Viettel ຈະຍູ້ແຮງ 3 ຂະແໜງອຸດສາຫະກໍາເຕັກໂນໂລຢີສູງນັ້ນແມ່ນອຸດສາຫະກໍາເອເລັກໂຕນິກໂທລະຄົມມະນາຄົມ, ອຸດສາຫະກໍາປ້ອງກັນຊາດ ແລະອຸດສາຫະກໍາຄວາມໝັ້ນຄົງທາງອິນເຕີແນັດເພື່ອແນໃສ່ພ້ອມກັບໂລກນຳທັນການປະຕິວັດ 4.0; ພ້ອມທັງປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາຄວາມໝັ້ນຄົງ, ອະທິປະໄຕຂອງປະເທດຊາດ ທັງໃນຂົງເຂດທີ່ເປັນຈິງ ແລະຂົງເຂດທີ່ເໝືອນຈິງ. ປິ່ນອ້ອມບັນຫາດັ່ງກ່າວ, ທ່ານພົນຈັດຕະວາ ເລດັງຢຸງ ຜູ້ວ່າການປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໄດ້ມີການແລກປ່ຽນກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທ່ານພົນຈັດຕະວາ ເລດັງຢຸງ ຜູ້ວ່າການປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel). ພາບ: ຮວ່າງລິງ.

ນັກຂ່າວ: ວັນທີ 27 ກັນຍາ 2019, ຕາງໜ້າກົມການເມືອງ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ລົງນາມປະກາດໃຊ້ມະຕິເລກທີ 52-ມຕ/ສກ ວ່າດ້ວຍແຜນນະໂຍບາຍ, ນະໂຍບາຍເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກໍາຄັ້ງທີ 4. ບົນພື້ນຖານມະຕິສະບັບນີ້, Viettel ໄດ້ຫັນເປັນບັນດາໂຄງການດໍາເນີນງານ, ແຜນການລະອຽດໃນການປະຕິບັດເປັນຄືແນວໃດ ຂໍຮຽນທ່ານ?

ທ່ານພົນຈັດຕະວາ ເລດັງຢຸງ: ພວກຂ້າພະເຈົ້າເຂົ້າຮ່ວມວິວັດການຊຸກຍູ້ການຫັນປ່ຽນດີຈີຕອນຢ່າງແຮງເພື່ອສ້າງສັງຄົມດີຈີຕອນຢູ່ຫວຽດນາມ. ລາຍລະອຽດ, ພວກຂ້າພະເຈົ້າສຸມໃສ່ 3 ວຽກຕົ້ນຕໍ. ກ່ອນອື່ນໝົດ, ສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານທີ່ທັນສະໄໝ. ເພາະວ່າທາດແທ້, ການປະຕິວັດດີຈີຕອນກ່ອນອື່ນໝົດແມ່ນອີງໃສ່ພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະເຕັກໂນໂລຢີຂໍ້ມູນຂ່າວສານ. ທີສອງ, ແມ່ນນໍາໜ້າພັດທະນາ ແລະສະໜອງບັນດາແອັບພຼີເຄຊັນ, ການບໍລິການດີຈີຕອນ, ບັນດາການບໍລິການທີ່ຕັດສິນຫວຽດນາມ ກາຍເປັນປະເທດດີຈີຕອນ ຫຼື ບໍ. ທີສາມ, ຍູ້ແຮງ 3 ຂະແໜງອຸດສາຫະກໍາເຕັກໂນໂລຢີສູງນັ້ນແມ່ນອຸດສາຫະກໍາເອເລັກໂຕນິກໂທລະຄົມມະນາຄົມ, ອຸດສາຫະກໍາປ້ອງກັນຊາດ ແລະອຸດສາຫະກໍາຄວາມໝັ້ນຄົງທາງອິນເຕີແນັດເພື່ອແນໃສ່ພ້ອມກັບໂລກນຳທັນການປະຕິວັດ 4.0; ພ້ອມທັງປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາຄວາມໝັ້ນຄົງ, ອະທິປະໄຕຂອງປະເທດຊາດທັງໃນຂົງເຂດທີ່ເປັນຈິງ ແລະຂົງເຂດທີ່ເໝືອນຈິງ.

ນັກຂ່າວ: ຕາມມະຕິເລກທີ 52 ແລ້ວ, ວິວັດການຫັນປ່ຽນດີຈີຕອນແຫ່ງຊາດ ຍັງຊັກຊ້າ, ຂາດຄວາມເປັນເຈົ້າການຍ້ອນພື້ນຖານໂຄງລ່າງຮັບໃຊ້ວິວັດການຫັນປ່ຽນດີຈີຕອນຍັງມີຂໍ້ຈຳກັດຫຼາຍຢ່າງ, ທັດສະນະຂອງກຸ່ມບໍລິສັດກ່ຽວກັບບັນຫານີ້ເປັນຄືແນວໃດ?

ທ່ານພົນຈັດຕະວາ ເລດັງຢຸງ: ປະຈຸບັນ, ກ່ຽວກັບພື້ນຖານໂຄງລ່າງເຄືອຂ່າຍ Viettel ແລະບັນດາວິສາຫະກິດໂທລະຄົມມະນາຄົມໄດ້ຮັບການຮັບປະກັນເປັນຢ່າງດີ ແລະຍາມໃດກໍ່ກຽມພ້ອມຍົກລະດັບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ. ປະຈຸບັນ, ສິ່ງທີ່ຈຳເປັນນັ້ນແມ່ນສ້າງ ແລະເພີ່ມທະວີບັນດາລະບອບລະບຽບການ, ນະໂຍບາຍພື້ນຖານໃຫ້ແກ່ການຫັນປ່ຽນດີຈີຕອນ. ຕາມນັ້ນແລ້ວ, ສິ່ງທີ່ຈຳເປັນນັ້ນແມ່ນປະກາດໃຊ້ບັນດາຂໍ້ກຳນົດກົດໝາຍທີ່ກ່ຽວຂ້ອງເຖິງການແບ່ງປັນຂໍ້ມູນ, ປົກປ້ອງຂໍ້ມູນສ່ວນບຸກຄົນ... ແນໃສ່ສ້າງລະບອບລະບຽບການຊຸກຍູ້ການຫັນປ່ຽນດີຈີຕອນຂອງລັດຖະບານ, ບັນດາອົງການຈັດຕັ້ງ ແລະວິສາຫະກິດໃຫ້ສົມບູນແບບ.

leftcenterrightdel
Viettel ຜັນຂະຫຍາຍເຕັກໂນໂລຢີ 5G ແລະບັນດາພື້ນຖານໂຄງລ່າງຕອບສະໜອງກາລະໂອກາດພັດທະນາໃນການປະຕິວັດອຸດສາຫະກໍາ 4.0. ພາບ: ຮວ່າງລິງ.

ນັກຂ່າວ: ຂໍຮຽນທ່ານ, ເພື່ອປະຕິບັດພາລະກໍານໍາໜ້າໃນວິວັດການຫັນປ່ຽນດີຈີຕອນແຫ່ງຊາດ, Viettel ຄວນເຮັດຫຍັງແດ່?

ທ່ານພົນຈັດຕະວາ ເລດັງຢຸງ: ທໍາອິດ, Viettel ມີບັນດາບໍລິການສະໜອງໃຫ້ແກ່ລູກຄ້າໃນທົ່ວສັງຄົມແລ້ວ, ຄືເຄື່ອງມືໃນການຊໍາລະສະສາງດີຈີຕອນ ViettelPay, ບັນດາການບໍລິການເນື້ອໃນດີຈີຕອນໄດ້ຊ່ວຍໃຫ້ການດຳລົງຊີວິດມີຄວາມອຸດົມສົມບູນກວ່າ, ມີບັນດາວິທີການແກ້ໄຂການຄ້າເອເລັກໂຕນິກ. ບັນດາວິທີການແກ້ໄຂນັ້ນໄດ້ປະກອບສ່ວນໃຫ້ພວກເຮົາແຕ່ລະຄົນ ມີການເຂົ້າຮ່ວມໃນການດໍາລົງຊີວິດດີຈີຕອນຕົວຈິງ. ທີສອງ, ໃນປີ 2019, ບັນດາໂຄງການບໍລິຫານດີຈີຕອນໄດ້ແບ່ງປັນກັບບັນດາອົງການຈັດຕັ້ງພາຍນອກ. ພາຍຫຼັງຫັນເປັນດີຈີຕອນພາຍໃນ Viettel ສໍາເລັດນັ້ນໄດ້ນຳເອົາບັນດາຄວາມຮູ້, ເຄື່ອງມືເຫຼົ່ານັ້ນມາແບ່ງປັນໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດອື່ນ. ທີສາມ, Viettel ໄດ້ຊອກຫາວິທີຜັນຂະຫຍາຍດ້ວຍຄ່າໃຊ້ຈ່າຍຕໍ່າ, ຊ່ວຍເພີ່ມທະວີໃຫ້ກາລະໂອກາດໄດ້ສຳຜັດກັບບັນດາວິທີການແກ້ໄຂດີຈີຕອນ.

ນັກຂ່າວ: ເຄືອຂ່າຍ 5G Viettel ຈະລົງທຶນ ແລະຜັນຂະຫຍາຍຄືແນວໃດໃນປີ 2020 ແລະຊຸມປີຕໍ່ໄປ?

ທ່ານພົນຈັດຕະວາ ເລດັງຢຸງ: ປະຈຸບັນ Viettel ພວມແມ່ນວິສາຫະກິດນໍາໜ້າໃນການປະຕິວັດອຸດສາຫະກໍາ 4.0 ແລະແມ່ນບໍລິສັດທໍາອິດຢູ່ຫວຽດນາມ ທີ່ກະຈາຍສັນຍານ 5G. ຄືແນວນັ້ນ, 5G ຈະໄດ້ບຸລິມະສິດຜັນຂະຫຍາຍຢູ່ບັນດາສະຖານທີ່ມີຄວາມຕ້ອງການສູງ ຫຼື ບັນດາສະຖານທີ່ 4G ມັກຂັດຂ້ອງ, ຄື: ເຂດອຸດສາຫະກໍາ, ໂຮງຈັກໂຮງງານ… ເມື່ອກ່ອນນີ້, ເຂດໃດ 4G ຖືກຂັດຂ້ອງນັ້ນຕ້ອງໄດ້ຕິດຕັ້ງ 3-4 ສະຖານີ 4G ຕື່ມອີກ, ແຕ່ມາດຽວນີ້ພຽງແຕ່ຕິດຕັ້ງສະຖານີ 5G ບ່ອນດຽວກໍ່ສາມາດແກ້ໄຂບັນຫາໄດ້ທັງໝົດ.

ນັກຂ່າວ: ທ່ານສາມາດຄາດຄະເນກ່ຽວກັບຕະຫຼາດໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານໃນປີ 2020?

ທ່ານພົນຈັດຕະວາ ເລດັງຢຸງ: ສໍາລັບໂທລະຄົມມະນາຄົມທີ່ເປັນມູນເຊື້ອ, ຄື:  ການໂທລະສັບ, ສົ່ງຂໍ້ຄວາມ.. ແນ່ນອນຈະມີການເຕີບໂຕຊັກຊ້າ, ພຽງແຕ່ 1-2% ກໍ່ແມ່ນຫຼາຍແລ້ວ. ແຕ່ດ້ວຍຄວາມຕ້ອງການກ່ຽວກັບການນໍາໃຊ້ດາຕ້າ, ບັນດາແອັບພຼີເຄຊັນກ່ຽວກັບບໍລິການດີຈີຕອນນັ້ນແມ່ນຈະສືບຕໍ່ເພີ່ມຂຶ້ນສູງ. Viettel ຢາກມີໄດ້ລະດັບເຕີບໂຕລາຍຮັບແຕ່ 10-15% ນັ້ນແມ່ນຕ້ອງສຸມໃສ່ເຂົ້າບັນດາການບໍລິການດີຈີຕອນ. ປີ 2019 ພວກຂ້າພະເຈົ້າສູ້ຊົນໄດ້ 15-20% ລາຍຮັບຈາກການບໍລິການດີຈີຕອນ. ໃນໂລກ, ການບໍລິການດີຈີຕອນກວມເອົາປະມານ 30% ລາຍຮັບຂອງບັນດາບໍລິສັດໂທລະຄົມມະນາຄົມ. Viettel ກໍ່ສູ້ຊົນໃຫ້ບັນລຸໄດ້ຄືແນວນັ້ນໃນຮອບ 1-2 ປີຈະມາເຖິງ. ຂ້າພະເຈົ້າຄິດວ່ານັ້ນກໍ່ແມ່ນທ່າອ່ຽງລວມຂອງຂະແໜງໂທລະຄົມມະນາຄົມໃນໄລຍະຈະມາເຖິງເມື່ອມີລາຍຮັບມາຈາກການບໍລິການດີຈີຕອນ.

ນັກຂ່າວ: ຂໍຂອບໃຈ!.

ໂດຍ: ເຈິ່ນຮວ່ຽນ