ຕໍ່ໜ້າສະພາບການດັ່ງກ່າວ, ກະຊວງຖະແຫຼງຂ່າວ ແລະສື່ສານພວມປະຕິບັດຫຼາຍມາດຕະການເພື່ອແນໃສ່ລົບລ້າງຮົ້ວກີດຂວາງດັ່ງກ່າວຂອງບໍລິສັດໂທລະຄົມມະນາຄົມ.

ມີຫຼາຍເຫດຜົນເພື່ອກີດກັ້ນລູກຄ້າປ່ຽນເຄືອຂ່າຍ

ຕາມບົດລາຍງານຂອງກົມໂທລະຄົມມະນາຄົມ, ນັບແຕ່ເມື່ອປະຕິບັດບໍລິການປ່ຽນເຄືອຂ່າຍແຕ່ຍັງຄົງຮັກສາເບີໂທເດີມ ເລີ່ມແຕ່ວັນທີ 16 ພະຈິກ 2018 ຮອດວັນທີ 7 ເມສາ 2019, ມີລູກຄ້າ 285.463 ຄົນຈົດທະບຽນປ່ຽນເຄືອຂ່າຍ; ໃນນັ້ນມີ  206.570 ເບີໂທລະສັບມືຖືໄດ້ຮັບການປ່ຽນເຄືອຂ່າຍສໍາເລັດ. ເມື່ອທຽບໃສ່ໄລຍະຕົ້ນທີ່ຜັນຂະຫຍາຍການບໍລິການປ່ຽນເຄືອຂ່າຍແຕ່ຍັງຄົງຮັກສາເບີໂທເດີມ, ອັດຕາເບີໂທລະສັບຈົດທະບຽນປ່ຽນເຄືອຂ່າຍສໍາເລັດຂອງບັນດາບໍລິສັດໂທລະຄົມມະນາຄົມພວມຄ່ອຍໆເພີ່ມຂຶ້ນ.

leftcenterrightdel
ລູກຄ້ານຳໃຊ້ບໍລິການໂທລະຄົມມະນາຄົມຂອງ Viettel. ພາບ: qdnd.vn.

ເຖິງຢ່າງໃດກໍ່ຕາມ, ພາຍຫຼັງການຜັນຂະຫຍາຍບໍລິການປ່ຽນເຄືອຂ່າຍແຕ່ຍັງຄົງຮັກສາເບີໂທເດີມ, ມີລູກຄ້າຫຼາຍຄົນໄດ້ສ່ອງແສງກ່ຽວກັບເລື່ອງບໍລິສັດໂທລະຄົມມະນາຄົມຢາກ “ຮັກສາລູກຄ້າໄວ້”, ກໍ່ຄວາມຫຍຸ້ງຍາກ, ບໍ່ໃຫ້ລູກຄ້າປ່ຽນເຄືອຂ່າຍໃໝ່. ບັນດາເຫດຜົນ ເຊິ່ງບໍລິສັດໂທລະຄົມມະນາຄົມຍົກອອກມາເພື່ອ “ຮັກສາລູກຄ້າໄວ້” ແມ່ນ: ຕິດໜີ້ຄ່າໂທ, ຂ້ໍມູນຂ່າວສານຂອງບຸກຄົນບໍ່ຖືກກັບຂໍ້ມູນຂ່າວສານຂອງຜູ້ຈົດທະບຽນປ່ຽນເຄືອຂ່າຍ ຫຼື ພວມໃຫ້ຄໍາໝັ້ນສັນຍາ ຫຼື ນໍາໃຊ້ບັນດາບໍລິການບຸລິມະສິດ... ຍ້ອນເຫດນັ້ນ, ລູກຄ້າຫຼາຍຄົນຈຶ່ງປະສົບກັບຄວາມຫຍຸ້ງຍາກເມື່ອປະຕິບັດບໍລິການນີ້.

ວາງລະດັບ 70% ໃຫ້ແກ່ການປ່ຽນເຄືອຂ່າຍສໍາເລັດຜົນ

ຕໍ່ໜ້າຄວາມຈິງດັ່ງກ່າວ, ວັນທີ 11 ມິນາ 2019, ກົມໂທລະຄົມມະນາຄົມ ໄດ້ນຳໃຊ້ໂທລະສັບສາຍດ່ວນ 18006099 ໂດຍບໍ່ເສຍຄ່າ ເພື່ອໃຫ້ລູກຄ້າສ່ອງແສງບັນດາຂໍ້ຕິດຂັດທີ່ກ່ຽວຂ້ອງເຖິງການປ່ຽນເຄືອຂ່າຍແຕ່ຍັງຄົງຮັກສາເບີໂທເດີມ.

ເມື່ອໃຫ້ຂໍ້ສັງເກດກ່ຽວກັບບັນຫາດັ່ງກ່າວ: ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ ຖືວ່າ: "ເລື່ອງຮັກສາລູກຄ້າໄວ້ໄດ້ກໍ່ຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ". ທ່ານ ຫງວຽນແມ້ງຮຸ່ງ ເນັ້ນໜັກວ່າ “ເຖິງວ່າການກະຈາຍຄື້ນໄດ້ດີຄືແນວໃດກໍ່ຕາມ, ແຕ່ກໍ່ມີບ່ອນທີ່ບໍ່ມີຄື້ນຂອງ VNPT, ມີບ່ອນເຊິ່ງ MobiFone ກະຈາຍຄື້ນດີກວ່າເມື່ອທຽບໃສ່ Viettel. ສິ່ງດັ່ງກ່າວແມ່ນຍ້ອນຄື້ນໂທລະສັບຈະບໍ່ໄດ້ດີໃນທຸກບ່ອນ. ເລື່ອງເພື່ອໃຫ້ປະຊາຊົນປ່ຽນເຄືອຂ່າຍຢ່າງເສລີພຽງແຕ່ສົ່ງຜົນກະທົບເຖິງ  1% ລາຍຮັບຂອງບັນດາວິສາຫະກິດເທົ່ານັ້ນ. ສະນັ້ນ, ບັນດາວິສາຫະກິດຄວນຜ່ອນຄາຍນະໂຍບາຍໃນການປ່ຽນເຄືອຂ່າຍຂອງຕົນ”.

ເພື່ອແກ້ໄຂຮົ້ວກີດຂວາງຈາກຝ່າຍບໍລິສັດໂທລະຄົມມະນາຄົມ, ນັບແຕ່ວັນທີ 1 ພຶດສະພາ 2019, ກະຊວງຖະແຫຼງຂ່າວ ແລະສື່ສານ ຈະປະກາດໃຊ້ລະດັບຄາດໝາຍເຕັກນິກກ່ຽວກັບການປ່ຽນເຄືອຂ່າຍແຕ່ຍັງຄົງຮັກສາເບີໂທເດີມແມ່ນ 70% ຂອງຄວາມຮຽກຮ້ອງປ່ຽນເຄືອຂ່າຍຕ້ອງໄດ້ຮັບການປະຕິບັດສໍາເລັດ. ບໍລິສັດໂທລະຄົມມະນາຄົມໃດບໍ່ບັນລຸໄດ້ອັດຕາ 70% ແມ່ນບໍ່ບັນລຸລະດັບຄາດໝາຍດ້ານເຕັກນິກ. ຄືແນວນັ້ນ, ກະຊວງຈະມີມາດຕະການປະຕິບັດວິໄນດ້ວຍເລື່ອງດໍາເນີນການກວດກາວິສາຫະກິດ.

ນອກຈາກນັ້ນ, ແຕ່ເດືອນສິງຫາ 2019, ກົມໂທລະຄົມມະນາຄົມຈະປະຕິບັດການປ່ຽນເຄືອຂ່າຍແຕ່ຍັງຄົງຮັກສາເບີໂທເດີມ 100% ດ້ວຍຮູບການອັດຕະໂນມັດແທນທີ່ວິທີເຮັດຄືປັດຈຸບັນ. ເປົ້າໝາຍຂອງການປ່ຽນເຄືອຂ່າຍແຕ່ຍັງຄົງຮັກສາເບີໂທເດີມແມ່ນເພື່ອແນໃສ່ຊຸກຍູ້ການຂັດແຍ້ງກັນ. ບັນດາບໍລິສັດໂທລະຄົມມະນາຄົມຕ້ອງລົງທຶນອຸປະກອນ, ດັດແປງເຕັກໂນໂລຢີເພື່ອຍົກສູງຄຸນນະພາບ. ອາດຈະເຫັນໄດ້ວ່າ, ລາຄາບໍ່ແມ່ນປັດໄຈທີ່ສ່ົງຜົນກະທົບຫຼາຍໂພດເຖິງລູກຄ້າ, ຍ້ອນວ່າບໍລິສັດໂທລະຄົມມະນາຄົມທັງໝົດລ້ວນແຕ່ຍົກອອກນະໂຍບາຍພິເສດເພື່ອ “ຮັກສາລູກຄ້າໄວ້” ແລະດຶງດູດລູກຄ້າໃໝ່. ຍ້ອນເຫດນັ້ນ, ປັດໄຈຕັດສິນຊີ້ຂາດເພື່ອໃຫ້ລູກຄ້າເລືອກເຟັນເປັນບໍລິສັດສະໜອງບໍລິການນັ້ນແມ່ນຄຸນນະພາບການບໍລິການ.

ໂດຍ: ທູຈາງ