ໄລ່ຮອດໄລຍະກ່ອນຮອບ 18 V-League 2019,  ສະໂມສອນ Viettel ຢືນອັນດັບທີ 7 ໃນຕາຕະລາງຈັດອັນດັບດ້ວຍ 24 ຄະແນນ. ທີມຂອງຄູຝຶກ ຫາຍບຽນ ພຽງແຕ່ມີ 15 ປະຕູ ເທົ່ານັ້ນ,  ໜ້ອຍທີ່ສຸດໃນບັນດາທີມເຂົ້າຮ່ວມງານແຂ່ງຂັນ. ປີນີ້ສະໂມສອນ Viettel ອາດຈະຫຼິ້ນຢູ່ V-League, ແຕ່ວ່າຈະບໍ່ແມ່ນເລື່ອງງ່າຍດາຍຈົນໄປຮອດເວລາສິ້ນສຸດການແຂ່ງຂັນ. 

ໃນລະດູການແຂ່ງຂັນ V-League 1 2018, ຄູຝຶກ ຫາຍບຽນ ໄດ້ແບ່ງປັນຄວາມໃນໃຈວ່າ: “ແນ່ນອນວ່າ ພວກຂ້າພະເຈົ້າ ຈະແຂ່ງຂັນ V-League 2019 ດ້ວຍຊື່ວ່າສະໂມສອນ ເຖກົງ. ພຽງແຕ່ລໍ່ຖ້າຈຸດເວລາທີ່ ກະຊວງປ້ອງກັນປະເທດ ປະກາດເທ່ົານັ້ນ, ອາດຈະກົງກັບພິທີຊົມເຊີຍລາງວັນຊະນະເລີດ V-League 1 ແລະຍາດໄດ້ສິດເລື່ອນຂຶ້ນໄປຫຼິ້ນຢູ່ V-League”.

leftcenterrightdel
ນັກເຕະຂອງ Viettel ຕ້ອງມານະພະຍາຍາມຫຼາຍກວ່າອີກ ຖ້າຢາກໃຫ້ສະໂມສອນຂອງຕົນໄດ້ປ່ຽນຊື່ວ່າ ເຖກົງ. ພາບ: ຫາຍດັງ.

ພາຍຫຼັງເລື່ອນຂຶ້ນໄປຫຼິ້ນຢູ່ V-League, ທີມ Viettel ຍັງບໍ່ທັນປ່ຽນຊື່ມາເປັນ ສະໂມສອນ ເຖກົງ ເທື່ອ. ໃນຄວາມຊົງຈຳຂອງແຟນບານຫຼາຍໆຄົນ, ສະໂມສອນ Viettel ຍັງໄດ້ຮູ້ຈັກດ້ວຍຊື່ວ່າ ສະໂມສອນ ເຖກົງ. ຫວ່າງບໍ່ດົນມານີ້, ຄູຝຶກ ຫາຍບຽນ ໄດ້ແບ່ງປັນຄວາມໃນໃຈກ່ຽວກັບບັນຫານີ້ວ່າ: ຈິດໃຈຂອງພວກຂ້າພະເຈົ້າແມ່ນເຖກົງ. ພວກຂ້າພະເຈົ້າ ຍາມໃດກໍປາດຖະໜາຄືແນວນັ້ນ, ແຕ່ວ່າການນໍາກະຊວງ ຮຽກຮ້ອງໃຫ້ພວກຂ້າພະເຈົ້າຈົ່ງຫຼິ້ນໃຫ້ດີກວ່າອີກທີ່ການແຂ່ງຂັນ V-League  ຈຶ່ງໄດ້ປ່ຽນຊື່ວ່າ ເຖກົງ. ຂ້າພະເຈົ້າ ຄິດວ່າ ນັ້ນແມ່ນຄວາມເອກອ້າງທະນົງໃຈຂອງນັກເຕະ. ພວກຂ້າພະເຈົ້າ ປາດຖະໜາວ່າຮອດມື້ໃດມື້ໜຶ່ງ ຊື່ ເຖກົງ ຈະກັບຕ່າວຄືນມາ”.

ແຕ່ລະເທື່ອເມື່ອໂອ້ລົມກັບທ່ານ ຫວູແມ້ງຫາຍ, ເວືອງຕ໊ຽນຢຸ້ງ, ຫວູກົງເລິບ... ບັນດາລູກຜູ້ປະເສີດຂອງເຖກົງ, ຂ້າພະເຈົ້າ ລ້ວນແຕ່ຮູ້ສຶກໄດ້ຄວາມເອກອ້າງທະນົງໃຈ, ສະຫຼັບກັບຄວາມເສຍດາຍ, ຄວາມກະວົນກະວາຍໃຈເມື່ອເວົ້າເຖິງທີມບານເຕະກອງທັບ...

ວັນທີ 23 ກັນຍາ ແຕ່ລະປີ, ຖ້າເຈົ້າມີໂອກາດໄດ້ພົບພໍ້ກັບບັນດາອະດີດນັກເຕະຊື່ດັງຂອງທີມບານເຕະເຖກົງ ໃນວັນບຸນມູນເຊື້ອຂອງທີມບານເຕະ, ເຈົ້າ ຈະເຫັນຜູ້ທີ່ມີຜົມຫງອັກຫຼາຍຄົນ, ເຂົາເຈົ້າທັງຫົວຍິ້ມ, ທັງນໍ້າຕາອອກເມື່ອຫວນຄືນທີມບານເຕະເຖກົງ. ແຕ່ສິ່ງທີ່ຕ້ອງຄິດເຖິງນັ້ນແມ່ນ, ໃນວັນມູນເຊື້ອນັ້ນ, ຈຳນວນນັກເຕະສະໂມສອນເຖກົງ ໃນຊຸມປີ 90 ລວມທັງຮຸ່ນໜຸ່ມໃນປັດຈຸບັນມາຮ່ວມພັດໜ້ອຍທີ່ສຸດ. ເຂົາເຈົ້າມີແຕ່ “ທວນຄືນອະນຸສອນ” , ຄາດຄະເນ, ປາດຖະໜາໃນມື້ບໍ່ໄກນີ້ ຊື່ວ່າ ເຖກົງ ຈະກັບຕ່າວຄືນມາກັບທີມບານເຕະກອງທັບ...

ໂດຍ: ໄຊຊະນະ