເຄືອຂ່າຍ 5G ໄດ້ຮັບຄາດຄະເນວ່າຈະດໍາເນີນໃນປີ 2020 ຢ່າງແທ້ຈິງ. ໃນຄວາມມານະພະຍາຍາມຊ່ວງເສັງກັບອາຊີ, ບັນດາບໍລິສັດໂທລະຄົມມະນາຄົມຂອງອາເມລິກາ, ການາດາ ແລະເອີລົບ ກໍາລັງຂຶ້ນແຜນການຕິດຕັ້ງລະບົບສະຖານີສົ່ງສັນຍານ 5G ດ້ວຍຄວາມຖີ່ແຕກຕ່າງກັນ, ສະໜອງການບໍລິການດ້ວຍຫຼາຍຮູບຫຼາຍແບບກວ່າ ແລະມີຂອບເຂດສົ່ງສັນຍານໄປທົ່ວປະເທດ. ເຄືອຂ່າຍ 5G ລາຄາຖືກຄາດຄະເນວ່າຈະມີຄວາມຖີ່ແຄບແຕ່ຂອບເຂດສົ່ງສັນຍານກວ້າງ, ສາມາດສົ່ງສັນຍານເຖິງບັນດາເຂດຫ່າງໄກສອກຫຼີກດ້ວຍຄວາມໄວທົບຫຼາຍເທົ່າເມື່ອທຽບໃສ່ເຄືອຂ່າຍ 3G, 4G ໃນປັດຈຸບັນ.

ຖ້າຫາກໃນຮອບ 10 ປີ, ເຄືອຂ່າຍໂທລະສັບມືຖືມີການບຸກທະລຸເທື່ອໜຶ່ງນັ້ນ, ເຕັກໂນໂລຢີ 6G ອາດຈະສະເໜີຕົວໃນປີ 2030. ນັບແຕ່ນີ້ຮອດເວລານັ້ນເຄືອຂ່າຍ 5G ຍັງຄົງແມ່ນຈຸດໃຈກາງຂອງການພັດທະນາບັນດາອຸປະກອນເຊື່ອມຕໍ່ໄວທີ່ສຸດ ແລະເປັນ “ແນວຮົບ” ແກ່ງແຍ້ງໃໝ່ຢ່າງຂ້ຽວຂາດຂອງບັນດາກຸ່ມບໍລິສັດເຕັກໂນໂລຢີນັບແຕ່ປີ 2020 ເປັນຕົ້ນໄປ.

ໂດຍ: ໄຊຊະນະ