Unitel (ເຄື່ອງໝາຍການຄ້າຂອງ Viettel ຢູ່ລາວ) ຈະກາຍເປັນບໍລິສັດໂທລະຄົມມະນາຄົມທໍາອິດຢູ່ລາວ ຜັນຂະຫຍາຍບໍລິການ 5ຈີ ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ (21-10-2009 / 21-10-2019). ກໍເນື່ອງໃນ ເຫດການນີ້, Unitel ຈະຈັດງານວາງສະແດງເຕັກໂນໂລຢີທີ່ມີຂອບຂະໜາດໃຫຍ່ຢູ່ ລາວ, ຄາດຄະເນວ່າຈະດໍາເນີນໃນວັນທີ 23 ຕຸລາ 2019.

ກ່ອນໜ້ານັ້ນ, ໃນເດືອນ ກຸມພາ 2019, Unitel ກໍໄດ້ນໍາໜ້າໃນການສະໜອງ eSIM, ນໍາລາວ ຈັດອັນດັບ 7/10 ປະເທດອາຊຽນທີ່ສະໜອງບໍລິການໂທລະຄົມມະນາຄົມດ້ວຍເຕັກໂນໂລຢີໃໝ່ສຸດໃນໂລກ. Unitel ກໍກາຍເປັນຄູ່ຮ່ວມຍຸດທະສາດຂອງລັດຖະບານລາວ, ໄດ້ຮັບມອບໝາຍໃຫ້ຜັນຂະຫຍາຍບັນດາລະບົບສຳຄັນຕົ້ນຕໍກ່ຽວກັບລັດຖະບານເອເລັກໂຕນິກໃຫ້ແກ່ລາວ ຄື ສົມທົບກັບກະຊວງໄປສະນີ, ໂທລະຄົມມະນາຄົມ ກໍ່ສ້າງລະບົບ font  ລາວ; ກະຊວງສຶກສາທິການ ແລະກິລາກັບການຮຽນ ແລະເສັງອອນໄລ Lao Olympic; ກະຊວງພາຍໃນກັບການຄຸ້ມຄອງສໍາມະໂນຄົວພົນລະເມືອງ; ທະນາຄານແຫ່ງລັດກັບ Core Banking...

leftcenterrightdel
ງານວາງສະແດງບັນດາເຕັກໂນໂລຢີສະຫຼາດ ໂດຍ Unitel ປະດິດຄິດສ້າງ. ພາບ: ເລມາຍ.

ເຕື້ອງເຖິງຮູບແບບການຮ່ວມທຸລະກິດຂອງ Viettel ຢູ່ລາວ, ລັດຖະບານສອງປະເທດ ຫວຽດນາມ ແລະ ລາວ ຍາມໃດກໍຕີລາຄາສູງ ແລະຖືວ່ານີ້ແມ່ນຮູບແບບຮ່ວມມືປະສົບຜົນສໍາເລັດທີ່ສຸດ. ສິ່ງນີ້ກໍໄດ້ເວົ້າເຖິງທີ່ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໃນວັນທີ 1 -3 ຕຸລາ 2019 ທີ່ຜ່ານມາ. ມາຮອດປັດຈຸບັນ, Unitel ໄດ້ກາຍເປັນເຄື່ອງໝາຍການຄ້າອັນດັບ 1 ຂອງລາວ ໃນຂົງເຂດໂທລະຄົມມະນາຄົມ ດ້ວຍລູກຄ້າກວ່າ 3 ລ້ານຄົນ, ກວມເອົາ 56% ສ່ວນແບ່ງການຕະຫຼາດໂທລະຄົມມະນາຄົມ ແລະລາຍຮັບສະສົມບັນລຸ 1,45 ຕື້ໂດລາສະ ຫະລັດ.

Unitel ສະໜອງການບໍລິການຢູ່ລາວ ຢ່າງເປັນທາງການໃນວັນທີ 21 ຕຸລາ 2009, ດ້ວຍການຜັນຂະຫຍາຍຢູ່ 17/17 ແຂວງ, ນະຄອນ. Unitel ເປັນບໍລິສັດໂທລະຄົມມະນາຄົມຢືນອັນດັບທີ 1 ຂອງຕະຫຼາດໃນຕະຫຼອດ 8 ປີຢ່າງຕໍ່ເນື່ອງ, ດ້ວຍໂຄງລ່າງເຄືອຂ່າຍໃຫຍ່ສຸດດ້ວຍ 6.000 ສະຖານີ 2G/3G/4G ສົ່ງສັນຍານເຖິງ 95% ໃນທົ່ວປະເທດ. ການມີໜ້າຂອງ Unitel ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປ່ຽນແປງຂະແໜງໂທລະຄົມມະນາຄົມຢູ່ລາວ. ຈໍານວນປະຊາຊົນ ລາວ ນໍາໃຊ້ໂທລະສັບມືຖືໄດ້ເພີ່ມຂຶ້ນທົບ 5 ເທົ່າພຽງແຕ່ໃນຮອບສອງສາມປີມານີ້, ຈາກ 18% ໄດ້ເພີ່ມຂຶ້ນ 85%.

ທ່ານ ໂດ໊ແມ້ງຮຸ່ງ, ອວຍນວຍການໃຫຍ່ Viettel Global ໃຫ້ຮູ້ວ່າ: “ຜົນສໍາເລັດຂອງ Unitel ແມ່ນພະຍານຫຼັກຖານໃຫ້ແກ່ເລື່ອງບັນດາບໍລິສັດຫວຽດນາມ ມີກຳລັງບົ່ມຊ້ອມ ແລະບົດຮຽນຢ່າງພຽງພໍໃນການລົງທຶນອອກສູ່ຕ່າງປະເທດ, ໜູນຊ່ວຍບັນດາປະເທດອື່ນໃນໂລກພ້ອມກັນພັດທະນາ, ນໍາເອົາປະສິດທິຜົນດ້ານເສດຖະກິດ ແລະຖານະທີ່ຕັ້ງດ້ານການທູດມາ ໃຫ້ຫວຽດນາມ”.

ທ່ານ ອໍລະຫາ ທອງຫວັນທາ - ສະມາຊິກສະພາບໍລິຫານບໍລິສັດ Star Telecom ໄດ້ສະແດງຄວາມຂອບອົກຂອບໃຈຄູ່ຮ່ວມທຸລະກິດ Viettel. ທ່ານ ໃຫ້ຮູ້ວ່າ: “Viettel ໄດ້ຊ່ວຍ Asia Telecom ເຕີບໂຕຢ່າງແຮງຈາກອັນດັບທີ 4 ຢູ່ລາວ, ກາຍເປັນບໍລິສັດໂທລະຄົມມະນາຄົມອັນດັບ 1 ພາຍໃນເວລາພຽງ 2 ປີເທົ່ານັ້ນ.  Unitel ກາຍເປັນບໍລິສັດຮ່ວມທຸລະກິດໂທລະຄົມມະນາຄົມໃຫຍ່ທີ່ສຸດກ່ຽວກັບຂອບຂະໜາດ, ກ່ຽວກັບການປະກອບສ່ວນໃຫ້ແກ່ສັງຄົມ ແລະໃຫ້ແກ່ປະເທດ. ໄລ່ມາຮອດປັດຈຸບັນ, Unitel ໄດ້ປະກອບເງິນພາສີອາກອນປະມານ 420 ລ້ານໂດລາສະຫະລັດໃຫ້ແກ່ລັດຖະບານລາວ, ສ້າງວຽກເຮັດງານທໍາໂດຍກົງໃຫ້ແກ່ 2.000 ຄົນ ແລະ ວຽກເຮັດງານທຳແບບເຄິ່ງເວລາໃຫ້ປະມານ 20.000 ຄົນ”.

ໃນໄລຍະ 10 ປີແຫ່ງການເຄື່ອນໄຫວ, Unitel  ກໍເຂົ້າຮ່ວມບັນດາໂຄງການສັງຄົມຢ່າງເລິກເຊິ່ງກວ້າງຂວາງເພື່ອປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນລາວ, ໃນນັ້ນມີການສະໜອງອິນເຕີແນັດໂດຍບໍ່ເສຍຄ່າໃຫ້ແກ່ບັນດາໂຄງຮຽນ, ໜູນຊ່ວຍປະຊາຊົນຢູ່ເຂດຖືກຜົນສະທ້ອນຈາກໄພທໍາມະຊາດ, ບັນດາກິດຈະກໍາສົ່ງເສີມການຮຽນໃຫ້ແກ່ນັກຮຽນທຸກຍາກ, ກໍ່ສ້າງບຸກຄະລາກອນນັບຮ້ອຍຄົນທີ່ມີຄຸນະພາບສູງໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ - ໂທລະຄົມມະນາຄົມ ໃຫ້ແກ່ລາວ...

ໂດຍ: ໄຊຊະນະ