leftcenterrightdel
ວິສາວະກອນຂອງ Viettel ພວມຜັນຂະຫຍາບັນດາວິທີການແກ້ໄຂເຕັກນິກຢູ່ສະໜາມກິລາໝີດິ່ງ, ຮ່າໂນ້ຍ. ພາບ: ວັນຟອງ.

ໂດຍລະອຽດ, Viettel ໄດ້ຜັນຂະຫຍາຍການຕິດຕັ້ງສະຖານີຮັບສົ່ງສັນຍານຂະໜາດນ້ອຍ 40 ແຫ່ງ, ດ້ວຍອັງແຕນທີ່ມີລະດັບສົ່ງສັນຍານແຄບຕັ້ງຢູເທິງລະບຽງສະໜາມກິລາ. ນີ້ແມ່ນວິທີການແກ້ໄຂພິເສດທັງຮັບປະກັນເຂດປົກຄຸມທັງແກ້ໄຂປະກົດການລົບກວນທີ່ເຄີຍປະກົດມີຢູ່ສະໜາມກິລາ. ປະຈຸບັນ, ມີສະໜາມກິລາໃຫຍ່ຫຼາຍແຫ່ງຢູ່ໂລກພວມນໍາໃຊ້ອັງແຕນມີລະດັບສົ່ງສັນຍານແຄບ, ຄື: Bernabeu (Marid - ແອັດສະປາຍ), Wembley (ລອນດອນ - ອັງກິດ) ຫຼື Levi’s (California - ອາເມລິກາ),… ໂດຍເລີ່ມຜັນຂະຫຍາຍຢູ່ສະໜາມກິລາໝີດິ່ງແຕ່ປີ 2018, ມາຮອດປະຈຸບັນ Viettel ຍັງຄົງແມ່ນບໍລິສັດໂທລະຄົມມະນາຄົມໜຶ່ງດຽວຢູ່ຫວຽດນາມ ນຳໃຊ້ເຕັກໂນໂລຢີທີ່ທັນສະໄໝນີ້.

leftcenterrightdel
 ກວດກາຄຸນນະພາບເຄືອຂ່າຍໃນສະໜາມກິລາໝີດິ່ງ. ພາບ: ວັນຟອງ.

ຄຽງຂ້າງນັ້ນ, Viettel ໄດ້ຈັດວາງລົດເຄື່ອນທີ່ 3 ຄັນ, ສະຖານີຮັບສົ່ງສັນຍານ 5 ແຫ່ງຢູ່ນອກສະໜາມກິລາ. Viettel ກໍ່ຕິດຕັ້ງ 4 ສະຖານີ BTS ຢູ່ມຸມຂອງສະໜາມກິລາ ແລະເກືອບ 20 ອຸປະກອນ wifi ຢູ່ທັງ 4 ເວທີ.

ທ່ານ ດ່າວຊວນຫວູ, ຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ເຄືອຂ່າຍ Viettel ໃຫ້ຮູ້ວ່າ: “ໃນຊຸມປີມໍ່ໆມານີ້, ການແຂ່ງຂັນນັດຕ່າງໆຂອງທີມຊາດຫວຽດນາມ ຢູ່ສະໜາມກິລາໝີດິ່ງຍາມໃດກໍ່ແມ່ນໜຶ່ງໃນບັນດາເຫດການໃຫຍ່ທີ່ສຸດຂອງປະເທດ. Viettel ພ້ອມແລ້ວທີ່ຈະກະກຽມຊັບພະຍາກອນດີທີ່ສຸດ, ອຸປະກອນທັນສະໄໝທີ່ສຸດ ເພື່ອຮັບໃຊ້ລູກຄ້າດ້ວຍຄຸນນະພາບດີທີ່ສຸດ. ນັ້ນແມ່ນວິທີເພື່ອໃຫ້ Viettel ພ້ອມກັບຜູ້ຊົມລະດົມກຳລັງໃຈບັນດານັກກິລາຂອງຫວຽດນາມ”.

ໂດຍ: ຄໍາແພງ